ວ້າວວວ! ຄົນລາວເຮົາລຸ້ນ ແລະ ເຊີຍ ສາວ ແພັດ ເພັດດາວອນ ສາວລາວຈາກແດນໃຕ້ທີ່ເດີນທາງໄປປະກວດໃນລາຍການແຂ່ງເພງຊື່ດັງຂອງປະເທດເພື່ອນບ້ານ “ສຶກວັນດວນເພງ” ເຊິ່ງຫຼ້າສຸດ ແພັດ ກໍ່ປ້ອງກັນແຊ້ມໃນວັນທີ 2 ເມສາ 2018 ທີ່ຜ່ານມາ ແລະ ກໍ່ເປັນໄປຕາມຄາດເພາະນາງໂຊພະລັງສຽງໃນບົດເພງ “ຮູ້ວ່າເຂົາໝົດໃຈ ແຕ່ທຳໄມຍັງຮັກເຫຼືອເກີນ” ຈົນປ້ອງກັນແຊ້ມໄດ້ເຖິງ 11 ສະໄໝແລ້ວ ຄວ້າເງິນລາງວັນໄປເຖິງ 110.000 ໝື່ນບາດ ຫຼືປະມານເກືອບ 30 ລ້ານກີບ.
ແລະ ໃນມື້ນີ້ຢ່າລືມມາລຸ້ນກັນ ເພາະການປ້ອງກັນແຊ້ມຂອງສາວ ແພັດ ເພັດດາວອນ ໃນລາຍການ ສຶກວັນດວນເພງ ຍັງຄົງດຳເນີນໄປຢ່າງເຂັ້ມຂຸ້ນ ຢ່າລືມເປັນກຳລັງໃຈໃຫ້ສາວລາວເຮົານຳແດ່ເດີ້ແຟນໆ ຝາກກົດໄລ້ ກົດແຊຣໄປເປັນກຳລັງໃຈໃຫ້ເພິ່ນນຳແດ່!!!
(ມີຄິບທີ່ ສາວ ແພັດ ຂຶ້ນປ້ອງກັນແຊ້ມໃນວັນທີ 2 ເມາສາ 2018 ມາຝາກ)
ຄລິບຈາກ: one31