Breaking News

5 ຂໍ້ທີ່ຈະຊ່ວຍເສີມສ້າງສະເໜ່ ໄປໃສໃຜກໍ່ຮັກກໍ່ຫອມ…

ແບ່ງປັນ
  1. ແຕ່ງຕົວໃຫ້ມີສະຕາຍ

ມີລົດສະນິຍົມໃນການແຕ່ງຕົວ ເລືອກເສຶ້ອຜ້າ ຈະຊ່ວຍເພີ່ມໃຫ້ເປັນສາວທີ່ມີສະເໜ່ ໜ້າຄົ້ນຫາ ບໍ່ຈຳເປັນຕ້ອງຊື້ເຄື່ອງແບຼນເນມມາໃສ່ ແຕ່ຄວນເບິ່ງໃຫ້ເຂົ້າກັບບຸກຂະລິກ ແລະ ເລືອກໃສ່ເສື້ອຜ້າທີ່ໃສ່ແລ້ວເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ

  1. ອອກກຳລັງກາຍເປັນປະຈຳ

ສຸຂະພາບທີ່ດີຈະເຮັດໃຫ້ຜິວພັນຂອງທ່ານສົດໃສ ເຕັ່ງຕຶງ ໂດຍບໍ່ຕ້ອງເພິ່ງພາຄີມລາຄາແພງ ນອກຈາກນີ້ການອອກກຳລັງກາຍຍັງສົ່ງຜົນໃຫ້ຮູບຮ່າງຂອງທ່ານສົມສ່ວນໃສ່ເສຶ້ອຜ້າກໍງາມ ຫຸ່ນດີແລ້ວແບບນີ້ຈະບໍ່ເປັນຄົນງາມໄດ້ແນວໃດລະວ່າບໍ່?

  1. ຮູ້ຈັກມັກສະອາດ

ເຫັນຫຼາຍຄົນທີ່ແຕ່ງໜ້າແຕ່ງຕົວງາມໆ ອອກຈາກເຮືອນແຕ່ໃຜຊິໄປຮູ້ວ່າສະພາບເຮືອນນັ້ນຮົກໆ ແຖມຍັງບໍ່ມັກອາບນ້ຳ ແບບນີ້ບໍ່ດີເດີ້ ສຸຂະອະນາໄມເປັນເລື່ອງສຳຄັນຫຼາຍ ສະນັ້ນງາມ ແລະ ຕ້ອງສະອາດນຳເດີ້ທ່ອງເອົາໄວ້ເລີຍ.

  1. ບຸກຂະລິກດີ

ບຸກຂະລິກເປັນສິ່ງທີ່ບໍ່ຄວນເບີ່ງຂ້າມ ບາງຄົນໜ້າຕາດີຫຼາຍແຕ່ຍ່າງຫຼັງກົ່ງ ເບີ່ງແລ້ວບໍ່ມີສະເໜ່ຊວນແນມເລີຍ ລອງປ່ຽນຕົວເອງເບີ່ງເດີ້ຢືດບ່າໃຫ້ຊື່ ຫຼື ເຝິກການນັ່ງເຝິກໃຫ້ເປັນນິໄສ ນອກຈາກຈະເປັນຕາເບີ່ງແລ້ວທ່ານຈະບໍ່ມີບັນຫາເລຶ່ອງເຈັບຫຼັງນຳອີກ.

  1. ຄິດບວກ

ເລຶ່ອງນີ້ສຳຄັນຫຼາຍເຖີງວ່າເບີ່ງແຍງຕົວເອງໃຫ້ດີພຽງໃດແຕ່ຖ້າທ່ານເປັນຜູ້ຍິງທີ່ມີຄວາມທຸກໝົ່ນໝອງຢູ່ອ້ອມຕົວ ຄົງຈະບໍ່ມີໃຜຢາກເຂົ້າໃກ້ ການເປັນຄົນຄິດບວກບໍ່ໄດ້ໝາຍຄວາມວ່າໃຫ້ທ່ານຕົວະຕົວເອງ ແຕ່ໝາຍເຖິງວ່າໃຫ້ທ່ານຍອມຮັບບັນຫາ ແລະ ຢູ່ຮ່ວມກັບບັນຫານັ້ນໆໄດ້ຢ່າງບໍ່ເປັນທຸກ ຈື່ໄວ້ວ່າຖ້າຈິດໃຈທ່ານງາມ ທ່ານກໍຄືແມ່ຍິງທີ່ງາມ.

ແບ່ງປັນ