Breaking News

ຕ້າ ເອແພັກສ໌ ສິລະປິນລາວຄົນທຳອິດທີ່ຖືກເລືອກໃຫ້ເປັນ Presenter ໃຫ້ກັບ ອົງການ JICA ປະຈຳ ສ.ປ.ປ.ລາວ

ແບ່ງປັນ

ຕ້າ ເອແພັກສ໌ ສິລະປິນນັກຮ້ອງຊື່ດັງ ໄດ້ຮ່ວມເຊັນສັນຍາເປັນ Official Supporter ຫຼື Presenter ໃຫ້ກັບ ອົງການ JICA (Japan International Cooperation Agency) ປະຈຳ ສ.ປ.ປ.ລາວ , ເຊິ່ງຈະໄດ້ເຮັດໜ້າທີ່ເປັນຕົວແທນເຜີຍແຜ່ວຽກງານຂອງອົງການ JICA ປະຈຳປະເທດລາວເປັນໄລຍະເວລາ 1 ປີເຕັມ ທັງເປັນສິລະປິນລາວຄົນທຳອິດ ທີ່ໄດ້ຮັບໜ້າທີ່ອັນຊົງກຽດນີ້.

ນອກຈາກນັ້ນ ຕ້າ ເອແພັກສ໌ ຍັງໄດ້ແຕ່ງເພງໃຫ້ກັບອົງການ JICA ປະຈຳປະເທດລາວນຳດ້ວຍ ເຊິ່ງເພງດັ່ງກ່າວມີຊື່ວ່າ “ຫົວໃຈດຽວກັນ Love is all around” ທີ່ໄດ້ແຕ່ງ ເນື້ອຮ້ອງ ແລະ ທຳນອງ ເອງ, ແລະພິເສດໄປກວ່ານັ້ນ ເພງດັ່ງກ່າວ ເປັນເພງສອງພາສາ ລາວ ແລະ ຍີ່ປຸ່ນ ເຊິ່ງໜຸ່ມຕ້າ ເອແພັກສ໌ ໄດ້ຮ້ອງເພງຮ່ວມກັບນ້ອງໆ VTE 2017 ນຳດ້ວຍ. ເພງດັ່ງກ່າວ, ແມ່ນເພງຕີມຫຼັກຂອງອົງການ JICA ປະຈຳປະເທດລາວ ເຊິ່ງມີເນື້ອຮ້ອງ ແລະ ທຳນອງໃຫ້ກຳລັງໃຈ ຈະເປັນແນວໃດນັ້ນສາມາດຕິດຕາມໄດ້ໄວໆນີ້. ເພງ “ຫົວໃຈດຽວກັນ Love is all around” ຈະເປີດໂຕຄັ້ງທຳອິດທີ່ງານ ບຸນມະໂຫລານຍີ່ປຸ່ນ ຄັ້ງທີ 4, ສູນການຄ້າລາວ-ໄອເຕັກ(ເດີ່ນຈອດລົດ) ວັນທີ 2-4 ກຸມພາ 2018 ນີ້ ເຊິ່ງງານດັ່ງກ່າວ ແມ່ນຈັດຂຶ້ນທຸກໆສອງປີເທົ່ານັ້ນ ເຊິ່ງງານດັ່ງກ່າວໄດ້ສະເໜີວັດທະນະທຳອັນດີງາມທີ່ເປັນເອກະລັກຂອງປະເທດຍີ່ປຸ່ນ ພ້ອມທັງວັດທະນະທຳໃໝ່ ແລະ ຄວາມທັນສະໄໝ ເຊິ່ງພາຍໃນງານຈະມີຄວາມຄຶກຄື້ນແນວໃດ ທຸກໆຄົນສາມາດໄປຮ່ວມສຳຜັດບັນຍາກາດແບບຍີ່ປຸ່ນດ້ວຍຕົວເອງ.

ແບ່ງປັນ