Breaking News

ສຸດຊຶ້ງ! ຟ້າໃສ ຈິນນາລີ ນໍ້າຕາໄຫຼວິນາທີອຳລາຕຳແໜ່ງ MISS GRAND LAOS 2017

ແບ່ງປັນ

ປີໜຶ່ງຜ່ານໄປຊ່າງເປັນຫຍັງທີ່ໄວເຫຼືອເກີນ ໂບກມືບ່າຍໆອຳລາຕຳແໜ່ງເປັນທີ່ຮຽບຮ້ອຍແລ້ວສຳລັບ ຟ້າໃສ ຈິນນາລີ ນໍລະສິງ MISS GRAND LAOS 2017 ຂວັນໃຈອີກຄົນໜຶ່ງຂອງພໍ່ແມ່ພີ່ນ້ອງປະຊາຊົນລາວ ເຊິ່ງໃນຄໍ່າຄືນຂອງວັນທີ 24 ມີນາ 2018 ທີ່ຜ່ານມາກໍໄດ້ມີການຈັດງານປະກວດ MISS GRAND LAOS 2018 ແລະ ເຮົາກໍໄດ້ມິສແກຣນຄົນໃໝ່ມາເຮັດໜ້າທີ່ປະຕິບັດພາລະກິດຕໍ່ຈາກ ນ້ອງ ຟ້າໃສ ຈິນນາລີ ແລະ ໃນເວທີດັ່ງກ່າວ ນ້ອງ ຟ້າໃສ ຂອງເຮົາກໍໄດ້ຂໍອຳລາຕຳແໜ່ງໄປດ້ວຍຄວາມສະຫງ່າງາມ.

ນ້ອງ ຟ້າໃສ ຈິນນາລີ ກໍຍັງໄດ້ໂພສຂໍ້ຄວາມຂອບໃຈທຸກໆຄົນຢ່າງສຸດຊຶ້ງວ່າ: “ຟ້າໃສ ຈິນນາລີ ນໍລະສິງ Miss Grand Laos 2017 ແຕ່ຖ້າບໍ່ມີທຸກຄົນ, ຟ້າບໍ່ແມ່ນຫຍັງເລີຍ.. ” ຍັງຈື່ໄຟຂອງການເຊຍໄດ້ດີ.. ຈື່ກຳລັງໃຈລົ້ນຫຼາມ , ຂອບໃຈຜູ້ໃຫຍ່ທີ່ໃຫ້ໂອກາດ, ຂອບໃຈທີວີລາວຜູ້ທີ່ກ້ານຳເອົາເວທີລະດັບໂລກເຂົ້າສູ່ປະເທດເພື່ອເຮົາຊາວລາວທຸກຄົນ, ຂອບໃຈເອື້ອຍອ້າຍທີມງານ ສະປອນເຊີທຸກໆເຈົ້າທີ່ເປັນຜູ້ຢູ່ເບື່ອງຫຼັງໃຫ້ ເສື້ອຜ້າ ໜ້າຜົມ ກ້ອງໄຟ ອອກມາສວຍງາມຕະຫຼອດ, ຂອບໃຈປ໋າ ມ໊າ ນ້ອງສາວຂີ້ດື້ ພີ່ນ້ອງ ໝູ່ທຸກໆຄົນສຳລັບຄວາມຮັກທີ່ບໍ່ສິ້ນສຸດ, ຂອບໃຈຄູອາຈານ ທີ່ເພິ່ນກໍກົດ like ກົດ share ເຮົາເຊົ່ນກັນ ພໍນອກເຄື່ອງແບບ, ຂອບໃຈນັກຂ່າວ ຂອບໃຈສື່ທຸກໆສຳນັກງານ ທີ່ຄອຍສະໜັບສະໜຸນຕະຫຼອດມາ, ຂອບໃຈແຟນໆນາງງາມທຸກຄົນທີ່ຕິດຕາມ.. #ທຸກຄົນທີ່ເຊຍລາວ ຂອບໃຈເດີ້ ເຖິງເຮົາຈະບໍ່ເຄີຍຮູ້ຈັກກັນມາກ່ອນ ແຕ່ຟ້າດີໃຈທີ່ເສັ້ນທາງນີ້ ເຮັດໃຫ້ເຮົາໄດ້ມາເຈິກັນ.. ຄົນລາວສາມັກຄີສຸດສຸດ.. ທຸກຄົນແຮງເຮັດໃຫ້ຟ້າພູມໃຈ (ສຸດສຸດ) ທີ່ໄດ້ເກີດເປັນຄົນລາວ ທີ່ໄດ້ປະກາດຊື່ປະເທດໃນເວທີໂລກ ທີ່ໄດ້ເຫັນ #ຕ່າງຊາດຢືນຕົບມື ໃຫ້ກັບຊຸດປະຈຳຊາດຂອງລາວເຮົາ ຟ້າຈະຂໍມີມຸງກຸດເທິງຫົວ.. ແລະມີມຸງກຸດໄວ້ໃນໃຈຕະຫຼອດໄປ”

ຟ້າໃສ! ຈິນນາລີ ນໍລະສິງ? MISS GRAND LAOS 2017ແຕ່ຖ້າບໍ່ມີທຸກຄົນໃນມື້ນີ້.. ຟ້າຊິແມ່ນໃຜ?"ຂອບໃຈ.. ຈາກໃຈ"Fasai Chinnaly Norasing

โพสต์โดย Chinnaly บน 24 มีนาคม 2018

 

ສະຫງ່າງາມທີ່ສຸດ, ຢ່າລືມເປັນກຳລັງໃຈໃຫ້ ນ້ອງ ຟ້າໃສ ຈິນນາລີ ນໍລະສິງ ດ້ວຍການກົດໄລ້ ກົດແຊຣໄປ!!!

ຮູບພາບຈາກ: Fasai Chinnaly Norasing

ແບ່ງປັນ