ເຮົາມັກຈະໄດ້ຍິນວ່າ ພໍ່ແມ່ບັງຄັບໃຫ້ແມ່ຍິງແຕ່ງດອງ ກັບຄົນທີ່ບໍ່ມັກ ຫຼື ຄອບຄົວບໍ່ຍອມໃຫ້ແມ່ຍິງ ຢ່າຮ້າງ ຈາກຜົວທີ່ບໍ່ຊື່ສັດ ຫຼືຫຼິ້ນສາວ ຍ້ອນຢ້ານອັບອາຍ ເສື່ອມເສຍສັກສີ ບໍ່ຢາກໃຫ້ເປັນແມ່ຮ້າງ ແຕ່ຮູ້ບໍ່ວ່າ ການກະທຳເຫຼົ່ານີ້ ແມ່ນລະເມີດຕໍ່ສິດທິໃນການເລືອກ ແລະຕັດສິນໃຈຂອງຕົວແມ່ຍິງເອງ ລວມທັງຖືວ່າເປັນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງນຳອີກໃດ
ອີງຕາມກົດໝາຍວ່າດ້ວຍການຕ້ານແລະສະກັດກັ້ນ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກ ມາດຕາ 79 ມາດຕະການທາງອາຍາ ຂໍ້ທີ 3 ໄດ້ກ່າວເຖິງການລົງໂທດ ບຸກຄົນທີ່ກະທຳຄວາມຮຸນແຮງຕໍ່ແມ່ຍິງ ກ່ຽວກັບ ການບັງຄັບ ແລະກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຂອງແມ່ຍິງໄວ້ວ່າ:
“ບຸກຄົນທີ່ໄດ້ບັງຄັບແມ່ຍິງ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ ແຕ່ງດອງ, ຢ່າຮ້າງ ຫຼືກີດກັນ ການແຕ່ງດອງ ຫຼືຢ່າຮ້າງ ຈະຖືກລົງໂທດຕັດອິດສະລະດາບ ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະຈະຖືກປັບໃໝ ແຕ່ 300,000 ກີບ ຫາ 1,000,000 ກີບ. ໃນກໍລະນີບັງຄັບເດັກຕ່ຳກວ່າ 18 ປີ ໃຫ້ແຕ່ງດອງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 1 ປີ ຫາ 3 ປີ ແລະຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 3,000,000 ກີບ”