Breaking News

ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ!!

ແບ່ງປັນ

ວິທີເຮັດໃຫ້ໜ້າຂາວໃສແບບສາວເກົາຫລີ

ວິທີເຮັດໃຫ້ໜ້າຂາວຄືສາວເກົາຫລີທີ່ເບິ່ງແນວໃດກໍ່ໜ້າຮັກສົດໃສ ມື້ນີ້ເຮົາມີວິທີໃນການເບິ່ງແຍງຜິວໜ້າຂອງທ່ານໃຫ້ຂາວ ແລະ ງາມຄືກັບສາວເກົາຫລີມາຝາກ ເຊິ່ງວິທີເຮັດໃຫ້ໜ້າຂາວນັ້ນບໍ່ຍາກ ຖ້າໃຜຍາກມີໜ້າຂາວໃສ ນັ້ນມາເບິ່ງວິທີກັນເລີຍ.

  1. ວິທີເຮັດໃຫ້ໜ້າໃສໂດຍການນອນຫຼັບພັກຜ່ອນໃຫ້ພຽງພໍ.

ຢ່າງນ້ອຍມື້ລະ 8 ຊົ່ວໂມງ ເພາະໃນຊ່ວງເວລາພັກຜ່ອນເປັນຊ່ວງທີ່ຮ່າງກາຍສ້ອມແປງພາກສ່ວນທີ່ຊຸດໂຊມໂດຍສະເພາະຊ່ວງເວລາ 11 ໂມງກາງຄືນຫາ 4 ໂມງເຊົ້າຈະເປັນເວລາຂອງຜິວພັນຢ່າງແທ້ຈິງ.

  1. ວິທີເຮັດໃຫ້ໜ້າໃສ ໂດຍການຮັບປະທານຜັກໝາກໄມ້ສົດທີ່ຫຼາກຫຼາຍ.

ໂດຍສະເພາະໃນກຸ່ມທີ່ອຸດົມໄປດ້ວຍໄຟເບີ ເພາະບໍ່ພຽງແຕ່ໄດ້ຮັບວິຕາມິນທີ່ຈໍາເປັນຕໍ່ຜິວພັນແລ້ວຍັງຊ່ວຍໃຫ້ລະບົບການຂັບຖ່າຍເປັນປົກກະຕິ ແຕ່ຖ້າເປັນຜັກ, ໝາກໄມ້ທີ່ມີວິຕາມິນເອ, ວິຕາມິນຊີ, ວິຕາມິນອີ ແລະ ແຄໂລທີນຍິ່ງຈະຊ່ວຍສົ່ງເສີມການເບິ່ງແຍງຜິວພັນ, ປົກປ້ອງຜິວພັນຈາກອະນຸມູນອິດສະລະໄດ້ອີກດ້ວຍ.

  1. ວິທີເຮັດໃຫ້ໜ້າໃສ ໂດຍການດື່ມນໍ້າມື້ລະປະມານ 1.5-2 ລິດ.

ເພື່ອເປັນການລ້າງຂອງເສຍອອກຈາກພາຍໃນ ເພື່ອຜິວພັນຂາວໃສສູ່ພາຍນອກເຊິ່ງວິທີດື່ມນໍ້າທີ່ຖືກວິທີເຮົາຕ້ອງຈິບເລື່ອຍໆບໍ່ແມ່ນຈະດື່ມເທື່ອລະຈອກໃຫຍ່ໆ ແລະ ບໍ່ຄວນດື່ມນໍ້າສະເພາະເວລາທີ່ຮູ້ສຶກຢາກດື່ມເທົ່ານັ້ນ ໂດຍສະເພາະຜູ້ທີ່ເຮັດວຽກໃນຫ້ອງແອ ເພາະຜິວພັນຈະເສຍນໍ້າ ແລະ ຄວາມຊຸ່ມໄປໂດຍບໍ່ຮູ້ຕົວ.

  1. ວິທີເຮັດໃຫ້ໜ້າໃສ ໂດຍຫຼີກລ້ຽງແສງແດດ ແລະ ໃຊ້ຄີມກັນແດດເປັນປະຈໍາ.

ການໃຊ້ຄີມກັນແດດທີ່ດີບໍ່ຈໍາເປັນຕ້ອງເລືອກຄີມກັນແດດທີ່ມີຄ່າ SPF ສູງຈົນເກີນໄປເພາະຖ້າ SPF ສູງສານເຄມີກໍ່ຫຼາຍ ຄ່າ SPF ທີ່ແນະນໍາຄວນຢູ່ລະຫວ່າງ SPF15-SPF40 ແລະ ຖ້າເປັນຄົນທີ່ເຫື່ອອອກງ່າຍສານກັນແດດເຫຼົ່ານີ້ກໍ່ອອກໄປພ້ອມກັບເຫື່ອ ການທາຊໍ້າໜ້າຈະເປັນວິທີທີ່ໄດ້ຜົນຫຼາຍກວ່າ ແລະ ສິ່ງສໍາຄັນທີ່ຫ້າມລືມເດັດຂາດຄືຄີມກັນແດດທີ່ເລືອກໃຊ້ຄວນມີຄ່າ PA ດ້ວຍທຸກເທື່ອ ໂດຍສະເພາະ PA+++ ຈະດີທີ່ສຸດເພາະສາມາດປ້ອງກັນລັງສີ UVA ໄດ້ຫຼາຍກວ່າ 8 ເທົ່າແບບນີ້ຜິວພັນກໍ່ຈະງາມຂາວສູ້ແດດໄດ້ສະບາຍໆ.

 

ແບ່ງປັນ