Breaking News

ດວງປະຈຳວັນ ອັງຄານ ວັນທີ 3 ເມສາ 2018

ແບ່ງປັນ
  • ວັນອາທິດ

ດ້ານວຽກງານມີບັນຫາຄາລາຄາຊັງ ຄາດຫວັງຫຍັງບໍ່ໄດ້ເລີຍ ດ້ານການເງິນຍັງມີລາຍໄດ້ເຂົ້າມາເລື້ອຍໆ ແຕ່ຕ້ອງດຸໝັ່ນເປັນພິເສດແດ່ ເພາະຈະຫວັງເພິ່ງໂຊກທາງດ້ານການສ່ຽງດວງໄລຍະນີ້ແມ່ນບໍ່ມີ, ດ້ານຄວາມຮັກສຳລັບຄົນທີ່ມີຄູ່ຍັງມີບັນຫາທີ່ບໍ່ເຂົ້າໃຈກັນໃນຫຼາຍໆເລື່ອງ ສ່ວນຄົນໂສດຍັງບໍ່ມີເກນພົບຄົນທີ່ຖືກໃຈ.

  • ວັນຈັນ

ດ້ານວຽກງານຈະມີບັນຫາເຮັດໃຫ້ຊັກຊ້າ ເພາະເພື່ອນຮ່ວມງານ, ດ້ານການເງິນຍັງຢູ່ໃນເກນທີ່ຄົງຕົວ ສ່ວນຄົນທີ່ຫວັງຢາກໄດ້ເງິນທີ່ໃຫ້ຄົນຢືມແມ່ນຍັງຕ້ອງໄດ້ລໍຖ້າ ຄົນທີ່ຢືມເງິນອາດຈະເລື່ອນນັດໄປເລື້ອຍໆ, ດ້ານຄວາມຮັກຄົນທີ່ມີຄູ່ມີບັນຫາຜິດຖຽງຍ້ອນເລື່ອງມືທີ່ສາມ ສ່ວນຄົນໂສດແມ່ນຕ້ອງໂສດໄປເລື້ອຍໆເລີຍຊ່ວງນີ້.

  • ວັນອັງຄານ

ດ້ານວຽກງານສິ່ງທີ່ລໍຖ້າ ແລະ ຄາດຫວັງກັບພັງທະລາຍລົງບໍ່ເປັນທ່າ ຕ້ອງໄດ້ເລີ່ມຕົ້ນເຮັດໂປເຈັກໃໝ່ທັງໝົດ ຄວນມີສະຕິແກ້ໄຂບັນຫາໃຫ້ດີ, ດ້ານການເງິນເຮັດວຽກຫຼາຍແຕ່ລາຍໄດ້ເທົ່າເດີມ ຄວນຊອກຫາວຽກເສີມ, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນຫວານຊື່ນ ສ່ວນຄົນໂສດຊ່ວງນີ້ເປັນຄົນໂສດທີ່ມີສະເໜ່ສຸດໆ.

  • ວັນພຸດ

ດ້ານວຽກງານຈະມີເລື່ອງທີ່ເຮັດໃຫ້ເຂົ້າໃຈຜິດກັບເພື່ອນຮ່ວມງານ ແຕ່ກໍ່ບໍ່ມີເລື່ອງຮ້າຍແຮງ, ດ້ານການເງິນຈະມີລາຍໄດ້ເຂົ້າມາຈາກວຽກທີ່ທ່ານກຳລັງເຮັດຢູ່, ດ້ານຄວາມຮັກຄົນທີ່ມີຄູ່ຄິດຫຼາຍເກີນໄປລະແວງໄປໝົດທຸກຢ່າງ ສ່ວນຄົນໂສດມີເກນຈະພົບຄົນທີ່ຖືກໃຈ.

  • ວັນພະຫັດ

ດ້ານວຽກງານວຸ້ນວາຍກັບເລື່ອງບໍ່ເປັນເລື່ອງ ເພື່ອນຮ່ວມງານກໍ່ເຮັດວຽກບໍ່ໄດ້ໃຈເຮົາ ຕ້ອງໄດ້ລົງມືເຮັດເອງ, ດ້ານການເງິນກຳລັງຈະມີໂຊກໃຫ່ຍ ໃຫ້ໝັ່ນເຮັດບຸນເພື່ອເສີມດວງ, ດ້ານຄວາມຮັກຄົນທີ່ມີຄູ່ຫວັ່ນໄຫວກັບຄົນທີ່ເຂົ້າມາ ຈົນອາດເຮັດໃຫ້ຄົນຮັກຜິດໃຈ ສ່ວນຄົນໂສດລະວັງຈະໄປພົວພັນກັບຄົນທີ່ມີເຈົ້າຂອງແລ້ວ.

  • ວັນສຸກ

ດ້ານວຽກງານດຳເນີນໄປໄດ້ດ້ວຍດີ ບໍ່ມີບັນຫາຫຍັງມາກວນໃຈ, ດ້ານການເງິນດີແບບບໍ່ເຄີຍມີມາກ່ອນ ຈະເຮັດຫຍັງກໍຂຶ້ນໃນມື້ນີ້, ດ້ານຄວາມຮັກຄົນທີ່ມີຄູ່ຮັກກັນເລື້ອຍໆ ເຖິງຈະບໍ່ຄ່ອຍມີເວລາບອກຮັກກັນຄືແຕ່ກ່ອນ ແຕ່ກໍ່ເຂົ້າໃຈກັນດີ ສ່ວນຄົນໂສດເຖິງຈະໂສດແຕ່ກໍ່ມີຄົນລົມຫົວໃຈບໍ່ມີເຫງົາ.

  • ວັນເສົາ

ດ້ານວຽກງານຈະໄດ້ຜົນຕອບຮັບເກີນຄາດ ແລະ ຍັງມີເກນເດີນທາງໄປຕ່າງປະເທດ, ດ້ານການເງິນການເຈລະຈາຕິດຕໍ່ຊື້ຂາຍໃນມື້ນີ້ກໍດີບໍ່ມີບັນຫາ, ຄວາມຮັກຄົນທີ່ມີຄູ່ມີເລື່ອງທີ່ບໍ່ເຂົ້າໃຈກັນ ຢາກຖາມແຕ່ຕ່າງຝ່າຍຕ່າງຫັນຫຼັງໃຫ້ກັນ ສ່ວນຄົນໂສດຍັງຕ້ອງໂສດຕໍ່ໄປແບບຍາວໆ.

 

ແບ່ງປັນ