Breaking News

ຊຶ້ງນໍ້າຕາຈະໄຫຼ! “ຖ້າອ້າຍຄືນມາ” ນູ່ນີ່-ອ໊ອຟ ສະແດງສົມຈິງ (ມີຄລິບ)

ແບ່ງປັນ

ຊຶ້ງນໍ້າຕາຈະໄຫຼ! ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ຄູ່ຮັກໄອດໍ້ ໄດ້ມີໂອກາດຮ່ວມສະແດງເອັມວີເພງ “ຖ້າອ້າຍຄືນມາ” ເຊິ່ງເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ”, ຂໍບອກເລີຍວ່າທັງ ນູ່ນີ່ ແລະ ອ໊ອຟ ງັດສີມືການສະແດງມາໃຊ້ເຕັມທີ່ ສະແດງໄດ້ອາລົມສົມຈິງສຸດໆ ຈົນເຫຼົ່າແຟນຄລັບພາກັນອອກປາກວ່າທັງ 2 ສະແດງໄດ້ດີ ສົມຈິງຫຼາຍ.

ສຳລັບເພງ “ຖ້າອ້າຍຄືນມາ” ຮ້ອງໂດຍ ນັນ ດາວພະອິນ ເຊິ່ງເປັນເພງທີ່ຮ້ອງໂຕ້ຕອບກັບເພງ “ບໍ່ແມ່ນບໍ່ຮັກ” ຂອງ ແຊ໋ກ ຊຸມພົນ ເຊິ່ງທັງ 2 ເພງດັ່ງກ່າວເປັນເພງປະກອບຮູບເງົາເລື່ອງ “ບຸນເຮັດ ບຸນສ້າງ” ທີ່ ນູ່ນີ່ ກຸມພົນພັກດີ ແລະ ອ໊ອຟ ລາຍພາງ ໄດ້ຮ່ວມສະແດງຮູບເງົາດ້ວຍກັນເປັນຄັ້ງທຳອິດ.

ຄລິບ ແລະ ຮູບພາບ: KEETANAKORN CHANNAL , Yingyot Aoflaiprang Kanjananiyom , กุลธิดา แสนสบาย

ແບ່ງປັນ