Breaking News

(ແຈ້ງເກີດສະບາຍໆພຽງແຕ່ຖ່າຍຮູບເປັນ) ມາເບິ່ງແນວຮູບພາບສຸດ Art ທີ່ໃຜເຫັນແລ້ວຕ້ອງກົດໄລ້!!!

ແບ່ງປັນ

 (ມາເບິ່ງແນວຮູບພາບສຸດ Art ຂອງ Fashion Stylist ສຸດແນວ Alin Show)

ມາເບິ່ງແນວຮູບພາບສຸດ Art ຂອງ ອາລິນ ໝື່ນສຸພັນ ຫຼື ຊື່ໃນວົງການບັນເທີງຂອງເພິ່ນກໍຄື  “Alin Show” ເຊິ່ງເພິ່ນເປັນ Fashion Stylist ສຸດແນວຢູ່ໃນວົງການມາກໍຫຼາຍປີ ມີເອກະລັກໂດດເດັ່ນບໍ່ຄືໃຜແລະບໍ່ມີໃຜຄື ແຖມເພິ່ນຍັງເປັນຄົນທີ່ມີພອນສະຫວັນທາງດ້ານການຖ່າຍຮູບ ເຊິ່ງບອກກ່ອນເລີຍວ່າ ອາລິນ ບໍ່ໄດ້ເປັນຊ່າງຖ່າຍພາບມືອາຊີບ ຫຼື ໄປຮຽນດ້ານການຖ່າຍຮູບມາແຕ່ຢ່າງໃດ ແຕ່ດ້ວຍພອນສະຫວັນບວກກັບພອນສະແຫວງຈຶ່ງເຮັດໃຫ້ Stylist ສຸດແນວຄົນນີ້ແຈ້ງເກີດໃນສິລະປະທາງດ້ານການຖ່າຍຮູບແນວອາສໄດ້ແບບສະບາຍໆ.

 

ໃນປັດຈຸບັນໂລກເຮົາກໍໄດ້ໝູນວຽນໄປຕາມຍຸກຕາມສະໄໝ ການຖ່າຍຮູບກໍເຊັ່ນກັນ ໃນຊ່ວງປີກ່ອນໆແມ່ນເຮົາຈະຮິດເຖິງຮິດທີ່ສຸດແມ່ນການຖ່າຍຮູບແນວເຊວຟີ່ ຫຼື ເອີ້ນງ່າຍໆວ່າແມ່ນການຖ່າຍຮູບໃຫ້ເຫັນໜ້າຕາຕົວເອງຫຼາຍທີ່ສຸດ ແຕ່ມາຮອດປີນີ້ເທຼນການເຊວຟີ່ກໍໄດ້ເລີ່ມໝົດໄປ ສະຕາຍຖ່າຍຮູບແນວອາສໆກໍໄດ້ເລີ່ມເຂົ້າມາ ແລະ ໜຶ່ງໃນນັ້ນກໍແມ່ນ ອາລິນ ທີ່ມີການຖ່າຍຮູບໄດ້ເປັນເອກະລັກ ງາມ ແລະ ໄດ້ອາລົມຂອງຮູບພາບນັ້ນໆແບບສຸດໆ ຈົນເຮັດໃຫ້ມີຄົນຕິດຕາມເປັນ Fc ເພິ່ນຈຳນວນຫຼວງຫຼາຍ.

ລອງມາເບິ່ງຮູບພາບງາມໆ ອາສໆສີມືຂອງ Stylist ສຸດແນວຄົນນີ້ກັນເບິ່ງເນາະ!!!

ສາມາດຕິດຕາມໄດ້ທີ່: FB/Alin Show

ແບ່ງປັນ