Breaking News

ງານເທສະການດົນຕີ VangVieng Music Fest ຕ້ອງຈັດທີ່ ມ. ວັງວຽງ ເທົ່ານັ້ນ, ຢ່າລືມມາລະເບີດຄວາມມັນ 15-16 ທັນວາ 2017 ນີ້!!!

ແບ່ງປັນ

ໃກ້ມື້ເຂົ້າມາແລ້ວກັບງານໃຫ່ຍລະດັບປະເທດ  VangVieng Music Fest 2017 ທີ່ຈັດຂຶ້ນໂດຍ ບໍລິສັດ ສາມາດ ຈຳກັດ ຈະຈັດຂຶ້ນໃນວັນທີ 15-16 ທັນວາ 2017 ນີ້, ເຊິ່ງແຟນໆຫຼາຍຄົນທີ່ເປັນສາວົກຂອງງານ ວັງວຽງ ມິວສິກ ເຟສ ຕົວຈິງສຽງຈິງກໍຈະຮູ້ ແລະ ຕິດຕາມຄວາມເຄື່ອນໄຫວຂອງງານກັນຢ່າງໜຽວແໜ້ນ ແຕ່ສຳລັບແຟນໆທ່ານໃດທີ່ຍັງບໍ່ແນ່ໃຈວ່າລາຍລະອຽດຂອງງານນັ້ນມີແນວໃດແທ້? ມາໆ…ນຳ ຊະນີIndy ມາຕິດໆ ເພາະຈະມີລາຍລະອຽດ ແລະ ຈຸດປະສົງຂອງການຈັດງານ VangVieng Music Fest 2017 ມາຝາກກັນດັ່ງຕໍ່ໄປນີ້:

  • ງານເທສະການດົນຕີ VangVieng Music Fest 2017 ສະຖານທີ່ ແມ່ນຈັດຢູ່ ຖໍ້າລົມ  ມ. ວັງວຽງ  ເຊິ່ງເປັນຈຸດກຳເນີດຂອງງານ  ແລະ ຍັງຈະດຳເນີນສືບຕໍ່ຈັດງານເທສະການດົນຕີໃຫ້ແຟນໆໄດ້ ມ່ວນ ມັນ ກັບສຽງດົນຕີ ແລະ ສຳຜັັດກັບບັນຍາກາດດີໆຂອງ ມ. ວັງວຽງ ຕະຫຼອດໄປ
  • ໃນປີນີ້ ງານຈະຈັດຂຶ້ນໃນວັນທີ 15-16 ທັນວາ 2017 (ຢ່າລືມມາລະເບີດຄວາມມັນກັບພວກເຮົາເດີ້)
  • ເພື່ອເອົາໃຈຄົນທີ່ມັກ ແລະ ຮັກ ໃນສຽງດົນຕີ ແມ່ນທາງຜູ້ຈັດງານເພິ່ນກໍຈັດໃຫ້ ໂດຍປີນີ້ຂົນສີລະປິນດັງໆມາຢ່າງໜາແໜ້ນ ທັງສິນລະປິນລາວ ແລະ ຕ່າງຊາດ, ແຖມລາຄາບັດເຂົ້າງານກໍຖືກແສນຖືກພຽງ 70,000 ກີບ (ໂອ່ຍ…ຫາໃສໄດ້) ຂໍບອກເດີ້ງານນີ້ຄຸ້ມອີ່ຫລີ

  • ເພື່ອຕ້ອງການສ້າງຄວາມສຸກໃຫ້ຄົນທີ່ຮັກວັງວຽງຢ່າງແທ້ຈິງ
  • ສ້າງເປັນເທສະການໃຫ່ຍທີ່ສຸດ ເວົ້າໄດ້ເລີຍວ່າລະດັບປະເທດພຸ້ນລະ
  • ແລະທີ່ສຳຄັນແມ່ນຈຸດປະສົງຫຼັກໆ ເລິຍກໍຄືເພື່ອສົ່ງເສີມການທ່ອງທ່ຽວ ແລະ ເສດຖະກິດຂອງ ມ. ວັງວຽງ ໃຫ້ດີຂຶ້ນໄປເລື້ອຍໆ…

ເປັນແນວໃດ? ໄດ້ຮູ້ຈຸດປະສົງຫຼັກໆຂອງງານ VangVieng Music Fest 2017 ກັນແບບຄ່າວໆກັນໄປແດ່ແລ້ວ ແຕ່ຂໍບອກກ່ອນເດີ້ວ່າ ຮູ້ໄປກໍເທົ່ານັ້ນຖ້າບໍ່ໄປສຳຜັດກັບງານດ້ວຍຕົວເອງ ຢ່າລືມມາລະເບີດຄວາມມັນກັບພວກເຮົາເດີ້ 15-16 ທັນວາ ນີ້ ຮັບຮອງເຈິ ຊະນີIndy  ເຕັ້ນຢູ່ໜ້າເວທີແນ່ນອນ (ຮະຮະ).

ໃຜບໍ່ໄປລະວັງຕົກກະແສ ດຽວລົມກັບໝູ່ບໍ່ຮູ້ເລື່ອງ ແລ້ວສິຫາວ່າບໍ່ເຕືອນເດີ້!!! 

 

ແບ່ງປັນ