Breaking News

ເປັນຫຍັງຈຶ່ງຄອງໂສດ? ເປີດເຜີຍເລື່ອງຈິງຂອງ Biby ສາວໂສດ 35 Up!

ແບ່ງປັນ

ເຫດຜົນໃນການຄອງໂສດຂອງແມ່ຍິງແຕ່ລະຄົນ ອາດຈະແຕກຕ່າງກັນໄປ ບາງຄົນເລືອກທີ່ຈະໂສດ ບາງຄົນບໍ່ໄດ້ເລືອກແຕ່ມັນຈຳເປັນຕ້ອງໂສດ ບາງຄົນໂສດຍ້ອນເລື່ອງລາວໃນອາດີດ ໄດ້ສອນບົດຮຽນບາງຢ່າງ ສຳລັບສາວ ບິບີ່ ວິລິນທອນ ສັກລໍຄໍາ ອາຍຸ 35 ປີ ອາຊີບ ພະນັກງານອົງການສາກົນ ແລະ ຍັງເປັນນັກຮ້ອງນໍາ ວົງ Afternoon-Blossom ສາວຫວານ ໜ້າຮັກ ສຽງໃສໆ  ນາງບອກວ່າໂສດຍ້ອນ “ບໍ່ໄວ້ໃຈສະຖາບັນການແຕ່ງງານ”

ປະສົບການຄວາມຮັກ ເຮັດໃຫ້ເຮົາລະມັດລະວັງຫຼາຍຂຶ້ນ

ບິບີ່ເປີດໃຈວ່າ ຕອນເຮົາຍັງນ້ອຍອາດເລືອກຜູ້ຊາຍ ຫຼືແຟນຈາກລັກສະນະພາຍນອກ ເຊັ່ນ: ຄວາມເທ່ ຄວາມຫຼໍ່ ບຸກຄະລິກທ່າທາງທີ່ດຶງດູດໃຈເຮົາ ແຕ່ເມື່ອເປັນຜູ້ໃຫຍ່ຂຶ້ນ ຄວາມຄິດເຮົາກໍປ່ຽນໄປ ການເລືອກໃຜຜູ້ໜຶ່ງມາເປັນຄູ່ ສິ່ງສຳຄັນຄື ຕ້ອງຢູ່ນຳແລ້ວສະບາຍໃຈ ການເຂົ້າກັນໄດ້ດີ ບໍ່ຈຳເປັນວ່າຈະຮັ່ງມີ ໜ້າຕາດີ ຫຼືບຸກຄະລິກດີກໍໄດ້ ອີກຢ່າງ ປະສົບການຄວາມຮັກຜ່ານມາຂອງບິບີ່ ບັນຫາຮ້າຍແຮງຂອງຄວາມສຳພັນ ມາຈາກຄວາມບໍ່ຊື່ສັດ ຝ່າຍຊາຍລົມຫຼາຍຄົນ ລັກສະນະການໃຊ້ຊີວິດ ແນວຄິດ ການເບິ່ງໂລກ ແຕກຕ່າງກັນ ສິ່ງເຫຼົ່ານີ້ລ້ວນແຕ່ເປັນບົດຮຽນໃຫ້ບິບີ່ ກັງວົນ ແລະຕ້ອງໃຊ້ຄວາມລະມັດລະວັງ ຫາກຕ້ອງຕົກລົງປົງໃຈກັບໃຜຜູ້ໜຶ່ງ ແຕ່ນາງກໍບໍ່ໄດ້ໝາຍຄວາມວ່າບໍ່ເປີດໃຈເລີຍໃດ ແຕ່ຂໍເບິ່ງກັນໃຫ້ຄັກໆກ່ອນ ໃຫ້ໝັ້ນໃຈແທ້ໆວ່າ ຊາຍຄົນນັ້ນເປັນຄົນດີພໍທີ່ຈະຝາກຊີວິດໄວ້ໄດ້ ອີກຢ່າງແມ່ຍິງທຸກມື້ນີ້ ກໍສາມາດຫາເງິນລ້ຽງຕົນເອງ ລ້ຽງລູກໄດ້ ບາງຄົນລ້ຽງໄດ້ຮອດຜົວ ຊີວິດເຮົາຈຶ່ງບໍ່ໄດ້ຈຳເປັນຕ້ອງເອົາຜູ້ຊາຍມາເປັນຫຼັກ ຫາລ້ຽງເຮົາ ມານຳພາເຮົາ ແຕ່ຄຳວ່າຄູ່ຊີວິດແມ່ນຕ້ອງຢູ່ນຳກັນດ້ວຍຄວາມຮັກ ຄວາມອົບອຸ່ນ ແລະເຂົ້າໃຈກັນຕ່າງຫາກ

ການແຕ່ງງານບໍ່ໄດ້ເຮັດໃຫ້ພໍ່ແມ່ໝົດຫ່ວງ

ແມ່ນຢູ່ວ່າແມ່ຍິງທີ່ອາຍຸເກີນຫຼັກ 3 ແລ້ວ ມັກຈະຖືກຕັ້ງຄຳຖາມຈາກຄົນອ້ອມຂ້າງດ້ວຍຄວາມເປັນຫ່ວງ ປານໃດຊິແຕ່ງງານ? ບາງຄົນກໍໍວ່າ ເລືອກຫຼາຍໂພດ ບາງຄົນກໍວ່າ ຍ້ອນຮຽນຫຼາຍໂພດ ບິບີ່ກໍເຊັ່ນດຽວກັນ ໂດຍສະເພາະພໍ່ແມ່ຍິ່ງກັງວົນ ເພິ່ນມັກເວົ້າຕະຫຼອດວ່າ “ລູກເອີ້ຍ ບໍ່ຕ້ອງເລືອກຫຼາຍ ຄັນເຂົາບໍ່ຂີ້ລ້າຍທ້າຍເປ ກໍເອົາໂລດ ເອົາໄປໂລດ” ເພິ່ນເວົ້າຕາມພາສາຄົນຍຸກເກົ່າ ທີ່ຢາກເຫັນລູກສາວເປັນຝັ່ງເປັນຝາ ຢ້ານບໍ່ມີໃຜຢູ່ນຳຕອນແກ່ເຖົ້າ ແຕ່ຄຳເວົ້າເຫຼົ່ານີ້ກໍບໍ່ໄດ້ກົດດັນ ບິບີ່ ຈົນເຖິງຂັ້ນຕ້ອງຈັບໃຜຈັກຄົນໜຶ່ງມາເປັນຜົວດອກ ນາງກໍມີເຫດຜົນຂອງນາງ ເພາະການເອົາຜົວກໍບໍ່ມີຫຍັງຮັບປະກັນໄດ້ວ່າ ເຂົາຈະບໍ່ຖິ້ມເຮົາ ເຂົາຈະຢູ່ນຳເຮົາຕະຫຼອດໄປ ພໍ່ແມ່ຈະໝົດຫ່ວງໄດ້ແທ້ໆບໍ່ ຫຼືບາງທີເພິ່ນອາດຈະຕ້ອງຫ່ວງເຮົາຫຼາຍກວ່າເກົ່າກໍເປັນໄດ້

ຍັງມີຫຼາຍຢ່າງທີ່ຢາກເຮັດ ຫຼາຍກວ່າການແຕ່ງງານ 

ບິບີ່ ບໍ່ແມ່ນສາວໂສດທີ່ນັ່ງໂຫຍຫາຄວາມຮັກເດີ້ຂໍເລົ່າ ເພາະໂລກນີ້ຍັງມີອີກຫຼາຍສິ່ງທີ່ນາງຢາກລອງເຮັດວ່າຊັ້ນ ນາງເປັນສາວແນວ art art ທີ່ນອກຈາກເຮັດວຽກກັບອົງການສາກົນແລ້ວ ນາງມັກຢູ່ກັບຕົນເອງ ມີໂລກສ່ວນຕົວ ຫຼິ້ນດົນຕີ ຮ້ອງເພງ ປູກຕົ້ນໄມ້ ຂຽນນິຍາຍ ແຖມຍັງມັກປະດິດປະດອຍເຄື່ອງໃຊ້ສອຍ ຕາມຈິນຕະນາການ ປະເພດ DIY ຫຼືໄປທ່ອງທ່ຽວຕາມກາລະໂອກາດ ນາງບໍ່ເຄີຍຄິດວ່າ ແມ່ຍິງອາຍຸສ່ຳນີ້ແລ້ວຍັງໂສດ ແມ່ນປົມດ້ອຍ ເຖິງສັງຄົມຈະຄິດ ແຕ່ສິ່ງສຳຄັນແມ່ນເຮົາຄິດແນວໃດກັບຕົວເຮົາຕ່າງຫາກ ເຮົາຮູ້ວ່າເຮົາຕ້ອງການອັນໃດ ຖ້າເຮົາໄປແຄ (care) ສັງຄົມຫຼາຍ ຈົນເຮົາເອງບໍ່ມີຄວາມສຸກ ມັນກໍໍບໍ່ມີປະໂຫຍດ ເພາະຄວາມສຸກຂອງເຮົາເປັນສິ່ງສຳຄັນທີ່ສຸດ ເຮົາຕ້ອງຮັກສາມັນໄວ້ ເຖິງວ່າຄວາມໂສດຈະມີຂໍ້ເສຍແດ່ ເຊັ່ນບາງຄັ້ງກໍເຫງົາ ເພາະບໍ່ມີຄົນຄອຍປຶກສາ ອາຍຸສ່ຳນີ້ແລ້ວໝູ່ສ່ວນຫຼາຍກໍແຕ່ງງານໄປແດ່ ບໍ່ສາມາດຢູ່ນຳເຮົາໄດ້ຕະຫຼອດເວລາຄືແຕ່ກ່ອນ ຫຼາຍໆຢ່າງທີ່ເປັນວຽກຜູ້ຊາຍ ເຮົາກໍຕ້ອງເຮັດດ້ວຍຕົນເອງ ແຕ່ໂສດມັນກໍມີຂໍ້ດີຄືເຮົາສະບາຍໃຈ ບໍ່ຕ້ອງກັງວົນກັບບັນຫາຄອບຄົວ ບໍ່ຢ້ານຜົວນອກໃຈ ບໍ່ໄດ້ຜິດຖຽງກັນ ບິບີ່ ຄິດວ່າຕົນເອງຍັງບໍ່ພ້ອມທີ່ຈະປະເຊີນກັບບັນຫາເຫຼົ່ານີ້ ອີກຢ່າງອັດຕາການປະຮ້າງໃນບ້ານເຮົາທຸກມື້ນີ້ກໍເພີ່ມສູງຂຶ້ນ ເຊິ່ງຂ້ອນຂ້າງເປັນຕາຢ້ານຫາກຕົນເອງຕ້ອງຢູ່ໃນສະຖານະການແບບນັ້ນ

Facebook: Biby Vilinthone

Page: Afternoon-Blossom

ແບ່ງປັນ