Breaking News

ລູກນໍ້າ ທິດາລັດ ກັບມາແລ້ວຫຼັງຈາກໄປປະຕິບັດທຳ ພ້ອມຫອບຂອງຂວັນອວຍພອນປີໃໝ່!!!

ແບ່ງປັນ

ລູກນໍ້າ ທິດາລັດ ວົງສິຣິ ນັກສະແດງສາວຊື່ດັງ ກັບມາແລ້ວຫຼັງຈາກໂພສປະກາດທາງເຟສບຸກສ່ວນຕົວວ່ານາງຈະເດີນທາງໄປປະຕິບັດທຳ ຕັ້ງແຕ່ວັນທີ 27 ທັນວາ 2017  ແລະ ງົດສື່ໂຊຊ່ຽວທຸກຊ່ອງ ເປັນເວລາ 10 ມື້ ເພື່ອຖືສິນ 8, ຫຼ້າສຸດ ລູກນໍ້າ ທິດາລັດ ນາງກັບມາແລ້ວ ພ້ອມໂພສທຳນອງ ເອົາບຸນມາຝາກມາຕ້ອນທຸກໆຄົນ ແລະ ຍັງເດີນສາຍຫອບຂອງຂວັນອວຍພອນປີໃໝ່ແກ່ຜູ້ໃຫ່ຍໃນວົງການ ທີ່ໃຫ້ການສະໜັບສະໜູນນາງ.

ເອົ້າໆ… ສາວ ລູກນໍ້າ ທິດາລັດ ໜ້າຮັກ ໃຈບຸນ ແຖມກະຕັນຍູແບບນີ້ ບໍ່ໃຫ້ຜູ້ໃຫ່ຍ ແລະ ແຟນໆຮັກໄດ້ແນວໃດວ່າບໍ່? (ອິອິ) 

#ໜ້າຮັກປານນີ້ແຊຣໄປເປັນກຳລັງໃຈໃຫ້ສາວລູກນໍ້າແດ່ໄວໆ

ຮູບພາບ: Louknum Vongsili

 

ແບ່ງປັນ