Breaking News

ອີຢູ ໄດ້ສະໜອງທຶນການສຶກສາຈໍານວນຫຼາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາວ

ແບ່ງປັນ

ສະຫະພາບເອີຣົບ ແລະ ສປປລາວ ເພີ່ມທະວີການຮ່ວມມື ດ້ານການສຶກສາຊັ້ນສູງ

ສະຫະພາບເອີຣົບ (European Union) ແລະ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມຮ່ວມມືດ້ານການສຶກສາຊັ້ນສູງ ລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຄັ້ງທີ 2, ໃນວັນທີ 15 ພະຈິກ 2016 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ເຂົ້າຮ່ວມເປັນກຽດໂດຍ ທ່ານ ສຈ ປອ ສົມສີ ຍໍພັນໄຊ ຮັກສາການ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພະນະທ່ານ ແສງເດືອນ ຫຼ້າຈັນທະບູນ ລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳລາວ. ເຂົ້າຮ່ວມກອງປະຊຸມດັ່ງກ່າວປະກອບມີ ບັນດາທູຕານຸທູດປະເທດສະມາຊິກ ອີຢູ, ພະນັກງານຈາກຄະນະກຳມະທິການ ດ້ານການສຶກສາ ສະຫະພາບເອີຣົບ, ຄະນະນຳກະຊວງສຶກສາທິການ ແລະ ກິລາ, ອະທິການບໍດີ ຮອງອະທິການບໍດີ ຕະຫຼອດຮອດພະນັກງານ, ຄູອາຈານ ຈາກມະຫາວິທະຍາໄລທັງພາກລັດ ແລະ ເອກະຊົນ ແລະ ບັນດານັກສຶກສາຫຼາຍກວ່າ 300 ທ່ານເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເປີດເວທີ ໃຫ້ມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ລະຫວ່າງ ສປປລາວ ແລະ ສະຫະພາບເອີຣົບ ຮວມທັງປະເທດສະມາຊິກ ເພື່ອຊອກຫາຊ່ອງທາງໃນການປັບປຸງຄຸນນະພາບຊັ້ນສູງ, ຍົກສູງການແລກປ່ຽນ ແລະ ການຮ່ວມມື ແລະ ນອກຈາກນີ້ຍັງຈະໄດ້ນຳສະເໜີໂອກາດໃນການໄປສຶກສາຕໍ່ ແລະ ຝຶກອົບຮົມໃນເອີຣົບ.

ເນື່ອງຈາກວ່າ ການສຶກສາທີ່ມີຄຸນນະພາບເປັນໂຕຜັກດັນ ການພັດທະນາທີ່ແຂງແຮງ ແລະ ຍືນຍົງ, ການເຕີບໂຕທາງເສດຖະກິດ ແລະ ອົງປະກອບທີ່ສຳຄັນຕໍ່ສູ້ກັບຄວາມທຸກຍາກ, ສະຫະພາບເອີຣົບ ມີຄວາມພ້ອມທີ່ຈະໃຫ້ການຊ່ວຍເຫຼືອລາວ ຍົກສູງຄວາມສາມາດຂອງຊັບພະຍາກອນມະນຸດ ເຊື່ອມໂຍງເຂົ້າສູ່ເສດຖະກິດພາກພື້ນ ແລະ ສາກົນ.

ແຕ່ປີ 2004 ເປັນຕົ້ນມາ ອີຢູໄດ້ສະໜອງທຶນການສຶກສາຈໍານວນຫຼາຍກວ່າ 250 ທຶນໃຫ້ແກ່ນັກສຶກສາລາວເພື່ອສືບຕໍ່ການສຶກສາໃນລະດັບຕ່າງໆເຊັ່ນ: ການເຝິກອົບຮົມວິຊາສະເພາະ, ປະລິນຍາຕີ, ໂທ ແລະ ເອກ ໃນປະເທດຕ່າງໆທີ່ເປັນສະມາຊິກອີຢູ, ປະເທດສະມາຊິກອີຢູມີ: ສະທາລະນະລັດເຊັກ, ຝຣັ່ງ, ເຢຍລະມັນ, ຮົງກາລີ, ລຸກຊໍາບວກ ແລະ ອັງກິດ ກໍໄດ້ສະໜອງທຶນການສຶກສາແກ່ລາວຢ່າງສະເໝີມາ.

15045464_1832893870286927_1605954407_o  15102144_1832894053620242_2062040374_o  15051939_1832894073620240_1589632124_o

15102210_1832893853620262_1418965534_o  15065152_1832893746953606_985448082_o   15060447_1832894056953575_1054782252_o

ແບ່ງປັນ