Breaking News

Huawei P9 ແລ້ວທ່ານຈະຖືກໃຈ ກ້ອງ Leica

ແບ່ງປັນ

Huawei P9 ໄດ້ເປີດໂຕເປັນທາງການໃນເດືອນເມສາຂອງປີນີ້, ຊຶ່ງເປັນ ສິນຄ້າຫຼັກໂຕໃໝ່ ທີ່ມາແທນ Huawei P8, ບໍລິສັດ Huawei ເປີດເຜີຍວ່າ: Huawei P9 ໄດ້ຖຶກບັນທຶກໄວ້ແລ້ວວ່າ: “ມີຍອດຂາຍທົ່ວໂລກແບບທີ່ບໍ່ທັນ ເຄີຍມີມາກ່ອນ” ແລະຍັງມີການລາຍງານຕື່ມອີກວ່າ: ຍອດການຂົນສົ່ງ ສິນຄ້າມືຖືລຸ້ນ Huawei P9 ໃນເດືອນຕຸລານີ້ ມີຫຼາຍເກີນກວ່າ 9 ລ້ານໜ່ວຍແລ້ວ. ດັ່ງນັ້ນ, ແມ່ນຫຍັງທີ່ເຮັດໃຫ້ Huawei P9 ໂດ່ງດັງ ຂະໜາດນັ້ນ?

ຈາກທາງໃນກ່ອງຈະປະກອບມີ ສະມາດໂຟນ Huawei P9, ປຶ້ມຄູ່ມືການໃຊ້ ງານ, ບັດຮັບປະກັນສິນຄ້າ, ສາຍສາກແບບ USB Type-C, ຫົວປັກສຽບ ສາກໄຟ ແບບວ່ອງໄວ (fast charger) ແລະ ສາຍສຽບຫູຟັງ.

ສະມາດໂຟນ Huawei P9 ນີ້ມີຄວາມບາງເບົາຫຼາຍ, ຊຶ່ງມາພ້ອມກັບການ ອອກແບບຮູບຮ່າງພາຍນອກ ທີ່ລຽບງ່າຍສວຍງາມ ຫຼູຫຼາ ມີລະດັບ, ຂອບໂລຫະຮອບໆຕົວເຄື່ອງໂທລະສັບນັ້ນ ແມ່ນນຳໃຊ້ວັດສະດຸຂອງ ອະລູມິນຽມແບບຂັດມັນ ທີ່ມີຄວາມເງົາງາມ, ເຮັດໃຫ້ ມີຄວາມຮູ້ສຶກສົດຊື່ນ ເວລາສໍາພັດກັບມືເຮົາ.

ຜູ້ໃຊ້ງານບາງຄົນໄດ້ກ່າວວ່າ: “ຄວາມປະທັບໃຈຄັ້ງທຳອິດ ຕໍ່ກັບ Huawei P9 ກໍ່ຄືວ່າ: ມັນມີຄວາມຮູ້ສຶກ ຄ້າຍຄືກັນກັບວ່າມີກ້ອງຖ່າຍຮູບ ແນບມາພ້ອມ ກັບມືຖືເລີຍ”, ພວກເຂົາບອກວ່າມັນແມ່ນ “ກ້ອງໂທລະສັບໃນມືຖື ທີ່ສຸດຍອດທີ່ສຸດ”.

ມັນເປັນຄວາມພາກພູມໃຈຂອງລະບົບກ້ອງຄູ່ (dual-camera) ທີ່ຢູ່ດ້ານຫຼັງ ຂອງເຄື່ອງນີ້, ຊຶ່ງໄດ້ ພັດທະນາອອກແບບຮ່ວມກັນກັບ ບໍລິສັດ Leica, ຊຶ່ງສັນຍາລັກ ‘‘Leica Summarit’’ ທີ່ສະກີນໄວ້ທາງດ້ານຫຼັງຂອງເຄື່ອງນັ້ນ ແມ່ນຊື່ຂອງບໍລິສັດ ທີ່ຜະລິດ ເລນກ້ອງ ແລະ ກ້ອງຖ່າຍຮູບ ທີ່ມີສືສຽງທີ່ສຸດ ຂອງປະເທດເຢຍລະມັນ (German). Leica ເປັນຍີ້ຫໍທີ່ມີຊື່ສຽງມາແຕ່ດົນ ແລ້ວ ສໍາລັບນັກຖ່າຍຮູບແນວຊິວິດຈິງ (street photographers) ມັນຄ້າຍຄືກັນກັບກ້ອງ GoPro ຂອງຊ່າງຖ່າຍຮູບແນວພະຈົນໄພ (adventure photographers).

ທາງດ້ານຫຼັງຂອງ Huawei P9 ມາພ້ອມກັບກ້ອງແບບຄູ່ (Dual Camera) ທີ່ມີຄວາມລະອຽດເຖິງ 12 ລ້ານພິກເຊວ (12MP) ມີເຊັນເຊີ ແລະ ເລັນ F2.2,

ສໍາລັບດ້ານໜ້າຂອງມືຖື ແມ່ນມີກ້ອງໜ້າ ທີ່ມີຄວາມລະອຽດເຖິງ 8 ລ້ານ ພິກເຊວ (8MP) ພ້ອມເລັນ F2.2, ຊື່ງແມ່ນກ້ອງທີ່ໃຊ້ໄວ້ສຳລັບ ຖ່າຍຮູບ ໂຕເອງ (selfies) ແລະ ສົນທະນາແບບເຫັນພາບ (video chats).

ກ້ອງມືຖື Huawei P9 ແມ່ນເປັນກ້ອງທີ່ດີທີ່ສຸດ ໃນລຸ້ນທີ່ເປັນລະບົບ Android. ກ້ອງໂຕນີ້ຈະຖ່າຍພາບຄ້າຍຄື ທຽບເທົ່າກັນກັບກ້ອງ DSLR, ຈະໄດ້ສຳພັດກັບສຸດຍອດຂອງພາບໃນລະດັບ HDR, ນອກຈາກນີ້ ຍັງມີ ເລັນວັດແສງ ISOs ທີ່ມີ ຄຸນນະພາບສູງ ແລະ ຍັງມີຄວາມສາມາດຖ່າຍພາບ ແບບ RAW, ໃນເວລາທີ່ຈະລ້າງຮູບຖ່າຍອອກມາ ມັນຈະຊ່ອຍໃຫ້ຮູບຖ່າຍນັ້ນ ມີຄວາມຄົມຊັດ ສົມຈິງຫຼາຍຂຶ້ນ.

ນອກຈາກນັ້ນແລ້ວ ການປັບປຸງຄວາມສາມາດ ຂອງ Huawei P9 ຍັງມີອີກ ຢ່າງໜຶ່ງ, ນັ້ນກໍ່ຄື: ເເບັດເຕີລີ (battery). Huawei ໄດ້ເພີ້ມແບັດເຕີລີໃຫ້ ໃຊ້ໄດ້ຍາວນານຂຶ້ນກວ່າເກົ່າ, ເໝາະສົມກັບ ຜູ້ທີ່ໃຊ້ງານມືຖືຫຼາຍ, ໂດຍບໍ່ ຈໍາເປັນຕ້ອງສຽບສາຍສາກໄວ້ຕະຫຼອດ. ຊຶ່ງມັນມີລະບົບຈັດການແບັດເຕີລີ ທີ່ສາມາດຈັດການກັບການດູດແບັດຕະລີ ຂອງແອັບ (Apps) ແລະ ການປັບສົມດຸນໃຫ້ເໝາະສົມ ກັບຄວາມຕ້ອງການຂອງແອັບໄດ້ດີ.

P9 ຍັງມາພ້ອມກັບ ສາຍສາກ USB Type-C ແລະ ຫົວສາກຢ່າງໄວ fast-charger. ສາຍສາກນີ້ຈະບໍ່ແມ່ນສາຍສາກລຸ້ນທຳມະດາ USB Micro-B, ຊຶ່ງອາດຈະຫຍຸ້ງຍາກເລັກນ້ອຍ ຖ້າຫາກພວກທ່ານລືມຫົວສາກມັນໄປນຳ, ລະບົບເຊັນເຊີ ສະແກນນິ້ວມືດ້ານຫຼັງ ມີຄວາມເມັ້ນຍ່ຳເຊັດເຈນ ແລະ ມີຄວາມໄວສູງ ເຮັດໃຫ້ເຮົາເພີ້ນເພີນໄປກັບການໃຊ້ງານໃນມືຖື. ລະບົບເຊັນເຊີ ນີ້ຍັງສາມາດເຮັດໜ້າທີ່ ໃນການ ເປັນປຸ່ມຕັ້ງໂປຼແກັມ ທີ່ສາມາດໃຊ້ໃນການສະແດງຜົນໜັາຈໍ ແລະ ປິດການແຈ້ງເຕືອນຕ່າງໆ ໄດ້ດ້ວຍການ ແຕະພຽງຄັ້ງດຽວ. ນອກຈາກນັ້ນແລ້ວ ມັນຍັງສາມາດ ໃຊ້ເປັນປຸ່ມກົດຖ່າຍຮູບ (shutter button) ເພື່ອຄວາມສະດວກໃນການ ໃຊ້ງານໃນການຖ່າຍຮູບໂຕເອງ (selfies).

#ສະເປັກຂອງເຄື່ອງ Huawei P9

  • ລະບົບ OS: Android OS, v6.0 (Marshmallow) with EMUI 4.1
  • Chipset: HiSilicon Kirin 955,
  • CPU: Octa-core 2.5 GHz +1.8 GHz
  • GPU: Mali T880
  • ຄວາມຈຳພາຍໃນເຄື່ອງ: ROM 32 GB, 3 GB RAM; ROM 64 GB, 4 GB RAM
  • ຮອງຮັບ Card slot : Micro SD, up to 128 GB
  • ຂະໜາດ ໜ້າຈໍ : IPS-NEO LCD 5.2 ນິ້ວ, ຄວາມລະອຽດ Full HD 1920 x 1080 ພິກເຊວ, Pixel Density: 423 ppi
  • ການປ້ອງກັນ Protection: Corning Gorilla Glass 4
  • ຂະໜາດເຄື່ອງ: 145 x 70.9 x 6.95 mm
  • ນ້ຳໜັກ: 144 g
  • ຮອງຮັບTechnology: LTE Cat6 300/50 Mbps
  • SIM: Dual SIM (Nano-SIM)
  • ກ້ອງໜ້າ 8 ລ້ານພິກເຊວ f/2.4 (8MP with F/2.4)
  • ກ້ອງຫຼັງ ກ້ອງຄູ່ 12 ລ້ານພິກເຊວ(Dual 12 MP), hybrid focusing system, Leica optics, Dual BSI Sensor.
  • Flash: Dual-LED (dual tone)
  • ຮູຮັບແສງ Aperture f/2.2
  • Focal length 27 mm
  • Video 1080p@60fps, 1080p@30fps, 720p@120fps
  • ຄຸນລັກສະນະພິເສດ ຖ່າຍພາບແບບ Slow-Mo, Pro Mode, HDR, Time-lapse recording, Virtul Aperture Photo, Monochrome Mode, Smart Film Mode, Night shot,
  • ແບັດເຕີລີ battery: Li-Ion 3,000 mAh
  • ຮອງຮັບເຊັນເຊີສະແກນລາຍນິ້ວມື
  • USB Type-C (High Speed USB)
  • ມີລະບົບ NFC
  • ສີ: ສີເງິນ (Mystic Silver), ສີບົວ (Pink), ສີຄຳ (Haze Gold)

 

 

 

ແບ່ງປັນ