Breaking News

ຕາມຄຳຮຽກຮ້ອງຂອງແຟນໆ! ການກັບມາຂອງຄູ່ຂວັນສອງຝັ່ງຂອງ ອາເລັກຊຼານດ້າ ແລະ ເວຍ ກັບຜົນງານໃໝ່!!!

ແບ່ງປັນ

ກັບມາອີກຄັ້ງສຳລັບຄູ່ຂວັນສອງຝັ່ງຂອງ  ອາເລັກຊຼານດ້າ ທິດາວັນ ບຸນຊ່ວຍ ນັກສະແດງສາວຊື່ດັງຂອງລາວ ແລະ ເວຍ ສຸກົນລະວັດ ຄະນາຣົດ ນັກສະແດງໝຸ່ມສຸດຫຼໍ່ຈາກປະເທດເພື່ອນບ້ານ, ແຟນໆຈື່ໄດ້ບໍ່ເມື່ອເກືອບ 10 ປີກ່ອນທັງສອງໂດ່ງດັງສຸດໆຈາກຜົນງານການຫຼິ້ນລະຄອນຮ່ວມກັນນັ້ນກໍຄື “ເພງຮັກຣິມຝັ່ງຂອງ” ແລະ ບົດເພງປະກອບລະຄອນດັ່ງກ່າວກໍຍັງຮິດ ແລະ ໂດ່ງດັງມາຈົນເຖິງປັດຈຸບັນເລີຍກໍວ່າໄດ້

ແຕ່ຫຼ້າສຸດ ແຟນຄລັບກໍມີເຮອີກຄັ້ງເພາະທັງສອງໄດ້ມີໂອກາດກັບມາໂຄຈອນຮ່ວມງານກັນອີກ ເຊິ່ງການກັບມາໃນຄັ້ງນີ້ແມ່ນ  ອາເລັກຊຼານດ້າ ໄດ້ມີໂອກາດເປັນແຂກຮັບເຊີນໃນລາຍການ ຊຸບເປີເວຍ (superweir) ເຊິ່ງເປັນລາຍການຂອງ ໜຸ່ມ ເວຍ ແລະ ໄດ້ມີໂອກາດກັບໄປຖ່າຍທຳທີ່ ນະຄອນພະນົມ ສະຖານທີ່ຖ່າຍທຳລະຄອນເລື່ອງ “ເພງຮັກຣິມຝັ່ງຂອງ” ແລະ ນອກຈາກນັ້ນທັງສອງຍັງໄດ້ສະແດງເອັມວີເພງ ເຊິ່ງເປັນເພງທີ່ ອາເລັກຊຼານດ້າ ຊື່ເພງວ່າ ສາຍລົມເຢັນ ໂດຍເປັນເພງທີ່ ອາເລັກຊຼານດ້າ ໄດ້ຂັບຮ້ອງ ແລະ ຍັງເປັນຜົນງານການກຳກັບຂອງ ເວຍ ສຸກົນລະວັດ ຄັ້ງທຳອິດອີກດ້ວຍ, ສຳລັບລາຍການ ຊຸບເປີເວຍ (superweir) ແມ່ນອອກອາກາດແລ້ວຕັ້ງແຕ່ວັນທີ 11 ທັນວາ 2017 ທາງໂທລະພາບຊ່ອງ 7 (ປະເທດໄທ).

ມີຕົວຢ່າງລາຍການມາຝາກນໍາເດີ້…ເປັນຕາມ່ວນ!!!

ຂໍຂອບໃຈສຳລັບຮູບພາບບາງສ່ວນຈາກ

Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ
ແບ່ງປັນ