Breaking News

ຊົມເຊີຍ! ຫຼວງພະບາງເຮັດແທ້ມີຄຳສັ່ງຫ້າມ ແມ່ຄ້າຊາວຂາຍນຳເຂົ້າໜົມຕ່າງປະເທດຂາຍໃຫ້ແຂກໃສ່ບາດ

ແບ່ງປັນ

ອີງຕາມໜັງສືແຈ້ງການສະບັບເລກທີ 16/ຖວມທ-ຫຼບ ວັນທີ 22 ມັງກອນ 2018 ເລື່ອງການຢຸດຕິຂາຍເຂົ້າໜົມສຳເລັດຮູບຂອງຕ່າງປະເທດໃຫ້ແຂກທີ່ມາໃສ່ບາດ ອີງຕາມເນື້ອໃນກອງປະຊຸມວຽກງານຄຸ້ມຄອງການຂາຍເຄື່ອງໃສ່ບາດ ວັນທີ 16 ຕຸລາ 2017, ອີງຕາມກອງປະຊຸມປະຈຳປີ 2017-2018 ວຽກງານ ຖວທ ເມືອງຫຼວງພະບາງ ຄັ້ງວັນທີ 19 ມັງກອນ 2018.

  1. ໃຫ້ບັນດາຜຸ້ປະກອບການຂາຍເຄື່ອງໃສ່ບາດຢູ່ 3 ຈຸດຂອງເມືອງ ຫຼວງພະບາງ ຢຸດຕິການນຳເອົາເຂົ້າໜົມສຳເລັດຮູບຂອງຕ່າງປະເທດທຸກຊະນິດມາຂາຍໃຫ້ແຂກທ່ອງທ່ຽວທີ່ມາໃສ່ບາດນັບຕັ້ງແຕ່ ວັນທີ 1 ກຸມພາ 2018, ແຕ່ອະນຸຍາດໃຫ້ນຳເອົາເຂົ້າໜົມພື້ນເມືອງລາວທີ່ຜະລິດປຸງແຕ່ງຢູ່ພາຍໃນ ມາຂາຍໄດ້ໂດຍຮັບປະກັບຄຸນນະພາບ ມີຄວາມສະອາດ ແລະ ບໍ່ບູດເນົ່າ
  2. ໃຫ້ຢຸດຕິການນຳເອົາເຂົ້າຫຼາມ ມາຂາຍບໍລິການໃຫ້ແຂກທ່ອງທ່ຽວໃສ່ບາດແດ່ພຣະສົງທີ່ປະຕິບັດກິດຈະວັດ ບິນຕະບາດຢ່າງເດັດຂາດ
  3. ເຂົ້າໜຽວທີ່ນຳມາຂາຍໃຫ້ແຂກໃສ່ບາດຕ້ອງມີຄຸນນະພາບດີ ເປັນເຂົ້າໜຶ້ງໃໝ່ (ເຂົ້າມ່າ) ບໍ່ແມ່ນເຂົ້າເຢັນອຸ່ນມາຂາຍໃຫ້ແຂກໃສ່ບາດຢ່າງເດັດຂາດ, ໃຫ້ຂາຍຕາມນໍ້າໜັກ ແລະ ລາຄາທີ່ກຳນົດໄວ້ຢ່າງຖືກຕ້່ອງ (1ກລ=10.000 ກີບ, 1,5ກລ=15.000 ກີບ, 2ກລ=20.000 ກີບ.

ລາຍລະອຽດເພີ່ມຕື່ມສາມາດເບິ່ງໄດ້ຕາມແຈ້ງການລຸ່ມນີ້:

ຂໍຂອບໃຈສຳລັບຮູບພາບ.

ແບ່ງປັນ