Breaking News

ດວງປະຈຳວັນ ພະຫັດ ວັນທີ 26 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ຕ້ອງເຂັ້ມແຂງ ເພາະຈະມີເລື່ອງເຂົ້າມາແບບບໍ່ຈົບບໍ່ສິ້ນ, ດ້ານການເງິນຊ່ວງນີ້ມີລາຍຈ່າຍຫຼາຍ ແຕ່ລາຍໄດ້ໜ້ອຍ, ດ້ານຄວາມຮັກຈະແອບຮັກຄົນມີເຈົ້າຂອງ ປວດໃຈໄປຕາມໆກັນ.

  • ວັນຈັນ

ດ້ານວຽກງານດີ ມີຄົນລໍຖ້າອຸປະຖໍາ ກຽມຍື່ນມືເຂົ້າມາຊ່ວຍເມື່ອມີບັນຫາ, ດ້ານການເງິນມີລາຍໄດ້ທີ່ໜ້າພໍໃຈເຂົ້າມາເລື້ອຍໆ , ດ້ານຄວາມຮັກຍັງບໍ່ສົມຫວັງໃນຊ່ວງນີ້.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ລະວັງຈະມີຄົນຫາເລື່ອງມາໃສ່ ແລະ ເວົ້າຕິສິນນິນທາໃນທາງເສຍຫາຍ, ດ້ານການເງິນຢູ່ໃນເກນທີ່ດີ ມີເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງໂສດລອຍໄປລອຍມາ ບໍ່ສົມຫວັງ.

  • ວັນພຸດ

ດ້ານວຽກງານຢູ່ໃນເກນດີ ລາຍລື່ນບໍ່ມີອຸປະສັກ, ດ້ານການເງິນດີ ບໍ່ມີຝືດເຄືອງ ແຕ່ກໍ່ຍັງມີລາຍຈ່າຍເຂົ້າມາຫຼາຍ, ດ້ານຄວາມຮັກດີ ເຂົ້າໃຈກັນເປັນພິເສດ.

  • ວັນພະຫັດ

ດ້ານວຽກງານໃນມື້ນີ້ບໍ່ສະບາຍໃຈ ເພາະມີຄົນແອບອ້າງເອົາຜົນງາຍໄປແອບອ້າງ, ດ້ານການເງິນຢູ່ໃນເກນທີ່ເຮັດວຽກຫຼາຍ ແຕ່ມີລາຍໄດ້ບໍ່ຄືບໜ້າ ແອບນ້ອຍໃຈແດ່, ດ້ານຄວາມຮັກຍັງຄົງວຸ້ນວາຍໃຈ ຄິດຫຼາຍ.

  • ວັນສຸກ

ດ້ານວຽກງານຈະດີຖ້າບໍ່ອາລົມຮ້ອນເກີນໄປ ແລະ ຄວນຫຼຸດອັກຄະຕິບໍ່ດີ ແລະ ເຫັນແກ່ສ່ວນລວມຫຼາຍຂຶ້ນ, ດ້ານການເງິນມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງເທົ່າເກົ່າ, ດ້ານຄວາມຮັກຍັງຄິດເອງ ລະເມີໄປຄົນດຽວ.

  • ວັນເສົາ

ດ້ານວຽກງານຄວນມີສະຕິ ໃນການແກ້ໄຂບັນຫາໃຫ້ດີ ເພາະຈະມີເລື່ອງເຂົ້າມາໃຫ້ແກ້ໄຂເລື້ອຍໆ, ດ້ານການເງິນຢູ່ໃນເກນດີ ບໍ່ມີເດືອດຮ້ອນ, ດ້ານຄວາມຮັກຫວານນໍ້າຕານຍັງອາຍ.

ແບ່ງປັນ