Breaking News

ລຸ້ນໃຈຈົດໃຈຈໍ່! ຂໍສະແດງຄວາມຍິນດີກັບສາວງາມຜູ້ຄວ້າຕຳແໜ່ງ MISS GRAND LAOS 2018

ແບ່ງປັນ

ລຸ້ນໃຈຈົດໃຈຈໍ່! ພໍຮູ້ຜົນແລ້ວກໍຮູ້ສຶກໂລ່ງໃຈກັນເລີຍເນາະ ຂໍສະແດງຄວາມຍິນດີກັບ  ນົບພະລັດ ສີໄກພັກ MG12 ຜູ້ຄວ້າຕຳແໜ່ງ MISS GRAND LAOS 2018 ໄປແບບສົດໆຮ້ອນໆ ເຊິ່ງການປະກວດໄດ້ຈັດຂຶ້ນໃນວັນທີ 24 ມີນາ 2018 ທີ່ຜ່ານມາ, ນົບພະລັດ ສີໄກພັກ ອາຍຸ 20 ປີ ລວງສູງ 173 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ສະຖາບັນການທະນາຄານ ປີ 2 ແລະ ໃນທ້າຍປີທີ່ຈະມາຮອດນີ້ MISS GRAND LAOS 2018 ກໍຈະໄດ້ເດີນທາງໄປເປັນຕົວແທນປະເທດລາວເພື່ອໄປປະກວດໃນເວທີລະດັບໂລກ MISS GRAND  2018 ຢູ່ທີ່ປະເທດ ມຽນມ້າ ອີກດ້ວຍ. (ຂໍສະແດງຄວາມຍິນດີນຳຫຼາຍໆ)

  • ຕຳແໜ່ງ ຮອງອັນດັບ 1 MISS GRAND LAOS 2018  ໄດ້ແກ່: MG7 ມາລິກາ ສຸກວົງສາ ອາຍຸ 24 ປີ ລວງສູງ 170 ຈາກແຂວງ ເຊກອງ.

  • ຕຳແໜ່ງ ຮອງອັນດັບ2 MISS GRAND LAOS 2018  ໄດ້ແກ່: MG1 ສິລິຍາພອນ ຊາພິລົມ ອາຍຸ 18 ປີ ລວງສູງ 170 (ນະຄອນຫຼວງວຽງຈັນ) ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ແລະ ນອກຈາກນັ້ນ MG1 ກໍຍັງສາມາດຄວ້າລາງວັນພິເສດອີກໜຶ່ງລາງວັນນັ້ນກໍຄື ນາງງາມສຸຂະພາບດີ.

  • ລາງວັນພິເສດ ນາງງາມມິດຕະພາບ ໄດ້ແດ່ MG5 ມະໂນລັກ ພົນໂຍທາ ອາຍຸ 20 ປີ ລວງສູງ 168 ຊັງຕີແມັດ.

(ຢ່າງໃດກໍຂໍສະແດງຄວາມຍິນດີກັບສາວງາມທຸກໆຄົນເລີຍເດີ້ ມີແຕ່ຄົນງາມໆທັງນັ້ນ ແລະ ຂວັນໃຈ ເຮົາຍັງເກັບຮູບພາບບັນຍາກາດໃນງານມາຝາກແຟນໆອີກດ້ວຍ ມາເບິ່ງກັນເລີຍ…)

ຂໍຂອບໃຈຮູບພາບບາງສ່ວນຈາກ:

MISS GRAND LAOS ມີສແກຣນລາວ
ແບ່ງປັນ