Breaking News

ໂດດເດັ່ນ! ຕຸກຕາ ເພັດມະນີ ສາວລາວໜ້າລຸກອິນເຕີ ເປັນທັງນາງແບບ ແລະ ສາວທະນາຄານ!!!

ແບ່ງປັນ

ວ້າວວວໆໆໆ!!! ມາຮູ້ຈັກກັບອີກໜຶ່ງສາວໝັ້ນ ຕຸກຕາ ເພັດມະນີ ນາງແບບ-ສາວທະນາຄານ ຜູ້ມີສະຕາຍບໍ່ຄືໃຜ ມີຄວາມໂດດເດັ່ນ ສາວລາວຜູ້ທີ່ມີລຸກອິນເຕີ ພໍດີເຈິໂຕເປັນໆຂອງນາງ ຊະນີIndy ເລີຍບໍ່ພາດທີ່ຈະດຶງໂຕເພິ່ນມາສຳພາດ ອັບເດດ ແລະ ຖາມເຖິງເລື່ອງສະຖານະຫົວໃຈຂອງນາງມາຝາກແຟນໆ, ລອງມາຮູ້ຈັກກັບສາວ ຕຸກຕາ ເພັດມະນີ ຄົນນີ້ລອງເບິ່ງເນາະ!!!

ສະບາຍດີ!!! ສາວຄົນງາມຊ່ວຍແນະນຳຕົວເອງໃຫ້ຮູ້ຈັກແດ່…

ສະບາຍດີ … ນ້ອງມີຊື່ວ່່າ ເພັດມະນີ ພິລາຄົງ (ຕຸກຕາ) ອາຍຸ 21 ປີ ປັດຈຸບັນກຳລັງເຮັດວຽກຢູ່ທີ່ທະນາຄານຮ່ວມພັດທະນາລາວ (JDB) ກ່ອນໜ້ານີ້ຕຸກຕາຮຽນຈົບ ສະຖາບັນເສດຖະກິດການເງິນ ດົງຄໍາຊ້າງ ໄລຍະທີ່ເຮົາຮຽນແມ່ນ 2 ປີຈົບຊັ້ນສູງ ແລະ ກຳລັງຈະຮຽນຕໍ່ລະດັບປະລິນຍາຕີ (ຍິ້ມ) ຍິນດີທີ່ໄດ້ຮູ້ຈັກແຟນໆ ຂວັນໃຈ ໝົດທຸກຄົນເລີຍເດີ້ (ຍິ້ມຫວານ)

ຜ່ານມາມີຜົນງານຫຍັງແດ່ນໍ

ກ່ອນໜ້ານີ້ເຄີຍເປັນຜູ້ເຂົ້າປະກວດໃນງານ ລາວຊຸບເປີໂມເດວ 2014 ແລະໄດ້ຮັບຕຳແໜ່ງ ຂວັນໃຈຊ່າງພາບ, ແລະເຂົ້າປະກວດໃນງານ Miss Laos 2015 ເຊິ່ງຕອນນັ້ນໄດ້ຕຳແໜ່ງ ຮອງອັນດັບທີ 3

ປະກວດນາງແບບ ແລ້ວຍັງໄປປະກວດນາງງາມ ແປວ່າເປັນ ສາຍປະກວດຕົວຈິງສຽງຈິງແມ່ນບໍ່ນິ

ຕອນທຳອິດ ຕຸກຕາ ມັກສາຍນາງງາມ ມັກສາຍ Miss Laos ຫຼາຍກວ່າ ແຕ່ວ່າ ເມື່ອມີໂອກາດໄດ້ໄປລອງເດີນແບບ ຍ້ອນມີຜູ້ໃຫຍ່ເພິ່ນເຫັນເຮົາຂາຍາວ ເລີຍແນະນຳໃຫ້ລອງເດີນແບບເບິ່ງ ແລະໃນເວລາທີ່ຕຸກຕາເດີນແບບຈະຮູ້ສຶກດູດີກວ່າ (ຍິ້ມ) ກະເລີຍລອງໄປປະກວດເວທີນາງແບບລອງເບິ່ງ ແລະລອງໄດ້ມາເດີນແລ້ວກໍຮູ້ສຶກວ່າ ຕຸກຕາ ມັກເດີນແບບຫຼາຍກວ່າ

ໃນສ່ວນຕົວແລ້ວມັກວຽກດ້ານວົງການບັນເທີງບໍ່?

ມັກຫຼາຍ ໂດຍສະເພາະມັກການເດີນແບບ ມັກສຸດໃຈ ງານຫຍັງເຮົາກໍສູ້ຕາຍ ງານໄດ້ເງິນບໍ່ໄດ້ເງິນເຮົາໄປໝົດບໍ່ເຄີຍປະຕິເສດ (555) ເປັນຄົນທີ່ມັກເດີນແບບຫຼາຍ ໂດຍສ່ວນຕົວ ຕຸກຕາ ເປັນຄົນທີ່ມີນິດໄສຄິດຫຼາຍ ແຕ່ຖ້າໄດ້ມາເດີນແບບຈະຮູ້ສຶກວ່າເຮົາມີພະລັງ ໄດ້ເປັນຕົວຂອງຕົນເອງ ສະນັ້ນ ທຸກງານເຮົາຈະໃສ່ຈົນໄປສຸດຄວາມສາມາດໂດຍບໍ່ຮູ້ຈັກອິດເມື່ອຍ ເຕັມທີ່ກັບມັນສຸດໆ ແລະມີຄວາມສຸກຫຼາຍທີ່ໄດ້ເດີນແບບຢູ່ເທິງເວທີ

ຖາມເຖິງສະຖານະຫົວໃຈກັນແດ່…

ໂສດຢູ່ເດີ້ ຕຸກຕາ ຍັງໂສດ 100% (ຍິ້ມຫວານ) ແບບວ່າ ຍັງບໍ່ເຈິໃຜທີ່ຖືກໃຈເທື່ອ ບໍ່ແມ່ນເລືອກຫຼາຍໃດ ແຕ່ຍັງບໍ່ເຈິຄົນທີ່ແມ່ນຫັ້ນນ່າ ສ່ວນໜຸ່ມໃນຝັນ ຕຸກຕາ ຂໍແບບໃດກະໄດ້ ແຕ່ຢູ່ນຳແລ້ວມີຄວາມສຸກ ແຕ່ຖ້າໄດ້ແບບ ສູງ ຂາວກໍດີ (555) ໜ້າຕານິປານກາງກໍໄດ້ ບໍ່ຕ້ອງເຈົ້າຊູ້ຫຼາຍ ແລະສຳຄັນຕ້ອງມີນິດໃສເຂົ້າກັບເຮົາ ແລະເຂົ້າກັບຄົນອ້ອມຕົວ ຄອບຄົວ ໝູ່ຄູ່ເຮົາໄດ້ງ່າຍ (ຍິ້ມ)

ອະນາຄົດຕໍ່ຈາກນີ້ໄດ້ວາງແຜນຫຍັງໄວ້ແດ່ບໍ່?

ຕອນນີ້ ຕຸກຕາ ມີຄວາມຝັນໜຶ່ງ ທີ່ຍັງເຮັດບໍ່ທັນສຳເລັດເທື່ອ ຄືຢາກເປັນສາວແອ ເພາະຕອນຍັງນ້ອຍ ຕຸກຕາ ເປັນຄົນຂີ້ດື້ແບບສຸດໆ ຢາກເຮັດ ຢາກເປັນໃນທຸກສິ່ງທີ່ເຮົາມັກ ແບບວ່າຄວາມຝັນເຮົາມັນກໍປ່ຽນແປງໄປເລື້ອຍໆ ຕາມແຕ່ລະອາຍຸແລະຄວາມຮັບຮູ້ເຊັ່ນ ຕອນຍັງນ້ອຍເຄີຍຢາກເປັນແພດແບບແມ່ ຄືມີແມ່ເປັນ Idol ເລີຍໃນຕອນນັ້ນ ເພາະໄດ້ເຫັນເພິ່ນເບິ່ງແຍງຄົນໃນຄອບຄົວ ແລະຄົນອື່ນໆໄດ້ ກໍເລີຍໃຝ່ຝັນຢາກເປັນແບບເພິ່ນ ແຕ່ພໍໃຫ່ຍຂຶ້ນມາອີກ ເຮົາກໍໄດ້ເຫັນໄດ້ຮູ້ຈັກກັບອີກຫຼາຍໆອາຊີບ ແລະອາຊີບທີ່ເຮົາໃຝ່ຝັນກໍຢາກເປັນຕອນນີ້ກໍແມ່ນ ສາວແອໂຮສເຕສ ນິແຫຼະ ເພາະ ຕຸກຕາ ຄິດວ່າການເປັນສາວແອ ມັນກໍຄືການເຮັດວຽກບໍລິການ ແຕ່ມັນຈະໄດ້ບໍລິການຄົນຢູ່ເທິງຍົນ ແລະ ຍັງເປັນວຽກທີ່ຕ້ອງມີຄວາມອົດທົນສູງ ເຖິງມັນຈະມີຄວາມສ່ຽງ ເພາະດຽວນີ້ກໍມີຂ່າວຍົນຕົກເລື້ອຍໆ ແຕ່ ຕຸກຕາ ເອງກໍຍັງຢາກລອງເຮັດຢູ່ ແລະທີ່ສຳຄັນແມ່ນໄດ້ໄປທ່ຽວຕະຫຼອດ ແຖມເງິນເດືອນກໍສູງ ຕອນນີ້ ຕຸກຕາ ກໍກຳລັງວາງແຜນວ່າຈະເຮັດໃຫ້ເປັນຄວາມຈິງໄດ້ແນວໃດ ແຟນໆຂວັນໃຈຊ່ວຍເປັນກຳລັງໃຈໃຫ້ຕຸກຕາແດ່ເດີ້ (ໂອ້ຍ…ໜ້າຮັກປານນີ້ ທີມງານເຮົາຂໍເຊີຍສຸດໃຈ ສູ້ໆເດີ້ ຕຸກຕາ)ໍ

ຕຸກຕາ ຊ່ວຍຝາກທ້າຍຫາແຟນໆ ຂວັນໃຈແດ່ …

ຕຸກຕາ ຂໍຂອບໃຈຜູ້ໃຫຍ່ຫຼາຍໆທ່ານ ທີ່ໃຫ້ໂອກາດເດັກນ້ອຍຄົນນີ້ໄດ້ເຮັດຕາມຄວາມໃຝ່ຝັນ ໄດ້ເດີນທາງສາຍວົງການບັນເທີງສົມໃຈ ແລະ ສຳລັບໝູ່ເພື່ອນຄົນໃດ ທີ່ຢາກເປັນສາວທະນາຄານຄືກັບ ຕຸກຕາ ກໍບໍ່ຕ້ອງຖິ້ມຄວາມຝັນເດີ້ ຂໍໃຫ້ລອງກ່ອນ ໝັ້ນໃຈຕົວເອງເຂົ້າໄວ້ ເພາະການທີ່ເຮົາໄດ້ລອງເຮັດໃນສິ່ງທີ່ເຮົາມັກ ແລະຍັງມີຄວາມສຸກໄປພ້ອມໆກັນ ມັນເປັນຫຍັງທີ່ດີຫຼາຍ…!!!

FB: Tookta Philakhong
ແບ່ງປັນ