Breaking News

ໂອະ ໂອ້ຍ! ເຈົ້າຊູ້ສົມກັບຕຳແໜ່ງ ເປ່ເລ້ ອະດີດນັກກິລາເທຄວັນໂດ້ທີມຊາດ ໄດ້ຮັບຕຳແໜ່ງ “100 Mr & Ms SUPER MODEL 2018”

ແບ່ງປັນ

ຮູ້ຜົນກັນໄປແບບສົດໆຮ້ອນໆ ສຳລັບການປະກວດ “100 Mr & Ms SUPER MODEL” ຮອບຊິງຊະນະເລີດ ໃນວັນອາທິດ ວັນທີ 14 ມັງກອນ 2018 ທີ່ຜ່ານມາທີ່ ວຽງຈັນເຊັນເຕີ ເຊິ່ງມີ ນາຍແບບ ນາງແບບ ໜ້າໃໝ່ເຂົ້າປະກວດກັນເຖິງ 100 ຄົນ ແລະ ສຳລັບລາງງວັນໜຸ່ມທີ່ຊະນະເລີດກໍແມ່ນ ດວງສິວິໄລ ພິມມະສອນ (ເປ່ເລ້) ອາຍຸ 23 ປີ ໝຸ່ມສຸດເຈົ້າຊູ້ ຜູ້ມີບຸກຂະລິກດີ ອະດີດນັກກິລາທີມຊາດ ປະເພດ ເທຂວັນໂດ້ ໄດ້ຮັບຕຳແໜ່ງ ແລະ ເງິນລາງວັນໄປເຖິງ 3 ລ້ານກີບ (ຂໍສະແດງຄວາມຍິນດີນຳຫຼາຍໆເດີ້)

ສໍາລັບ ເປ່ເລ້ ດວງສີວິໄລ ຂໍຮັບປະກັນວ່າບໍ່ໄດ້ມີດີແຕ່ໜ້າຕາ ເພາະເປັນເຖິງອະດີດນັກກິລາເທຄວັນໂດ້ ທີມຊາດລາວ ກວາດລາງວັນໃນລະດັບສາກົນມາແລ້ວຫຼາຍລາງວັນ ບໍ່ວ່າຈະເປັນ ຫຼຽນເງິນ, ຫຼຽນຄໍາ, ຫຼຽນທອງແດງ … ໂອ້ຍ ເອີ້ນໄດ້ວ່າຄົບເຊັດເລີຍ! ຍັງໆ…ຍັງ ບໍ່ໝົດເພາະສິ່ງທີ່ຈະເຮັດສາວໆຕ້ອງຮ້ອງກຣີ້ດໆໆໆສະນັ່ນກໍຄື ປັດຈຸບັນໜຸ່ມຄົນນີ້ໄດ້ອອກຈາກທີມຊາດ ແລ້ວຜັນຕົວມາເປັນອາຈານສອນເທຄວັນໂດ້ ແລະແຖມຍັງຮັບງານເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ… ໂອ່ຍຍຍ ຄວາມສາມາດມາເຕັມໆ ແຖມສະຖານະພາບຂອງເພິ່ນກໍຍັງໂສດອີກເດີ້ (ວ້າວວວ) ສາມາດເຂົ້າໄປຕິດຕາມໜຸ່ມ ເປ່ເລ້ ຄົນນີ້ໄດ້ເລີຍທີ່ Phonesavanh Sopaseuth

ຮູບພາບບາງສ່ວນຈາກ: Vientiane Center ວຽງຈັນເຊັນເຕີ

 

ແບ່ງປັນ