ການອອກກຳລັງຊ່ວຍໃຫ້ຮູບຮ່າງກະຊັບ ແລະ ສຸຂະພາບແຂງແຮງແທ້ ແຕ່ຕ້ອງອອກໃຫ້ຖືກວິທີ ບໍ່ດັ່ງນັ້ນຈະເຮັດໃຫ້ເກີດບັນຫາຜິວພັນຕາມມາໄດ້ເດີ້.
- ຫຼີກລ່ຽງອຸປະກອນ ແລະ ເຄື່ອງອອກກຳລັງກາຍທີ່ບໍ່ສະອາດ
ເຄື່ອງອອກກຳລັງກາຍໃນຟິດເນສແມ່ນຜ່ານການໃຊ້ງານຈາກຄົນຫຼາຍໆເຊິ່ງເຮັດໃຫ້ເຄື່ອງອອກກຳລັງກາຍໃນຟິດເນສກາຍເປັນບ່ອນສະສົມເຊື້ອພະຍາດ ດັ່ງນັ້ນທ່ານໄປໃຊ້ເຄື່ອງພວກນັ້ນແລ້ວເອົາມືມາເຊັດໜ້າຕໍ່ກໍບໍ່ຕ້ອງແປກໃຈເລີຍວ່າເປັນຫຍັງສິວ ແລະ ຜີ່ນແດງຈຶ່ງຂື້ນ.
- ລະວັງຕຸ່ມຝົດເຫື່ອຈາກການອອກກຳລັງກາຍໃນບ່ອນອົບເອົ້າ
ຫຼາຍໆຄົນມັກອອກກຳລັງກາຍຢູ່ກາງແຈ້ງເຊິ່ງເປັນເລື່ອງທີ່ດີທີ່ຈະໄດ້ຮັບວິຕາມີນຈາກແສງແດດແຕ່ຕ້ອງລະວັງບໍ່ໃຫ້ອາກາດໃນມື້ນັັນຮ້ອນເກີນໄປ ເພາະຜິວພັນຂອງສາວໆອາດຈະເປັນຮອຍຜື່ນແດງ ແລະ ອາການຄັນຕາມມາອີກດ້ວຍ.
- ບໍ່ຄວນໃສ່ຊຸດອອກກຳລັງກາຍທີ່ຮັດເກີນໄປ
ການໃສ່ຊຸດອອກກຳລັງກາຍທີ່ຮັດເກີນໄປນອກຈາກຈະເຮັດໃຫ້ເຄື່ອນໄຫວບໍ່ສະດວກແລ້ວຍັງເຮັດໃຫ້ເຊື້ອພະຍາດເຂົ້າມາສະສົມເພາະວ່າເຫື່ອອອກແລ້ວເຮັດໃຫ້ມີຄວາມຊຸ່ມຈົນເຮັດໃຫ້ເປັນສິວບໍລິເວນໜ້າເອິກ ແລະ ຫຼັງໄດ້ເພື່ອປ້ອງກັນບໍ່ໃຫ້ສິວຂື້ນຫຼັງຈາກອອກກຳລັງກາຍແລ້ວໃຫ້ນັ່ງພັກຜ່ອນຈັກໜ່ອຍແລ້ວຈື່ງເຂົ້າໄປອາບນ້ຳຊຳລະຮ່າງກາຍ.
- ອອກກຳລັງກາຍກາງແຈ້ງລະວັງເປັນຝ້າ ແລະ ຜິວພັນດຳຄ້ຳເປັນບາງບ່ອນ
ອີກໜື່ງບັນຫາຜິວພັນທີ່ອາດຈະເກີດຂື້ນກັບສາວໆອາຊີເຮົາຄືການເປັນຝ້າ ແລະ ຮອຍດ່າງດຳເຊີ່ງມີສາເຫດມາຈາກລັງສີຢູວີໃນແສງແດດນັ້ນເອງ ທາງທີ່ດີຄວນປົກປ້ອງຜິວພັນຂອງທ່ານດ່້ວຍການທາຄີມກັນແດດຢ່າງນ້ອຍ 30 ນາທີກ່ອນອອກແດດເພື່ອຜິວງາມໆຂອງເຮົາຈະບໍ່ຕ້ອງເກີດເປັນຮອຍດຳ ແລະ ບັນຫາຕ່າງໆທີ່ຈະຕາມມາ.
- ແຕ່ງໜ້າອອກກຳລັງກາຍ
ສາວໆຫຼາຍຄົນອາດຈະອອກກຳລັງກາຍໂດຍທີ່ບໍ່ໄດ້ລ້າງເຄື່ອງສຳອາງອອກ ເພາະຄິດເອົາໄວ້ວ່າຈະລ້າງອອກບາດດຽວຫຼັງຈາກທີ່ອອກກຳລັງກາຍແລ້ວ ຫຼື ບໍ່ກໍເສີມຄວາມໝັ້ນໃຈບໍ່ກ້າອອກໄປຟິດເນສດ້ວຍໜ້າສົດເຊີ່ງຂໍບອກໄວ້ເລີຍວ່າເປັນວິທີທີ່ຜິດເພາະສຳອາງເທິງໃບໜ້າເຮົານີ້ລະທີ່ຈະໄປຕັນຮູຂຸມຂົນຈົນເຫື່ອບໍ່ສາມາດຂັບອອກມາໄດ້ ດັ່ງນັ້ນສາວໆຄວນລ້າງເຄື່ອງສຳອາງອອກກ່ອນເພື່ອໃຫ້ເຫື່ອໄດ້ຂັບອອກມາຢ່າງເຕັມທີ່.
ຮູ້ແບບນີ້ແລ້ວສາວໆກໍຄວນພະຍາມຫຼີກລ່ຽງພຶດຕິກຳ 5 ຂໍ້ນີ້ ຈື່ງຈະໄດ້ອອກກຳລັງກາຍດ້ວຍຄວາມສະບາຍໃຈ ຫຸ່ນດີ ແລະ ຜີວພັນງາມ ໂດຍບໍ່ຕ້ອງຫ່ວງເລື່ອງບັນຫາຜິວພັນອີກຕໍ່ໄປ.