Breaking News

10 ເຫດຜົນ!!! ເປັນຫຍັງຜູ້ຊາຍຈຶ່ງມັກແມ່ຍິງ “ອວບ” ສະເໜ່ແຮງແບບບໍ່ຕ້ອງຫຼຸດນໍ້າໜັກ!!!

ແບ່ງປັນ

ໝົດຍຸກຂອງສາວຈ່ອຍບາງ ຍຸກນີ້ສາວອວບຂໍຄອບຄອງພື້ນທີ່

ໃນປັດຈຸບັນທີສັງຄົມໃຫ້ຄວາມສໍາຄັນກັບຄວາມຫຼາກຫຼາຍຂອງມວນມະນຸດຫຼາຍຂຶ້ນ ເຮັດໃຫ້ນິຍາມຂອງຄໍາວ່າ ຄວາມງາມ ມີການເປີດກວ້າງ ແລະຫຼາກຫຼາຍເພິ່ມຂຶ້ນ ເຫັນໄດ້ຈາກວ່າໃນເມື່ອກ່ອນທີ່ນາງແບບຈະມີແຕ່ຄົນ ຫຸ່ນບາງຈ່ອຍປານໄມ້ສຽບປີ້ງເອັນ ແຕ່ມາຮອດປັດຈຸບັນນີ້ບັນດານາງແບບທັງໃນ ແລະຕ່າງປະເທດກໍເລີ່ມມີນໍ້າມີນວນຂຶ້ນ ເຖິງຂັ້ນມີນາງແບບ Plus Size ໂດຍສະເພາະກັນເລີຍ! ດັ່ງນັ້ນສາວໆ ທີ່ກໍາລັງກັງວົນເລື່ອງຫຸ່ນ ຫຼືເລື່ອງນໍ້າໜັກຢູ່ບໍ່ຕ້ອງກັງວົນໄປຈ່າ! ຄວາມຈິງແລ້ວໜຸ່ມໆກໍບໍ່ໄດ້ຕ້ອງການແຟນສາວທີ່ບອບບາງຂະໜາດນັ້ນດອກ ແລະຄວາມຈິງເລິກໆແລ້ວຜູ້ຊາຍເກືອບ 90% ຍັງບອກວ່າມັກສາວແບບອວບໆມີນໍ້າມີນວນດ້ວຍຊໍ້າ! ເອ໊ະ!! ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຂົາຄິດແບບນັ້ນ? ຖ້າຢາກຮູ້ກໍນໍາມາເບິ່ງກັນເລີຍ!!!

  1. ແມ່ຍິງອວບຈະມີຄວາມເຂັ້ມແຂງ ເບິ່ງແຍງຕົວເອງໄດ້

ຜູ້ຊາຍບາງຄົນຮູ້ສຶກລໍາຄານເວລາໄປເດດກັບແມ່ຍິງບອບບາງ ເພາະຕ້ອງຄອຍເບິ່ງແຍງ, ປົກປ້ອງ, ເທັກແຄຕະຫຼອດເວລາ ແຕ່ສາວໆອວບນັ້ນຈະມັກເປັນສາວແກ່ງທັງທາງດ້ານຈິດໃຈ ແລະຮ່າງກາຍ ມີຄວາມສາມາດໃນການເບິ່ງແຍງຕົວເອງໄດ້.

  1. Enjoy eating ບໍ່ຕ້ອງກັງວົນກັບການນັບແຄລໍລີ່ທີ່ກິນໃນແຕ່ລະຄາບ

ສາວໆທີ່ຮັກສາຫຸ່ນກໍມັກຈະກັງວົນເລື່ອງການກິນອາຫານຢູ່ຕະຫຼອດເວລາ ອັນນັ້ນກໍບໍ່ໄດ້ ອັນນີ້ມັນຫ້າມກິນ ເຮັດໃຫ້ຜູ້ຊາຍລໍາຄານ ແລະໝົດຄວາມມ່ວນໄປເລີຍ

  1. ໄປໃສໄປກັນ ກິນຫຍັງກໍໄດ້ງ່າຍໆ

ຈາກການກິນງ່າຍຢູ່ງ່າຍເຮັດໃຫ້ສາວອວບບໍ່ເປັນຄົນຫຼາຍເລື່ອງໃນການກິນອາຫານ ຂໍແຕ່ແຊບ, ສະອາດຖືກຫຼັກອານາໄມກໍໂອເຄແລ້ວ.

  1. ເອິກຕູ໋ມ

ການທີ່ໄຂມັນເພິ່ມຂຶ້ນມານັ້ນມັນເຮັດໃຫ້ໜ້າເອິກໃຫຍ່ໄປນໍາ ໜຸ່ມຫຼາຍຄົນກໍມັກທີ່ຈະໃຫ້ແຟນສາວຂອງຕົວເອງມີຊວດຊົງ ບ່ອນລຸບບ່ອນໂນນຫຼາຍກວ່າຈ່ອຍເປັນກຸ້ງແຫ້ງ

  1. ກົ້ນໃຫຍ່

ຖ້າລອງຖາມຜູ້ຊາຍດີໆ ຮ້ອຍທັງຮ້ອຍຕ້ອງເຄີຍຫຼົງແນມຕາມຫຼັງຂອງສາວທີ່ມີກົ້ນອັນໃຫຍ່ໆກັນມາແລ້ວແນ່ນອນ ຂອງເຂົາໂຄ້ງໂນນແບບນັ້ນເວລາຍ່າງກໍເດັ້ງດຶ໋ງໄປມາເຮັດໃຫ້ເປັນຕາເບິ່ງເຫຼືອເກີນນນ

  1. ກອດກັບສາວອວບມັນໃຫ້ຄວາມຮູ້ສຶກທີ່ດີຫຼາຍໆ

ຄົນເປັນແຟນກັນກໍຕ້ອງມີຊ່ວງເວລາທີ່ຕ້ອງໃກ້ຊິດສະໜິດສະໜົມ ກອດ, ຊົບກັນແນ່ເປັນທໍາມະດາ ໜຸ່ມໆຕ່າງບອກເປັນສຽງດຽວກັນວ່າເວລາກອດກັບສາວອວບນັ້ນມັນໃຫ້ຄວາມຮູ້ສຶກທີ່ກີຫຼາຍ, ນຸ່ມໜ້າສໍາພັດໄປໝົດ, ໃຫ້ຄວາມອົບອຸ່ນໄດ້ດີທີ່ສຸດ

  1. ສະແດງເຖິງຄວາມສົມບູນພັນຂອງຮ່າງກາຍ

ບໍ່ວ່າຄົນ ຫຼືສັດໃນການເປັນສິ່ງທີ່ມີຊີວິດສິ່ງໜຶ່ງທີ່ຄ້າຍກັນກໍຄືສັນຊາດຕະຍານໃນການດໍາລົງເຜົ່າພັນ ດັ່ງນັ້ນ ໃນຈິດໃຈເລິກໆຂອງຜູ້ຊາຍກໍມັກຈະມີພາບລັກຂອງແມ່ຍິງແບບອວບໆວ່າ ເປັນລັກສະນະທີ່ດີຂອງຄວາມສົມບູນທາງຮ່າງກາຍນັ້ນເອງ

  1. ເບິ່ງອ່ອນກວ່າອາຍຸ

ທຸກຄົນຕ່າງກໍເບິ່ງວ່າເດັກນ້ອຍທີ່ອວບອ້ວນ ແກ້ມຍຸ້ຍໆ ເປັນສິ່ງທີ່ໜ້າຮັກແມ່ນບໍ່? ລັກສະນະຂອງສາວອວບກໍເຮັດໃຫ້ຄົນອື່ນມີຄວາມຮູ້ສຶກແບບນັ້ນຄືກັນ ບັນດາໄຂມັນສະສົມຈະມາຕຶ່ມເຕັມຮອຍແຫ່ວຂອງຮ່າງກາຍ ເຮັດໃຫ້ຜິວພັນເຕັ່ງຕຶງຢູ່ສະເໝີ

  1. ຈ່ອຍຫຼາຍກໍຄືຄົບແພດດຽວກັນ

ການທີ່ຈ່ອຍແຫ້ງເກີນໄປອາດຈະເຮັດໃຫ້ເຈົ້າຄ້າຍຄືກັບເດັກນ້ອຍຜູ້ຊາຍທີ່ຍັງບໍ່ໃຫຍ່ ເພາະລັກສະນະຄວາມອ່ອນຫວານແບບແມ່ຍິງຂາດຫາຍໄປ ການທີ່ໜຸ່ມໆຈະເລືອກຄົບໃຜຈັກຄົນເຂົາຄົງບໍ່ຢາກໃຫ້ຄົນເຂົ້າໃຕຜິດວ່າຄົບເພດດຽວກັນແນ່ນອນ

  1. ຄວາມງາມອັນເປັນອໍາມະຕະ

ຖ້າມີໂອກາດເບິ່ງສິລະປະຍຸກບູຮານ ຫຼືຮູບປັ້ນເທບພະເຈົ້າຕ່າງໆ ເຮົາຈະເຫັນໄດ້ຢ່າງຊັດເຈນວ່າບັນດາສາວງາມ ຫຼືເທພີໃນຕໍານານເຫຼົ່ານັ້ນ ລ້ວນແລ້ວແຕ່ມີຫຸ່ນທີ່ອວບອຶ໋ມ ເຊິ່ງນີ້ກໍຈະມາເປັນຫຼັກຖານທີ່ຢັ້ງຢືນແລ້ວວ່າ ຄວາມງາມແບບສາວອວບນັ້ນເປັນສິ່ງທີ່ Classic ເປັນອໍາມະຕະຢ່າງແທ້ຈິງ.

By: BeuatyGuru

ແບ່ງປັນ