ຍິ່ງໄປກວ່ານັ້ນ ເຕົ້ານົມຂະໜາດໃຫ່ຍ ອາດໜັກເຖິງ 1ກິໂລກຼາມຕໍ່ຂ້າງ ນັ້ນໝາຍຄວາມວ່າເຈົ້າຂອງນົມຈະຕ້ອງແບກຮັບນໍ້າໜັກເຖິງ 2 ກິໂລກຼາມ ທີ່ບໍລິເວນດ້ານໜ້າຂອງລຳໂຕ ສິ່ງທີ່ຈະຕາມມາກໍຄື ເຮັດໃຫ້ເຈັບຫຼັງ ເຈັບບ່າ ຈະລຸກ ຈະນັ່ງ ຈະນອນ ກໍບໍ່ສະບາຍໂຕ ເວລາແລ່ນກໍຍິ່ງລຳບາກອີກຕ່າງຫາກ.
ສຳລັບສາວທີ່ມີເອິກໃຫ່ຍອ່ານແລ້ວກໍບໍ່ຕ້ອງຊີລຽດໄປ ເພາະເຮົາຍັງມີວີທີແກ້ທີ່ຈະເຮັດໃຫ້ເຈົ້າໃຊ້ຊີວິດໄດ້ຢ່າງສະບາຍໆໄປກັບເອິກດູມໆນຳເດີ້ ມາເບິ່ງກັນເລີຍ!
- ຫາກວ່າເຈົ້າມັກທ່ານອນແຄງນັ້ນຖືວ່າດີຫຼາຍ ແຕ່ຄວນຫາໝອນນ້ອຍໆມາວາງລະຫວ່າງໜ້າເອິກ ເພື່ອບໍ່ໃຫ້ໜ້າເອິກບຽດກັນ ເພື່ອປ້ອງກັນບໍ່ໃຫ້ໜ້າເອິກແຫ່ວໄວ ແລະ ນອນໃນທ່າແຄງທັງຊ້າຍ ແລະ ຂວາ ຈະຊ່ວຍໃນເລື່ອງຂອງຮູບໜ້າເອິກໃນໄລຍະຍາວ, ແຕ່ເຖິງຢ່າງໃດທ່າທີ່ເໝາະສົມທີ່ສຸດກໍຄືທ່ານອນຫງາຍ.
- ເສື້ອຊ້ອນແນວສະປອດບຣາ ຈະຊ່ວຍກະຈາຍ ແລະ ຮອງຮັບນໍ້າໜັກຂອງໜ້າເອິກໄດ້.
- ຫາກຮູ້ສຶກເຈັບຫຼັງ ກໍໃຫ້ກິນຢາແກ້ປວດເພື່ອບັນເທົາອາການຊ່ວຍໃຫ້ນອນຫຼັບສະບາຍ
- ໝັ່ນອອກກຳລັງກາຍເພື່ອບໍາບັດອາການປວດເໝື່ອຍ
- ການຫຼຸດຂະໜາດໜ້າເອິກ ອາດຈະເປັນທາງເລືອກສຳລັບຜູ້ທີ່ມີອາການປວດຫຼັງຫຼາຍໆ ຄວນຮີບປຶກສາແພດສະເພາະທາງໂດຍດ່ວນ.
(ຂໍຂອບໃຈທີ່ມາຈາກ)