Breaking News

ດວງປະຈຳວັນ ສຸກ ວັນທີ 27 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານຍັງບໍ່ລົງຕົວ ຍັງມີວຽກທີ່ຕ້ອງສະສາງມາຕັ້ງແຕ່ມື້ວານ, ດ້ານການເງິນມີເງິນເຂົ້າມາເປັນໄລຍະ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງຄິດຫຼາຍ ແລະ ຍັງບໍ່ລົງໂຕ ຕ້ອງລໍຖ້າໄປອີກຈັກໜ້ອຍ, ດ້ານການເງິນຍັງມີບັນຫາວຸ້ນວາຍ ກ່ຽວກັບເລື່ອງລາຍຈ່າຍ , ດ້ານຄວາມຮັກຍັງບໍ່ສົມຫວັງ ແຕ່ກໍ່ໂສດແບບມີຄວາມສຸກ.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ຈະເຈີກັບບັນກາເກົ່າໆຊໍ້າຊາກກັບໝູ່ຮ່ວມງານທີ່ເວົ້າກັນບໍ່ເຂົ້າໃຈ, ດ້ານການເງິນຍັງບໍ່ເດືອດຮ້ອນ ເພາະມີເງິນເຫຼືອເກັບມາແຕ່ເດືອນກ່ອນ, ດ້ານຄວາມຮັກຍັງພົບເຈິບັນຫາທີ່ບໍ່ເຂົ້າໃຈກັນ.

  • ວັນພຸດ

ດ້ານວຽກງານໃນມື້ນີ້ເມື່ອຍເປັນພິເສດ ແຕ່ຍັງດີທີ່ມີຄົນເຂົ້າມາຊ່ວຍ, ດ້ານການເງິນຍັງດີທີ່ມີລາຍຈ່າຍ ແລະ ລາຍຮັບທີ່ດຸ່ນດ່ຽງກັນ, ດ້ານຄວາມຮັກມີເລື່ອງໃຫ້ຄິດໜັກ ຕ່າງຄົນຕ່າງຫັນຫຼັງ ບໍ່ຍອມປິ່ນໜ້າເຂົ້າຫາກັນ.

  • ວັນພະຫັດ

ດ້ານວຽກງານໃນມື້ນີ້ຕ້ອງລວມຄວາມກ້າ ຢ່າຄິດອາຍ ລຸຍໂລດ ປະສົບຜົນສຳເລັດແນ່ນອນ, ດ້ານການເງິນຍັງມີເກນທີ່ດີ, ດ້ານຄວາມຮັກຊ່ວງນີ້ເປັນຄົນສາຍເປ ມັກ ຮັກ ໃຜກໍ່ຈະທຸ້ມເທເປັນພິເສດ.

  • ວັນສຸກ

ດ້ານວຽກງານໃຫ້ລະວັງເລື່ອງສຸູນເສຍເລື່ອງຂໍ້ມູນຂ່າວສານ, ດ້ານການເງິນຍັງດີ ມີເກນມີລາຍຈ່າຍເຂົ້າມາເລື້ອຍໆ, ດ້ານຄວາມຮັກຍັງບໍ່ເຂົ້າໃຈກັນ ຍັງມີເລື່ອງເຂົ້າມາໃຫ້ວຸ້ນວາຍໃຈກັນຍາວໄປ.

  • ວັນເສົາ

ດ້ານວຽກງານໃນມື້ນີ້ມີເລື່ອງເຂົ້າມາໃຫ້ສັບສົນ ຕ້ອງໄດ້ແກ້ບັນຫາແບບດ່ຽວໆ, ດ້ານການເງິນເຮັດວຽກຫຼາຍ ແຕ່ລາຍຈ່າຍຍັງເທົ່າເດີມ, ດ້ານຄວາມຮັກຄິດຫຼາຍ ເພາະຄົນຮັກບໍ່ສົນໃຈ.

ແບ່ງປັນ