Breaking News

ໃຜວ່າໂສດມີຂໍ້ເສຍ? ໂສດແບບ ອາຈານ Noy ເອົາເວລາໄປພັດທະນາຕົນເອງໃຫ້ກ້າວໜ້າ

ແບ່ງປັນ

“ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນເອງ”

ສາວໂສດຢ່າງມີຄຸນຄ່າທີ່ເຮົາຢາກແນະນຳໃຫ້ຮູ້ຈັກແມ່ນ  ຄໍາແພງ ພັນທະດາວົງ (ອາຈານນ້ອຍ) ອາຍຸ 37 ປີ, ຜູ້ອໍານວຍການ ວິທະຍາໄລແສງສະຫວັນ ຂວັນໃຈຂອງບັນດາລູກສິດ ວິທະຍາໄລແສງສະຫວັນ ທີ່ທັງເກັ່ງ ທັງໃຈດີ ດີກຣີ (Degree) ວ່າທີ່ປະລິນຍາເອກ ດ້ານການພັດທະນາອົງກອນ ແລະຊັບພະຍາກອນມະນຸດ ປະຈຸບັນນາງຮັບຜິດຊອບເປັນຜູ້ອຳນວຍການວິທະຍາໄລ ພ້ອມທັງເປັນຮອງປະທານກຸ່ມການສຶກສາແສງສະຫວັນ ເຊິ່ງປະກອບດ້ວຍ 4 ໂຮງຮຽນສາມັນ, 1 ໂຮງຮຽນນາໆຊາດ, 1 ວິທະຍາໄລ, 1 ໂຄງການສຶກສາ ແລະນາງຢືນຢັນວ່ານາງໂສດ 100%!! ມື້ນີ້ ອາຈານນ້ອຍ ຈະມາເປີດໃຈມຸມມອງຄວາມໂສດຂອງນາງ ທີ່ບໍ່ເຄີຍເປີດເຜີຍຢູ່ໃສມາກ່ອນໄປອ່ານກັນເລີຍເນາະ

ແມ່ຍິງທີ່ຮຽນສູງແລ້ວຊອກຜົວຍາກແທ້ບໍ່?

ແຕ່ອາຈານນ້ອຍ ພັດຄິດຕ່າງ ນາງບອກວ່າ ຍ້ອນນາງບໍ່ມີຜົວຈຶ່ງມີໂອກາດໄດ້ຮຽນສູງ ໄດ້ສະແດງຄວາມສາມາດທີ່ໂດດເດັ່ນ ເຖິງວ່າພາບທີ່ສັງຄົມມັກເບິ່ງ ແມ່ຍິງທີ່ຮຽນສູງ ແລະເກັ່ງວ່າຊອກຜົວຍາກນັ້ນ ອາຈານນ້ອຍຄິດວ່າ ອາດຍ້ອນແມ່ຍິງເຫຼົ່ານັ້ນເລືອກທີ່ຈະໂສດ ເພາະເຂົາຮູ້ສຶກອີ່ມເຕັມ ຮູ້ສຶກພຽງພໍໃນສະຖານະພາບຂອງຕົນເອງແລ້ວ ຄວາມໝາຍກໍຄື ເຂົາເຈົ້າສາມາດຕອບສະໜອງ ຕອບໂຈດຊີວິດຕົນເອງໄດ້ ເຂົາມີຄວາມສຸກກັບຊີວິດຂອງຕົນເອງ ໂດຍບໍ່ຕ້ອງການສິ່ງໃດມາເພີ່ມຕື່ມ ແລະ ທີ່ສໍາຄັນເຂົາມີອິດສະຫຼະໃນການຕັດສິນໃຈທຸກເລື່ອງທີ່ເຂົາຢາກເຮັດໄດ້ຫຼາຍກວ່າ

ໃຜວ່າໂສດມີຂໍ້ເສຍ??

ສໍາລັບອາຈານນ້ອຍແລ້ວ ຄວາມໂສດ ບໍ່ມີຂໍ້ເສຍຫຍັງເລີຍວ່າຊັ້ນ ແຕ່ບາງຄົນຄິດວ່າໂສດມັນອາດຈະເຫງົາ ບາງຄົນກໍຄິດວ່າຕົນເອງຂາດຫຍັງຈັກຢ່າງໃນຊີວິດ ອັນນີ້ມັນແມ່ນຈິດຂອງເຮົາປຸງແຕ່ງຂຶ້ນມາ ເພາະອາຈານນ້ອຍຢືນຢັນວ່າ ນາງບໍ່ເຫງົາ ບໍ່ຮູ້ສຶກຂາດຫຍັງເລີຍ ເພາະນ້ອຍມີຄອບຄົວ ເອື້ອຍນ້ອງ ຫຼານໆ ມີໝູ່ຫຼາຍ ເວລາໄປໃສກໍຈະໄປເປັນກຸ່ມ ແຕ່ຖາມວ່າທົດແທນກັນໄດ້ບໍ່? ອັນນີ້ບໍ່ຈໍາເປັນປຽບທຽບ ເພາະມັນບໍ່ຄືກັນ ແຕ່ນ້ອຍກໍມີຄວາມສຸກດີ ຜ່ານມາກໍຫຼາຍປີແລ້ວ ນາງທັງຮຽນໜັງສື ແລະເຮັດວຽກໜັກມາຕະຫຼອດ Focus ໃນສິ່ງທີ່ເຮົາມີ ແລະມີຄວາມສຸກກັບມັນທຸກໆມື້ ແຕ່ຫາກຊີວິດມັນໄປຮອດຈຸດໃດຈຸດໜຶ່ງ ທີ່ເຮົາຕ້ອງແຕ່ງງານອັນນີ້ກໍເວົ້າບໍ່ໄດ້ ແຕ່ຖ້າຖາມຕອນນີ້ຄືຍັງໂອເຄດີກັບການເປັນໂສດທີ່ສຸດກໍວ່າໄດ້

 

ການແຕ່ງງານເປັນທາງເລືອກ ບໍ່ແມ່ນເປົ້າໝາຍຊີວິດ

ທຸກສິ່ງທຸກຢ່າງມັນຂຶ້ນຢູ່ກັບຕົວເຮົາເປັນຜູ້ເລືອກ ເຖິງວ່າຕອນຍັງນ້ອຍເຮົາເຄີຍໄດ້ຍິນຫຼາຍໆຄົນເວົ້າວ່າ ແມ່ຍິງເມື່ອໃຫຍ່ຂຶ້ນມາ ບັນລຸນິຕິພາວະ ຮຽນຈົບໃນລະດັບໃດໜຶຶ່ງແລ້ວ ຕ້ອງໄດ້ມີຜົວ ມີລູກ ມີຄອບຄົວເປັນຂອງຕົນເອງ ແຕ່ຄວາມຈິງແລ້ວເລື່ອງນີ້ ມັນເປັນພຽງຄວາມເຊື່ອ ເພາະຄວາມຈິງທີ່ອາຈານນ້ອຍພົບ ເມື່ອເຕີບໃຫຍ່ຂຶ້ນມາ ແລະໄດ້ຮຽນຮູ້ຫຼາຍຢ່າງແລ້ວເຫັນວ່າ ທຸກຄົນມີສິດທີ່ຈະບໍ່ເປັນໄປຕາມກົດເກນ ຫຼືຄວາມເຊື່ອຂອງສັງຄົມ ຄືເຮົາສາມາດເລືອກ ໃຫ້ອິດສະຫຼະກັບຕົນເອງໄດ້ ບໍ່ແມ່ນໃຫ້ເງື່ອນໄຂສັງຄົມມາບັງຄັບເຈົ້າ ຍູ້ເຈົ້າເຂົ້າສູ່ສະຖາບັນການແຕ່ງງານ ແຕ່ຫາກເຈົ້າເລືອກເອງໂດຍຄວາມພ້ອມ ແມ່ນອີກເລື່ອງໜຶ່ງ

 

ໂສດກະໄດ້ ແຕ່ງກະດີ ບໍ່ Serious!!!

ເມື່ອຖາມອາຈານນ້ອຍວ່າ ລະຫວ່າງໂສດກັບແຕ່ງງານອັນໃດດີກວ່າກັນ ນາງຕອບໄດ້ເລີຍວ່າແລ້ວແຕ່ຄົນເບິ່ງເດີ້ ແຕ່ສໍາລັບນ້ອຍໂສດກໍມີຄວາມສຸກດີຢູ່ແລ້ວ ແຕ່ຖ້າຖາມວ່າເປີດໃຈບໍ່? ກໍບໍ່ໄດ້ປິດ ນ້ອຍພຽງແຕ່ຢາກຢູ່ແບບສະບາຍໃຈຫຼາຍກວ່າ ຖ້າມື້ໜຶ່ງມີຄົນເຂົ້າມາກໍພ້ອມທີ່ຈະເປີດໃຈຮັບ ແຕ່ຂໍເງື່ອນໄຂຂໍ້ດຽວເທົ່ານັ້ນຄື ເປັນຄົນທີ່ໃຫ້ຄວາມສະບາຍໃຈແກ່ເຮົາໄດ້ ແລະຖ້າພົບຄົນແບບນັ້ນແລ້ວອາຈານນ້ອຍຈະໃຫ້ ຄວາມຊື່ສັດ ເປັນການຕອບແທນວ່າຊັ້ນ ເພາະເປັນສິ່ງທີ່ສຳຄັນທີ່ສຸດທີ່ຄົນຮັກຕ້ອງມີໃຫ້ກັນ ສ່ວນເລື່ອງອື່ນໆ ກໍຄົງຈະເບິ່ງກັນ ທຳຄວາມຮູ້ຈັກກ່ອນຈະມາຄົບກັນໝົດແລ້ວ ນ້ອຍເອງກໍເປັນຄົນເປີດເຜີຍ ຕົງໆຢູ່ແລ້ວ ຖ້າຈະເວົ້າຕອນນີ້ຄື ໂສດກະດີ ແຕ່ຖ້າສະບາຍໃຈ ມີຄູ່ກໍໄດ້

ຕົວເຮົາເທົ່ານັ້ນ ທີ່ຈະຕອບໂຈດຊີວິດເຮົາໄດ້

ໃນທັດສະນະຂອງອາຈານນ້ອຍ ແມ່ຍິງບໍ່ວ່າຢູ່ໃນສະຖານະພາບໃດ ໂສດ ຫຼືບໍ່ ກໍຕ້ອງເພິ່ງພາຕົນເອງໃຫ້ໄດ້ ເພາະຍຸກປັດຈຸບັນນີ້ແມ່ນຍຸກຂອງການເຮັດວຽກ ທີ່ທຸກຄົນຕ້ອງແຂ່ງຂັນກັນດ້ວຍຄວາມຮູ້ເປັນຫຼັກ ສະນັ້ນ ຫາກແມ່ຍິງຍັງມີທັດສະນະລໍຖ້າຄວາມຊ່ວຍເຫຼືອຈາກຄົນອື່ນ ມັນຈະເຮັດໃຫ້ແມ່ຍິງອ່ອນແອ ເຖິງວ່າເຈົ້າຈະແຕ່ງດອງມີຄົນເບິ່ງແຍງແລ້ວ ແມ່ຍິງບາງຄົນກໍຕ້ອງການແຕ່ງງານ ເພາະເຂົາເຈົ້າຕ້ອງການໃຜຈັກຄົນມາປຶກສາ ຖາມວ່າປຶກສາໝູ່ໄດ້ບໍ່ ກໍໄດ້ ແຕ່ເຂົາອາດຈະຕ້ອງການຫຼາຍ ຕ້ອງການແບບໃກ້ຊິດ ຫຼືອາດຈະຕ້ອງການຕະຫຼອດ ແຕ່ສຳລັບອາຈານນ້ອຍຂໍບອກກເລີຍວ່າ ທຸກໆຄໍາຖາມທີ່ເຮົາບໍ່ສາມາດຕອບເອງໄດ້ ເອົາໄປໃຫ້ຄົນອື່ນຊ່ວຍຕອບຍິ່ງຍາກ ເພາະເລື່ອງຂອງເຮົາ ເຮົາຮູ້ດີທີ່ສຸດ ຕົວເຮົາເອງຍັງຕອບບໍ່ໄດ້ແລ້ວ ຄົນອື່ນຈະຕອບແທນເຮົາໄດ້ແນວໃດ ສຸດທ້າຍແລ້ວກໍບໍ່ມີໃຜທີ່ເຮົາຈະເພິ່ງພາໄດ້ດີໄປກວ່າຕົວເຮົາເອງດອກ

ຝາກທ້າຍ

ສໍາລັບແຟນໆຂວັນໃຈທີ່ຍັງໂສດ ອາຈານນ້ອຍຝາກມາວ່າ ຢ່າຟ້າວທໍ້ຖອຍໃຈ ໃຫ້ຄິດວ່າຕົວເອງມີຄຸນຄ່າຢູ່ສະເໝີ ພະຍາຍາມພັດທະນາຕົນເອງ ໃຫ້ຄວາມສຸກແກ່ຕົວເອງຫຼາຍໆ ຢ່າໃຫ້ຄົນອື່ນມາເວົ້າໄດ້ວ່າ ຄວາມໂສດຂອງເຮົາມັນໄຮ້ຄ່າ ຄໍາເວົ້າຕ່າງໆທີ່ໄດ້ຍິນຈາກຄົນອື່ນ ໃຫ້ເອົາມາເປັນສິ່ງຊຸກຍູ້ໃຫ້ເຮົາປະສົບຜົນສໍາເລັດ.

Facebook: AjanNoi Ptv

ແບ່ງປັນ