Breaking News

ອ້າຍ ຈ່ອຍ ອະນັນດາ ນັກສະແດງໄທເຊື້ອສາຍລາວ ເດີນທາງຮ່ວມງານ ແລະ ພັກຜ່ອນທີ່ລາວແບບ Slow life!!!

ແບ່ງປັນ

ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ນັກສະແດງໝຸ່ມສຸດເຊີ ຊື່ດັງຈາກປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ ເດີນທາງຮ່ວມງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ທີ່ ແຂວງ ຫຼວງພະບາງ ແລະ ຍັງຖືໂອກາດພັກຜ່ອນຢ່ອນອາລົມທີ່ ແຂວງ ຫຼວງພະບາງ ດ້ວຍອາລົມແບບ ແບບ Slow life ສະບາຍໆສຸດໆ.

LPQ Fall/Winter 2017 resort look #sarongitsright #waecation #belmondpostcards ????????☀️

A post shared by ananda everingham (@ananda_everingham) on

ສຳລັບ ອະນັນດາ ເອເວີ່ລິ່ງແຮັມ ຫຼື (ອ້າຍ ຈ່ອຍ) ອາຊີບນັກສະແດງ ອາຍຸ 35 ປີ ເປັນລູກຊອດ ລາວ-ອົດສະຕາຣີ ແຕ່ໄປໂດ່ງດັງໄດ້ຫຼິ້ນຮູບເງົາທີ່ ປະເທດໄທ ເຂົ້າວົງການຕັ້ງແຕ່ອາຍຸ 14 ປີ ໂດຍໄດ້ສະແດງຮູບເງົາເລື່ອງທຳອິດແມ່ນ ອັນດາ ແລະ ຟ້າໃສ ແລະ 303 ກົວ/ກ້າ/ອາຄາດ ແລະ ຕໍ່ມາໄດ້ພັກການສະແດງໄປໃນໄລຍະໜຶ່ງ ແລະ ໄດ້ກັບມາອີກຄັ້ງກັບລະຄອນເລື່ອງ ທະເລຖາອິ່ມ ແລະ ຫຼັງຈາກນັ້ນກໍມີຜົນງານການສະແດງເລື້ອຍໆ ຈົນມາຮອດປີ ພສ. 2547 ອະນັນດາ ຖືກສະເໜີຊື່ໃຫ້ເຂົ້າຊິງເຖິງ 6 ສະຖາບັນ ໃນຊ່ວງປີ 2550-2551 ອະນັນດາມີຜົນງານການສະແດງຮູບເງົາເຖິງ 10 ເລື່ອງ ແລະ ໃນປີ ພສ.2552 ອະນັນດາໄດ້ຮັບລາງວັນດ້ານການສະແດງໃນສາຂານັກສະແດງນຳຈາກ 6 ສະຖາບັນ ຈາກຜົນງານຮູບເງົາເລື່ອງ ແຮັບປີ້ເບີດເດ ແລະ ໄດ້ຮັບລາງວັນ ນັກສະແດງຊາຍດີເດັ່ນ ຈາກ ຮູບເງົາເລື່ອງ ຊົ່ວຟ້າດິນສະຫຼາຍ.

ເອົ້າໆ…ລອງມາເບິ່ງຮູບພາບສຸດຫຼໍ່ ອອກແນວເຊີໆເປັນໂຕຂອງໂຕເອງຂອງ ອະນັນດາ ຫຼື ອ້າຍ ຈ່ອຍ ເບິ່ງເດີ້…ຮັບຮອງ ສາວແທ້ ສາວທຽມ ງານນີ້ມີກຣີດໆໆໆ!!!

ຮູບພາບ: ananda_everingham , https://www.google.co.th

 

ແບ່ງປັນ