Breaking News

ໜ້າຮັກອີ່ຫລີ! ນ້ອງ ຟ້າໃສ ຈິນນາລີ ແລະ ອ້າຍ ອະນັນດາ (ຈ່ອຍ) ຖ່າຍຮູບຮ່ວມກັນທີ່ ຫຼວງພະບາງ!!!

ແບ່ງປັນ

ມີຄວາມໜ້າຮັກອີ່ຫລີສຳລັບ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ມິສແກຼນລາວ 2017 ແລະ ອ້າຍ ອະນັນດາ ເອເວີລິ່ງແຮັມ ຫຼື ( ອ້າຍ ຈ່ອຍ) ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ ແຕ່ມີເຊື້ອສາຍລາວ, ທັງສອງມີໂອກາດໄດ້ພົບກັນ ແລະ ຖ່າຍຮູບຄູ່ກັນທີ່ ແຂວງ ຫຼວງພະບາງ, ໂດຍຮູບພາບດັ່ງກ່າວຖືກເຜີຍແຜ່ຈາກ ເຟສບຸກ ແລະ ອິນສະຕາແກຼມຂອງ ນ້ອງ ຟ້າໃສ ຈິນນາລີ ແລະ ພໍແຕ່ໂພສເຮັດໃຫ້ມີເລົ່າບັນດາແຟນຄລັບຂອງທັງສອງເຂົ້າມາກົດໄລ້ ກົດແຊຣ ກົດຄອມເມັ້ນກັນຢ່າງສະໜັ່ນ ໃຜໆກໍຕ່າງກໍພາກັນສະແດງຄວາມຄິດເຫັນວ່າທັງສອງອ້າຍນ້ອງຄົນດັງຈາກ ລາວ ແລະ ໄທ ມີຄວາມໜ້າຮັກຫຼາຍໆ.

ສຳລັບການມີໂອກາດໄດ້ພົບກັນຂອງ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ແລະ ອ້າຍ ອະນັນດາ ຫຼື (ອ້າຍ ຈ່ອຍ)  ໃນຄັ້ງນີ້ ແມ່ນທັງສອງໄດ້ເດີນທາງໄປຮ່ວມເປັນແຂກໃນງານ ບຸນມະໂຫລານຮູບເງົາ ຫຼວງພະບາງ 2017 (Luangprabang Film Festival) ນັ້ນເອງ.

ຮູບພາບ: Fasai Chinnaly Norasing

 

ແບ່ງປັນ