Breaking News

ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!!

ແບ່ງປັນ

ຄໍລໍາ: Specail Scoop ມາຮູ້ຈັກກັບ!!! ນັກກິລາເພາະກາຍຍິງລຸ້ນບຸກເບີກ ທີ່ໄປສ້າງຊື່ສຽງໃຫ້ກັບປະເທດເຮົາ!!!

ກິລາເພາະກາຍ ເປັນກິລາຊະນິດໜຶ່ງທີ່ນັກກິລາຕ້ອງແຂ່ງຂັນກັນພັດທະນາກ້າມເນື້ອ ດ້ວຍການອອກກຳລັງກາຍ ເພີ່ມປະລິມານອາຫານ ແລະການພັກຜ່ອນ ເຊິ່ງກວ່າຈະໄດ້ກ້າມເນື້ອງາມໆ ໄປຢືນອວດຄະນະກຳມະການເທິງເວທີໄດ້ນັ້ນ ຕ້ອງອາໄສວິໄນ ຄວາມອົດທົນ ແລະພະຍາຍາມຢ່າງໜັກໜ່ວງ ໂດຍສະເພາະ ເມື່ອນັກເພາະກາຍນັ້ນ ແມ່ນແມ່ຍິງລາວແລ້ວ ໂອ້ ຍິ່ງບໍ່ທຳມະດາເລີຍແມ່ນບໍ່?? ສະນັ້ນ ສໍາລັບຄໍລໍ່າພິເສດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເຮົາກໍຈະມາແນະນຳສາວໆຂວັນໃຈໃຫ້ຮູ້ຈັກກັບ 3 ສາວນັກກິລາເພາະກາຍຍິງລຸ້ນທຳອິດຂອງລາວ ທີ່ໄປສອຍລາງວັນເພາະກາຍຢູ່ເວທີຕ່າງຊາດມາແລ້ວ!!!

ທິບພາວັນ ເພັງສະຫວັນ (Trainer Feuang) ສາວໜ້າຫວານ ທີ່ມາພ້ອມກັບຫຸ່ນແໜ້ນໆ ທີ່ສາມາດເອົາຊະນະໃຈຕົວເອງຍ້ອນຄວາມບໍ່ມັກການປະກວດ ຫັນມາປະກວດຍ້ອນຄວາມມັກໃນການອອກກໍາລັງກາຍ ຈົນກ້າທີ່ຈະກ້າວຂຶ້ນເວທີການປະກວດມາແລ້ວຫຼາຍເວທີ ຍ້ອນຄະຕິປະຈໍາໃຈທີ່ວ່າ “ຖ້າເຈົ້າກ້າອອກຈາກຄວາມຢ້ານ … ເຈົ້າຈະພົບກັບໂລກໃໝ່ທີ່ດີກວ່າ”

ກິນນາລອນ ນັນທິລາດ (Trainer Tom) ສາວຮ່າງນ້ອຍແຕ່ບໍ່ທໍາມະດາ ເພາະນາງເປັນແມ່ຍິງຄົນທຳອິດ ທີ່ຄວ້າຕຳແໜ່ງຊະນະເລີດ ໃນງານມິສເຕີລາວ 2017 (Mr. Lao 2017) ແລະຜ່ານເວທີການປະກວດອີກຫຼາຍເວທີທັງໃນ ແລະຕ່າງປະເທດ ມາພ້ອມກັບຂໍ້ຄິດດີໆທີ່ວ່າ “ຫາກບໍ່ເບິ່ງແຍງຕົວເອງດົນໄປຈະກາຍເປັນປົມດ້ອຍໃຫ້ແມ່ຍິງບໍ່ໝັ້ນໃຈ

ກຽງຄຳ ແສງຄຳຍອງ (Trainer Nounou) ແມ່ລູກ 3 ທີ່ມາພ້ອມກັບຮູບຮ່າງອັນ Sexy ຫຼັງຈາກທີ່ຜ່ານວິກິດການຫຼຸດນໍ້າໜັກດ້ວຍຄວາມຕັ້ງໃຈຢາກຈະມີຫຸ່ນທີ່ສວຍງາມ, ໃສ່ຫຍັງກໍໝັ້ນໃຈ ຈົນກ້າວຂຶ້ນສູ່ການເປັນ Trainer ມືອາຊີບ ແລະເປັນນັກກິລາເພາະກາຍຍິງລຸ້ນບຸກເບີກທີ່ກ້າວຂຶ້ນສູ່ເວທີພ້ອມກັບຄໍາວິພາກວິຈານເລື່ອງການແຕ່ງໂຕ ຈົນນາງຢາກຝາກບອກທຸກຄົນຜ່ານວາລະສານຂວັນໃຈວ່າ “ການນຸ່ງຊຸດທີ່ປົກປິດໜ້ອຍເຂົ້າປະກວດ ກໍເພື່ອໃຫ້ກໍາມະການເຫັນຄວາມງົດງາມຂອງຮ່າງກາຍ ແລະກ້າມເນື້ອ”

ວ້າວ!!! ເລີດຮ້າຍທັງ 3 ສາວເລີຍ ແຕ່ອັນນີ້ກໍເປັນພຽງການເອີ້ນນໍ້າຍ່ອຍເທົ່ານັ້ນ ເພາະຂໍ້ຄິດດີໆຂອງທັງ 3 ສາວນັກກິລາຍັງບໍ່ໝົດພຽງເທົ່ານີ້ ຖ້າໃຜຢາກອ່ານແບບເຕັມໆ ແມ່ນສາມາດຊອກອ່ານໄດ້ ໃນວາລະສານ ຂັວນໃຈ ສະບັບເດືອນ ທັນວາ ຕາມ U Express M Point Mart ແລະ Jeffy Mart ທຸກສາຂາ.

 

 

ແບ່ງປັນ