Breaking News

“Dynamic” ວົງດົນຕີນ້ອງໃໝ່ ປະກວດຊະນະມາໄດ້ຍ້ອນຄວາມສາມາດລ້ວນໆ!!!

ແບ່ງປັນ

ສະດຸດຫູສະດຸດຕາ… ມີຄວາມຢາກນຳສະເໜີໃຫ້ຮູ້ຈັກກັບ 5 ໜຸ່ມສຸດເຈົ້າຊູ້ ຈາກວົງດົນຕີ “ໄດນາມິກ” (Dynamic Band) ເປັນວົງດົນຕີທີ່ໄດ້ຮັບລາງວັນຊະນະເລີດຈາກໂຄງການປະກວດວົງດົນຕີເບຍລາວ ຄັ້ງທີ 2 (Beerlao Band Challenge Season 2) ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ 2017 ທີ່ຜ່ານມາ ແລະ ນີ້ແມ່ນຄັ້ງທໍາອິດທີ່ໜຸ່ມໆທັງ 5 ຄົນ ໄດ້ແກ່: ທ້າວສິດທິພອນ ແກ່ນບັນດິດ (ອ້າຍ) ມືເບດ, ​ທ້າວສິດທິເດດ ປະໄພຊາດ (ຕ້າ) ນັກຮ້ອງນຳ, ທ້າວຖະໜອມສັກ ພູວົງຄຳຈັນ (ຕ່າ) ມືກີຕ້າຂອດ, ທ້າວສຸວິໄຂ ແສງອາລຸນ (ອ໊ອດ) ມືກອງ ແລະ ທ້າວປັນຍາ ດວງບຸດດີ (ເອັ້ນ) ມືກີຕ້າໂຊໂລ້ ຈະມາເປີດໃຈເລົ່າຄວາມເປັນມາ ໃຫ້ສາວໆຂວັນໃຈໄດ້ຮູ້ກ່ອນໃຜ ຖ້າບໍ່ຢາກຕົກຂ່າວ ຕົກກະແສບັນເທີງບ້ານເຮົາ ກໍໄປຮູ້ຈັກພວກເຂົາພ້ອມໆກັນເລີຍ

  • ທຸກຄົນມີຄວາມຝັນດຽວກັນ.

ຄົນເຮົາເກີດມາຕ້ອງມີຄວາມໃຝ່ຝັນ ເພາະການມີຄວາມຝັນ ຈະເຮັດໃຫ້ເຮົາມີແຮງບັນດານໃຈ ກະຕືລືລົ້ນ ໃນການລົງມືເຮັດສິ່ງຕ່າງໆ ຄວາມຝັນຍັງຊ່ວຍຊີ້ທິດບອກທາງໃຫ້ເຮົາຮູ້ວ່າ ເຮົາຄວນຍ່າງໄປທາງໃດ ຄວນວາງແຜນແນວໃດ ສ້າງທັກສະ ພັດທະນາຕົນເອງແນວໃດ ຈຶ່ງຈະໄປເຖິງຈຸດນັ້ນໄດ້ ຍິ່ງຖ້າເຮົາໄດ້ຢູ່ທ່າມກາງກຸ່ມຄົນ ທີ່ມີຄວາມໃຝ່ຝັນອັນດຽວກັນ ຍິ່ງໂຊກດີທີ່ສຸດ ເພາະເຮົາຈະມີແຮງບັນດານໃຈ ແລະພະລັງແບບທະວີຄູນ ທີ່ຈະໄຂວ່ຄວ້າເອົາຝັນນັ້ນ ເຊັ່ນດຽວກັບວົງໄດນາມິກ (Dynamic) ທີ່ພວກເຂົາມີຄວາມຝັນດຽວກັນ ຢາກສ້າງຄວາມສຸກໃຫ້ກັບຜູ້ຊົມ ຢາກຢູ່ເທິງເວທີໃຫຍ່ໆທ່າມກາງສຽງເຊຍ ຢາກມີຜົນງານເພງເປັນຂອງຕົນເອງ ຢາກເປັນວົງທີ່ມີຊື່ສຽງໂດ່ງດັງ ໂດຍມີສິລະປິນລຸ້ນອ້າຍເປັນແບບຢ່າງ ແຕ່ຝັນຢ່າງດຽວຄົງຈະໄປບໍ່ຮອດໃສແນ່ນອນ ຕ້ອງຄວບຄູ່ໄປກັບການລົງມືກະທຳໄປພ້ອມໆກັນ

  • ຢ່ານັ່ງຄອງຄອຍໃຫ້ໂອກາດແລ່ນມາຫາ

ເປັນຫຍັງຈຶ່ງວ່າຢ່ານັ່ງຄອງຄອຍໂອກາດແລ່ນມາຫາ ແຕ່ເຮົາຕ້ອງຊອກຫາໂອກາດເອົາເອງ ເພາະກ່ອນທີ່ວົງ Dynamic ຈະມາຢູ່ຈຸດທີ່ຄວາມຝັນເປັນຈິງໄດ້ ພວກເຂົາບອກວ່າ ບໍ່ເຄີຍນັ່ງຄອງຄອຍໃຫ້ໂອກາດແລ່ນມາຫາເດີ້ ແຕ່ພວກເຂົາຕ້ອງກຽມຄວາມພ້ອມ ແລະຊອກຫາໂອກາດຢູ່ຕະຫຼອດເວລາ ບໍ່ວ່າຈະເປັນເວທີປະກວດວົງດົນຕີໃດຢູ່ລາວ ແນ່ນອນວ່າ ໜຶ່ງໃນນັ້ນຕ້ອງເຫັນໜ້າວົງໄດນາມິກ (Dynamic) ຢ່າງແນ່ນອນ ເວົ້າໄດ້ວ່າ ເຂົ້າປະກວດຈົນກວ່າຈະໄດ້ທີໜຶ່ງ ປະກວດຈົນກຳມະການຈື່ໜ້າພຸ້ນແຫຼະ ຈົນບາງງານ ມີຫາງສຽງຈາກກໍາມະການ ແລະນັກດົນຕີດ້ວຍກັນວ່າ: “ວົງນີ້ມາອີກລະ ບໍ່ປ່ອຍໂອກາດໃຫ້ວົງອື່ນແດ່ຫວາ” ແຕ່ພວກເຂົາພັດຄິດວ່າ “ແລ້ວຈະປ່ອຍໃຫ້ວົງອື່ນໄດ້ແນວໃດ ໃນເມື່ອວົງໄດນາມິກ ເອງກໍຍັງບໍ່ທັນໄດ້ໂອກາດນັ້ນເລີຍ” 555 ສະຫຼຸບວ່າ ເຖິງຄົນອື່ນຈະເວົ້າ ຫຼືຈະເບິ່ງພວກເຂົາແບບໃດກໍຕາມ ແຕ່ໜຸ່ມໆວົງນີ້ກໍບໍ່ໃສ່ໃຈ ແລະ ບໍ່ທໍ້ຖອຍທີ່ຈະໄຂວ່ຄວ້າຄວາມຝັນ ເພາະຍິ່ງເຂົ້າປະກວດ ຍິ່ງໄດ້ຟັງຄຳຕິຊົມຈາກກຳມະການ ໄດ້ຟັງຫາງສຽງຈາກມວນຊົນ ຍິ່ງຊ່ວຍໃຫ້ເຂົາເຈົ້າຮູ້ທິດທາງໃນການປັບປຸງ ແລະພັດທະນາຕົນເອງ ຈົນໃນທີ່ສຸດວົງໄດນາມິກ ກໍສາມາດໄປເຖິງເປົ້າໝາຍທີ່ໄດ້ຕັ້ງໄວ້ ໄດ້ເປັນວົງດົນທີ ອັນດັບ 1 ໄດ້ລາງວັນຊະນະເລີດຈາກໂຄງການ

ຂອບໃຈບໍລິສັດເບຍລາວ ທີ່ຈັດໂຄງການດີໆນີ້ຂຶ້ນມາ

ໄດນາມິກ ຈຶ່ງເປັນອີກວົງດົນຕີໜຶ່ງທີ່ເປັນຕົວແທນຂອງໄວໜຸ່ມລາວ ທີ່ສາມາດເປັນຕົວແບບໃຫ້ກັບໄວໜຸ່ມອື່ນໆ ທີ່ມັກຮັກໃນສຽງເພງ ແລະການຫຼິ້ນດົນຕີ ແຕ່ຄວາມຝັນຂອງເຂົາເຈົ້າຈະເປັນຈິງຂຶ້ນມາບໍ່ໄດ້ເລີຍ ຖ້າເບຍລາວ ບໍ່ຈັດໂຄງການດີໆນີ້ຂຶ້ນມາ ເພື່ອເປີດໂອກາດໃຫ້ນັກຝັນທັງຫຼາຍ ມີເວທີສະແດງຄວາມສາມາດ ມີເປົ້າໝາຍທີ່ໃຫຍ່ຂຶ້ນໄປ ສະນັ້ນ ໜຸ່ມໆວົງໄດນາມິກ ຈຶ່ງຝາກຂອບໃຈ ແລະຮູ້ບຸນຄຸນບໍລິສັດເບຍລາວ ທີ່ເຮັດໃຫ້ເຂົາເຈົ້າ ແລະໄວໜຸ່ມລາວໄດ້ມີໂອກາດ ປ່ຽນຄວາມຝັນ ໃຫ້ກາຍມາເປັນເປົ້າໝາຍທີ່ຕ້ອງກ້າວໄປພິຊິດ ໄດ້ປຸກໄຟຂອງຕົນເອງຂຶ້ນມາເພື່ອແຂ່ງຂັນ ພິສູດຄວາມສາມາດໃຫ້ສັງຄົມໄດ້ເຫັນ ຢ່າງໜ້ອຍກໍຮູ້ວ່າເຮົາຫຼິ້ນດົນຕີໄປເພື່ອຫຍັງ ພວກເຮົາຂໍຂອບໃຈ ແລະພາກພູມໃຈຫຼາຍໆ (ຍິ້ມ)

  • ຝາກທ້າຍ.

ໜຸ່ມໆວົງໄດນາມິກ ຂໍຝາກເຖິງນ້ອງໆລຸ້ນໃໝ່ທີ່ມີວົງແລ້ວວ່າ “ຖ້າຢາກໄປເຖິງເສັ້ນໄຊ ຫຼື ເປົ້າໝາຍທີ່ຕັ້ງໄວ້ ສິ່ງສໍາຄັນເລີຍຄືຢ່າທໍ້ຖອຍ ກັບອຸປະສັກທີ່ເຂົ້າມາ ແຕ່ໃຫ້ຖືວ່າເປັນໂອກາດໃນການພັດທະນາຕົນເອງ ພະຍາຍາມເຝິກຊ້ອມໃຫ້ຫຼາຍ ເວລາໄປປະກວດກໍພະຍາຍາມເຮັດໃຫ້ວົງຂອງເຮົາໂດດເດັ່ນ ເປັນທີ່ຈັບຕາຂອງຄະນະກໍາມະການ ແລະ ຄົນມາເຊຍ ມີເວທີປະກວດວົງດົນຕີຢູ່ໃສໃຫ້ສະໝັກໂລດ ເຖິງແມ່ນວ່າເຮົາຈະຊະນະ ຫຼື ບໍ່ນັ້ນມັນບໍ່ສໍາຄັນ ເພາະມັນຈະເປັນປະສົບການທີ່ດີໃຫ້ແກ່ເຮົາ”

Page: Dynamic Band

ແບ່ງປັນ