Breaking News

ຄົນຮັກເຫັນຄວາມສຳຄັນເຈົ້າພຽງໃດ? ບໍ່ເປັນຫຍັງບອກ​ຕົນ​ເອງ​ໂລດ​ວ່າ “ເຮົາ​ເຮັດ​ດີ​ທີ່​ສຸດ​ແລ້ວ”  

ແບ່ງປັນ

ບາງ​ຄັ້ງ​ເຮົາ​ອາດ​ຄິດ​ວ່າ: “ເຮົາ​ສຸດຍອດ​ແລ້ວໄດ໋” ກັບ​ຄົນ​ຮັກ​ຄົນ​ນີ້ ​ເພາະມີ​ຫລາຍ​ຢ່າງ​ທີ່​ເຮົາ​ເຮັດ​ໄດ້​ດີ​ ແລະ ດີ​ທີ່​ສຸດໃນ​ເລື່ອງ​ຂອງຄວາມ​ຮັກ ຈະ​ແມ່ນ​ດ້ວຍຄວາມ​ດີ​ຄວາມ​​ງາມ, ​ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຫົວ​ໃຈ ແລະ ເສຍ​ສ​ະຫລະ​ທຸກ​ສິ່ງ​ຢ່າງ​ເພື່ອ​ເຮັດ​ໃຫ້​ຄົນ​ທີ່​ເຮົາ​ຮັກ​ໄດ້​ສົມ​ຫວັງ ​ເຖິງວ່າ​ມີ​ບາງ​ສະ​ຖາ​ນະ​ການ ຄາ​ລົມ​ຄົມ​ຄາຍອາດ​ຈະ​ບໍ່​ຫວານ, ພອນ​ສະ​ຫວັນໃນ​ເລື່ອງ​ຂອງ​ຄວາມ​ຮັກອາດ​ຈະ​ບໍ່​ກິນ​ໃຈ ​ທັງບໍ່​ສາ​ມາດສ້າງ​ສັນ​ຮອຍຍິ້ມ​ໃຫ້​ກັບ​ຄົນ​ຮັກ ໃນ​ແບບ​ທີ່​ລາວ​ຢາກ​ໄດ້ ເຮົາ​ເຄີຍ​ທຸ່ມ​ເທ​ສ້າງ​ຄຸນ​ງາມ​ຄວາມ​ດີ ເພື່ອ​ໃຫ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ​ໄດ້​ມີ​ຄວາມ​ສຸກ ແຕ່​ພໍ​ເວ​ລາ​ມີ​ໃຜ​ຄົນ​ໃດ​ຄົນ​ໜຶ່ງທີ່​ວິ​ເສດກວ່າ ເຂົ້າ​ມາ​ໃນ​ຊີ​ວິດ ຊ້ຳ​ພັດ​ເຮັດ​ໃຫ້​ທິດ​ທາງ ແລະ ວິ​ຖີ​ຊີ​ວິດ​ທັງ​ໝົດປ່ຽນ​ແປງ​ໄປ ຈາກ​ທີ່​ທຸ່ມ​ເທ​ໃຫ້​ກັບຄົນ​ຄົນ​ນີ້ ເຮົາ​ພັດ​ຕ້ອງ​ໄດ້​ສຸມ​ໃສ່​ໜ້າ​ທີ່​ວຽກ​ງານ ເຮົາ​ຈຳ​ເປັນ​ຕ້ອງ​ບິ​ແບ່ງ​ເວ​ລາ ແບ່ງ​ຄວາມ​ຄິດ, ບິ​ແບ່ງ​ເປົ້າ​ໝາຍ​ໃນ​ຊີ​ວິດ ແລ້ວ​ມຸ່ງ​​ຄວາມ​ສຳ​ຄັນ​ມາ​ທີ່​ເຂົາ​ຄົນ​ນັ້ນ​ເພີ່ມ​ຂຶ້ນ ​ເພາະ​ເຂົາໄດ້​ມີ​ສ່ວນຮ່ວມ​ເຂົ້າ​ມາ​ໃນ​ຊີ​ວິດ​ດ້ວຍ​ຄວາມ​ຜູກ​ພັນ​ໂດຍ​ທີ່ບໍ່​ໄດ້​ຄາດ​ຄິດ.

ເລີ່ມ​ຕົ້ນ​ທີ່​ເຂົາ​ເຂົ້າ​ມາ ເຂົາ​ກໍ​ຍັງ​ໃຫ້​ກຽດ, ມີ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ສະ​ແດງ​ບົດ​ບາດ​ພຽງ​ເລັກ​ນ້ອຍ​ໃຫ້​ເຮົາ​ເຫັນ​ພໍ​ຫອມ​ປາກ​ຫອມ​ຄໍ ແລ້ວ​ກໍ​ຄ່ອຍ​ໆ​ມີ​ບົດ​ບາດ​ຫລາຍ​ຂຶ້ນໆ​ໃນ​ເວ​ລາ​ຕໍ່​ມາ ຈົນ​ບາງ​ຄັ້ງ​ເຮົາ​ເອງ​ກໍ​ເກືອບ​ຈະ​ບໍ່​ຮູ້​ໂຕ​ເລີຍ​ວ່າ “ຊີ​ວິດ​ຂອງ​ເຮົາ​ລ້ວນ​ແຕ່​ກ້ຽວວຽນ​ຢູ່​ກັບ​ເຂົາ, ດຳ​ເນີນ​ຊີ​ວິດ​ຮ່ວມ​ກັບ​ເຂົາ ແລະ ຢູ່​ໃນ​ໂລກ​ແຫ່ງ​ຄວາມ​ຮັກ​ຂອງ​ເຂົາ ໝາຍ​ວ່າ​ລົມ​ຫາຍ​ໃຈ​ເຂົ້າ​ອອກ​ ລ້ວນ​ແຕ່​ມີ​ເຂົາ​ເຂົ້າ​ມາ​ກ່ຽວ​ຂ້ອງ​.

ໃນ​ຍາມ​ທີ່​ເລີ່ມ​ຮັກ​ກັນ​ໃໝ່ ຄວາມ​ຫວານ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໄດ້​ໃນ​ທຸກໆ​ມື້ ແຕ່​ພໍ​ການ​ເວ​ລາ​​​ເດີນຜ່ານ​ໄປ ຄວາມ​ຮັກ​ທີ່​ເຄີຍ​ສົດ​ຊື່ນ​ແຈ່ມ​ໃສ ກໍ​​ຄ່ອຍໆ​ມີ​ບັນ​ຍາ​ກາດ​ຂອງ​ຄວາມ​ສະ​ຫລັບ​ສັບ​ຊ້ອນ, ​ໃສ່​ໃຈ​ໜ້ອຍ​ລົງ ແລະ ​ຈືດ​ຈາງ​ຫ່າງ​ເຫີນ ​ສະ​ນັ້ນ, ຢາກ​ໃຫ້​ຄົນ​ຮັກ​ເຫັນ​ຄວາມ​ສຳ​ຄັນ ກໍຈົ່ງ​ສ້າງ​ຄຸນ​ຄ່າ​ໃຫ້​ກັບ​ຕົວ​ເຮົາ​ເອງ​ຢູ່​ສະ​ເໝີ ​ພະ​ຍາ​ຍາມ​ເຮັດ​ໃຫ້​ຄົນ​ຮັກ​ແນມ​ເຫັນ​ສິ່ງ​ໃໝ່​ໆ ທີ່​ລີ້​ຊ່ອນ​​ຢູ່​ໃນ​ຕົວ​ຂອງ​ເຮົາ​ຕະ​ຫລອດ​ເວ​ລາ. ຈະເຮັດ​ໄດ້​ແນວ​ໃດ​ແມ່ນບໍ່ ? ລອງ​ຫລຽວ​ຫລັງ ຫັນ​ກັບ​ມາ​ເບິ່ງ​ເລື່ອງ​ລາວ​ດີໆ​ໃນ​ອະ​ດີດ ແລ້ວ​ລວມ​ພະ​ລັງ​ເລີ່ມ​ຕົ້ນ​ອີກ​ເທື່ອ​ໜຶ່ງ ເປັນ​ຫຍັງ? ມື້​ທຳ​ອິດ​ທີ່​ພົບ​ກັນ ເຮົາ​ຈຶ່ງ​​ສ້າງ​ຄຸນ​ຄ່າ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ໃຫ້​ກັບ​ຄວາມ​ຮັກໄດ້.

ຮູ້​ບໍ່ ! ຄົນ​ອ້ອມ​ຂ້າງ​ທີ່​ຫຸ້ມ​ລ້ອມ ກຳ​ລັງ​ແນມ​ເບິ່ງເຮົາ​​ດ້ວຍຄ​ວາມ​ເຫັນ​ໃຈ,​ ​ຫ່ວງ​ໃຍ ແລະ ​ພ້ອມ​ຈະໃຫ້​ກຳ​ລັງ​ໃຈ​ສະ​ເໝີ. ທຸກ​ຄົນ​ລ້ວນ​ແຕ່​ຮັກ​ເຮົາ ແລ້ວ​ເປັນ​ຫຍັງ ເຮົາ​ບໍ່​ຮັກ​ຕົນ​ເອງ​ແດ່ ຄວາມ​ສຳ​ເລັດ​ກໍ​ກຳ​ລັງ​ລໍ​ຖ້າ​ເຮົາ ພ້ອມໃຫ້​ເຮົາ​ໄດ້​ສຳ​ພັດ… ແລ້ວ​ຖ້າ​ເຮົາ​ບໍ່​ມີ​ປະ​ໂຫຍດ ຫລື ຄຸນ​ຄ່າ​ອັນ​ໃດໃຫ້​ກັບ​ຄົນ​ອ້ອມ​ຂ້າງ ຈະ​ມີ​ໃຜ​ທີ່​ຢາ​ກຈະ​ໃຫ້​ໂອ​ກາດ​ເລື້ອຍໆ ຫລື ຢາກ​ຮູ້​ຈັກ, ​ຢາກຄົບ​ຄ້າ​ສະ​ມາ​ຄົມ ແລະ ຫັນ​​ມາ​ຊ່ວຍ​ເຫລືອ​ເຮົາ. ເຮົາ​ຕ້ອງ​ມີ​ຊີ​ວິດ​ຢູ່​ເພື່​ອຄວາມ​ຮັກ ແລະ ຢູ່​ໃຫ້​ສົມ​ສັກ​ສີ ໃຫ້​ການ​ຢູ່​ຂອງ​ເຮົາ​ສ້າງ​ຄວາມ​ໝາຍ​ກັບ​ການ​ຢູ່​ຂອງ​ຄົນ​ອ້ອມ​ຂ້າງ ແລະ ໃຫ້​ການ​ຢູ່​ຂອງ​ເຮົາ​ ພາ​ໃຫ້​ເກີດ​ຄຸນ​ຄ່າ​ໃນ​ໜ້າ​ທີ່​ວຽກ​ງານ​ຢ່າງ​ແທ້​ຈິງ.

ເຮົາ​ຮ້ອງ​ເພງ​ມ່ວນ​ໃນ​ຍາມ​ທີ່​ງຽບ​ເຫງົາ ເຮົາ​ສາ​ມາດ​ແຕ້ມ​ແຕ່ງ​ໂລກ​ອ້ອມ​ຂ້າງ​ດ້ວຍ​ຈິນ​ຕະ​ນາ​ການ ຫົວ​ໜ້າ​ຍ້ອງ​ຍໍ ເພື່ອນ​ຮ່ວມ​ງານ​ໃຜໆ​ກໍ​ຮັກ, ເຮົາ​ມີ​ສອງ​ມື​ສອງ​ຂາ ແລະ ໜຶ່ງດວງ​ໃຈ ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ ບໍ່​ດ້ອຍກວ່າ​ໃຜ ມີ​ໃຜ​ບໍ່ທີ່ບໍ່​ເຄີຍ​ເກີດ​ຄວາມ​ທໍ້​ຖອຍ ຫລື ບໍ່​ເຄີຍ​ສຳ​ພັດ​ກັບ​ຄວາມ​ຜິດ​ຫວັງ    ​ສິ່ງ​ສຳ​ຄັນ​ ເມື່ອ​ລົ້ມ​ແລ້ວ ​ຕ້ອງ​ລຸກ​ຂຶ້ນ​ຕໍ່​ສູ້​ດ້ວຍ​ຄວາມກະ​ຕື​ລື​ລົ້ນ, ​ອົງ​ອາດ​ກ້າ​ຫານ ແລະ ເຊື່ອ​ໝັ້ນ ບໍ່​ມີ​ຫຍັງ​ເປັນ​ຕາ​ຢ້ານພໍ​ພິ​ລຶກດອກ ເຖິງບໍ່​ມີ​ໃຜ​ຮັກ ບໍ່​ມີ​ໃຜ​ຫວັງ​ດີ​ນຳ ແຕ່​ຊີ​ວິດ​ກໍ​ຕ້ອງ​ກ້າວ​ເດີນ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າຈະ​ບໍ່​ມີ​ໃຜ​ເຫັນ ແລະ ຍ້ອງ​ຍໍ​ຊົມ​ເຊີຍ ໃນ​ເມື່ອ​ຍັງ​ມີ​ອີກ​ຫລາຍ​ໆ​ຄົນ​ຍັງ​ຢາກ​ເຫັນ​ຄວາມ​ສຳ​ເລັດ​ຂອງ​ເຮົາ ບອກ​ຕົນ​ເອງ​ໂລດ​ວ່າ “ເຮົາ​ເຮັດ​ດີ​ທີ່​ສຸດ​ແລ້ວ”

 

ແບ່ງປັນ