Breaking News

ຈອນນີ່ ເດບສ໌ ນັກສະແດງທີ່ມີຄ່າໂຕແພງເກີນເຫດ 2 ປີຊ້ອນ!!

ແບ່ງປັນ

    ເປັນອັນດັບທີ່ບໍ່ຮູ້ຈະພູມໃຈ ຫຼື ບໍ່? ເມື່ອເວັບໄຊ້  Forbes ຈັດອັນດັນໃຫ້ ຈອນນີ່ ເດບ (Johnny Depp) ໃຫ້ເປັນນັກສະແດງທີ່ມີຄ່າຕົວແພງເກີນເຫດ ເນຶ່ອງຈາກໜັງທີ່ສະແດງເຮັດເງິນບໍ່ຄຸ້ມທຶນສ້າງເລີຍ ແລະ ນີ້ກໍເປັນປີທີ 2 ແລ້ວທີ່ Forbes ໄດ້ເລືອກນັກສະແດງຜູ້ນີ້ຂຶ້ນມາເປັນອັນດັບ 1 ຂອງການຈັດອັນດັບ, ເວົ້າເຖິງພາບລວມຜົນງານຂອງ ຈອນນີ່ ເດບສ໌ ນັ້ນສ້າງລາຍໄດ້ໃຫ້ຜູ້ສ້າງພຽງແຕ່ 2.8 ດອນລາຕໍ່ຄ່າຈ້າງ 1 ດອນລາ ໂດຍການຈັດອັນດັບໃນເທື່ອນີ້ທຽບຈາກພາບພະຍົນເລຶ່ອງຫຼ້າສຸດທີ່ ເດບສ໌ ໄດ້ສະແດງ ແລະ ອອກມາສາຍກ່ອນເດຶອນມິຖຸນາປີນີ້ ໂດຍບໍ່ລວມກັບພາບພະຍົນແອນນິເມຊັ່ນຕ່າງໆ.

149577-r-1481187951512

ຢ່າງໃດກໍຕາມພາບພະຍົນເລື່ອງ Alice Through the Looking Glass  ທີ່ສາຍອອກໄປໃນໄລຍະຕົ້ນປີນັ້ນກໍຖືວ່າປະສົບຄວາມສຳເລັດເພາະສ້າງລາຍໄດ້ເຖິງ 300 ລ້ານໂດລາຈາກເງິນທຶນສ້າງ 170 ລ້ານໂດລາ; ນອກຈາກນີ້ນັກສະແດງທີ່ຕິດອັນດັບນັກສະແດງທີ່ຄ່າຕົວສູງຜິດປົກກະຕິກໍມີ ວີລ ສະມິກ (Will Smith) ແຊນນິງ ເທທໍາ (Channing Tatum) ວິລ ເຟີເຣລ (Will Ferrell) ຈອນ ຄູນີ (Will Ferrell) ອະດໍາ ແຊນເລີ (Adam Sandler) ມາກ ວອລເບິກ (Mark Wohnberk) ລີໂອນາໂດ ດິຄາປຣິໂອ (Leonardo DiCaprio) ຈູເລຍ ໂຮເບິດ (Julia Roberts) ແລະ ແບຼດລີ ຄູເປີ (Bradley Cooper).
149576-r-1481187939690

ແບ່ງປັນ