Breaking News

ໂສດແບບມີ Style ໂສດຢ່າງມີຄວາມສຸກ Kookai ໂສດແບບບໍ່ເດືອດຮ້ອນໃຜ!

ແບ່ງປັນ

 ຄຸນຄ່າຂອງແມ່ຍິງ ບໍ່ໄດ້ຂຶ້ນກັບສະຖານະພາບວ່າ ໂສດ ຫຼືແຕ່ງງານ ແຕ່ເຮົາຕ້ອງເລືອກຢູ່ໃນຈຸດທີ່ເຮົາຮູ້ສຶກມີຄຸນຄ່າ ແລະມີຄວາມສຸກທີ່ສຸດ”

ສາວໂສດ ກຸກໄກ່ ພູມວິໄລ ສິຣິພົນເດດ ອາຍຸ 38 ປີ ນາງຈົບສຶກສາລະດັບ ປະລິນຍາໂທ ສາຂາແມ່ຍິງສຶກສາ (Women’s Studies) ຫຼືເອີ້ນອີກຢ່າງໜຶ່ງວ່າ ເປັນຜູ້ຊ່ຽວຊານບົດບາດຍິງ-ຊາຍ (Gender Specialist) ເຊິ່ງຈາກປະສົບການເຮັດວຽກທີ່ສ່ວນໃຫຍ່ ແມ່ນຊ່ວຍພັດທະນາສົ່ງເສີມບົດບາດແມ່ຍິງ ລວມທັງວາງແຜນປັບປຸງແກ້ໄຂບັນຫາແມ່ຍິງ ໃຫ້ຫຼາຍໆອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມງານກັບພາກລັດຖະບານ ນັບແຕ່ລະດັບນະໂຍບາຍ ອົງການ ຊຸມຊົນ ໄປຈົນເຖິງລະດັບບຸກຄົນ ສະນັ້ນ ຈຶ່ງເຮັດໃຫ້ກຸກໄກ່ ເຂົ້າໃຈບັນຫາຊີວິດຂອງແມ່ຍິງລາວແທບເອີ້ນໄດ້ວ່າ ໃນທຸກມິຕິກໍວ່າໄດ້ .. ແລ້ວຍ້ອນຮູ້ຫຼາຍໂພດບໍ່ນໍ້ ຈຶ່ງເຮັດໃຫ້ນາງຍັງຄອງສະຖານະພາບໂສດ ຈົນເຖິງປະຈຸບັນ? ເຮົາໄປເຈາະຈີ້ມພ້ອມໆກັນເລີຍ

ຈັ່ງແມ່ນສັງຄົມມັກຕັ້ງຄຳຖາມກັບສາວໂສດ

ແປກຄືກັນເນາະ ວ່າຄວາມໂສດຂອງເຮົາ ແທນທີ່ຈະເປັນເລື່ອງສ່ວນຕົວ ພັດບໍ່ແມ່ນ ເພາະສັງຄົມ ແລະຄົນອ້ອມຂ້າງ ເຂົາຈະຄອຍຖາມ ຄອຍເປັນຫ່ວງ ຄືກັບວ່າເປັນບັນຫາການເມືອງທີ່ທຸກຄົນຕ້ອງຊ່ວຍກັນແກ້ໄຂ ທັ້ງທີ່ບາງຄົນຊີວິດຄອບຄົວຕົນເອງກໍມີບັນຫາ ແຕ່ກໍຢາກເຫັນແມ່ຍິງອື່ນໆໄດ້ມີຄູ່່ຫັ້ນນ່າ ກຸກໄກ່ກໍເຊັ່ນກັນ ຕອນອາຍຸປະມານ 25-26 ປີ ຕອນນັ້ນເພິ່ນກໍວ່າເປັນສາວເຖົ້າແລ້ວ ຄົນຖາມຫຼາຍນາງກໍໍຮູ້ສຶກກັງວົນ ເພາະເຮົາຍັງບໍ່ທັນມີປະສົບການຊີວິດຫຼາຍ ເຮົາກໍເຊື່ອຕາມສັງຄົມບອກຢູ່ວ່າ “ໝົດເວລາສໍາລັບການຫາຄູ່ແລ້ວຕໍ່ໄປເຮົາຊິເປັນແນວໃດ?” ຍອມຮັບວ່າຮູ້ສຶກຢ້ານ ບໍ່ມີຜົວ ບໍ່ມີລູກ ເຮົາຊິຢູ່ຈັ່ງໃດ ແຕ່ວ່າເຮົາກໍຜ່ານໄລຍະປີນັ້ນມາໄດ້ ເຮົາກໍບໍ່ເປັນຫຍັງໃດລະ ເຮົາກໍຢູ່ມີຄວາມສຸກໄດ້ ມາຮອດຕອນນີ້ກໍເຖິງຂັ້ນວ່າ ເຮົາບໍ່ມີບັນຫາຖ້າວ່າຊິຢູ່ເປັນໂສດໄປເລື້ອຍໆ ຖ້າສົມມຸດວ່າເຮົາຍັງບໍ່ເຈີຄົນທີ່ພ້ອມທີ່ຈະມາໃຊ້ຊີວິດຮ່ວມກັນ ກໍບໍ່ເປັນຫຍັງ ເພາະເຮົາເຂັ້ມແຂງຂຶ້ນ ມີຄວາມຮູ້ ມີວຽກເຮັດ ຮູ້ວ່າຊີວິດເຮົາຕ້ອງການຫຍັງ ຮູ້ວ່າຄວາມສຸກຂອງເຮົາມັນຂຶ້ນກັບຕົນເອງ ບໍ່ແມ່ນຄົນອ້ອມຂ້າງ

ເຫດຜົນທີ່ຍັງຄອງສະຖານະພາບໂສດ

ການຮຽນປະລິນຍາໂທ ສາຂານີ້ເຮັດໃຫ້ ກຸກໄກ່ ໄດ້ເຂົ້າໃຈເລື່ອງສິດທິຂອງແມ່ຍິງ ແລະບັນຫາຕ່າງໆຂອງແມ່ຍິງ ເຊິ່ງສາມາດເປັນພູມຄຸ້ມກັນທາງຈິດໃຈໃຫ້ກັບນາງໄດ້ ນາງເຂົ້າໃຈວ່າ ສະຖານະພາບໂສດນີ້ ມັນບໍ່ແມ່ນເລື່ອງເສຍຫາຍ ອີກຢ່າງການເຮັດວຽກແບບນີ້ ແລະໄດ້ເຫັນບັນຫາຕົວຈິງຈາກຄົນອ້ອມຂ້າງ ເຮັດໃຫ້ກຸກໄກ່ໄດ້ເຫັນວ່າ ໃນສະຖາບັນການແຕ່ງງານ ມັນບໍ່ແມ່ນບ່ອນທີ່ອົບອຸ່ນ ມີຄວາມສຸກ ຄືດັ່ງທີ່ສັງຄົມທົ່ວໄປໂຄສະນາສ້າງພາບສະເໝີໄປ ແຕ່ມັນເຊື່ອງຊ້ອນບັນຫາການບໍ່ໃຫ້ກຽດ ຄວາມບໍ່ຊື່ສັດ ແລະການນອກກາຍ ນອກໃຈ ຂອງຄູ່ຜົວເມຍ ເຊິ່ງອາດນຳໄປສູ່ບັນຫາຄວາມຮຸນແຮງຕໍ່ແມ່ຍິງ ທຳຮ້າຍຮ່າງກາຍ ປະຊົດກັນ ເຮັດໃຫ້ເສຍໃຈ ການທີ່ເຮົາໂສດກໍດີຢ່າງໜຶ່ງວ່າ ເຮົາບໍ່ຕ້ອງໄດ້ກຽມຕົວໄວ້ ສຳລັບເຈິກັບບັນຫາເຫຼົ່ານີ້ຫັ້ນນ່າ ເພາະສະພາບສັງຄົມບ້ານເຮົາທຸກມື້ນີ້ ມັນມີຄວາມສ່ຽງ ທີ່ຈະເກີດຂຶ້ນບໍ່ຊ້າກໍໄວ

ການໃຫ້ກຽດເຊິ່ງກັນແລະກັນສຳຄັນທີ່ສຸດ

ການທີ່ກຸກໄກ່ ຈະຕັດສິນໃຈປ່ຽນສະຖານະພາບຈາກໂສດ ໄປເປັນແຕ່ງງານນັ້ນ ສິ່ງສຳຄັນກໍຄື ຜູ້ທີ່ຈະມາເປັນຄູ່ນາງ ຈະຕ້ອງມີທັັດສະນະຄະຕິຄ້າຍຄືກັນຫຼາຍໆຢ່າງ ໂດຍສະເພາະເລື່ອງການໃຫ້ກຽດກັນ ຊຸກຍູ້ສົ່ງເສີມກັນໃນສິ່ງທີ່ດີ ມີປະໂຫຍດ ນາງເລົ່າວ່າ ນາງເຄີຍເວົ້າກັບຜູ້ຊາຍທີ່ເຄີຍຄົບເປັນແຟນວ່າ “ຂ້ອຍຢາກຮຽນຕໍ່ປະລິນຍາເອກ” ແຕ່ຊາຍຄົນນັ້ນພັດເວົ້າວ່າ “ເປັນແມ່ຍິງຊິຮຽນໄປເຮັດຫຍັງສູງແທ້?” ເຮັດໃຫ້ກຸກໄກ່ ຮູ້ໄດ້ເລີຍວ່າຜູ້ນີ້ບໍ່ແມ່ນແລ້ວ ຍ້ອນທັດສະນະຄະຕິພື້ນຖານຂອງລາວ ບໍ່ສະໜັບສະໜູນຄວາມສະເໝີພາບຍິງ-ຊາຍ ເຊິ່ງແນ່ນອນວ່າ ຫາກຢູ່ນຳກັນໄປ ລາວກໍຈະບໍ່ສະໜັບສະໜູນເລື່ອງອື່ນໆ ທີ່ກ່ຽວຂ້ອງກັບຄວາມກ້າວໜ້າຂອງກຸກໄກ່ອີກ ແລະອາດຈະນຳມາເຊິ່ງການຜິດຖຽງກັນຫາກແຕ່ງງານໄປ

ຈາກການໄດ້ໄປສຶກສາລະດັບປະລິນຍາເອກ ຢູ່ປະເທດຍີ່ປຸ່ນ ໄດ້ໃຊ້ຊີວິດຮ່ວມກັບນັກສຶກສາຈາກທົ່ວໂລກ ກຸກໄກ່ ພົບວ່າ ແມ່ຍິງແຖບປະເທດຕາເວັນຕົກ ກໍຢາກຄອງໂສດ ແລະຢາກມີລູກ ຢາກເປັນ Single mom ເພາະເຂົາບໍ່ຢາກມີພັນທະກັັບໃຜ ເຂົາມີວຽກເຮັດ ສາມາດຮັບຜິດຊອບລູກໄດ້ ຢາກລ້ຽງຢາກສອນລູກຄົນດຽວ ສ່ວນແມ່ຍິງແຖບອາຊີເຮົາ ທີ່ອາຍຸຫຼາຍແລ້ວຄອບຄົວກໍຈະຄາດຫວັງໃຫ້ແຕ່ງງານ ເຂົາເຈົ້າກໍຄິດວ່າ ຈະຕາມໃຈພໍ່ແມ່ກ່ອນ ຫຼັງຈາກມີລູກແລ້ວ ອາດຈະປ່ຽນສະຖານະພາບມາເປັນໂສດໄດ້ ປະຮ້າງກໍໄດ້ ບໍ່ມີບັນຫາ

ໂສດແລ້ວຕ້ອງຮັກແລະເບິ່ງແຍງຕົນເອງດີໆ

ກຸກໄກ່ບອກວ່າ ຈັ່ງໃດກະໂສດແລ້ວເອົາເວລາມາເບິ່ງແຍງ ແລະເອົາໃຈໃສ່ຕົນເອງຫຼາຍໆດີກວ່າ ເຊັ່ນ: ຫຼັງຈາກທີ່ເຮົາເຮັດວຽກແລ້ວ ເຮົາກໍມີເວລາໄປອອກກຳລັງກາຍ ເຮັດໃນສິ່ງທີ່ເຮົາມັກ ມີເວລາພັກຜ່ອນ ນອນຫຼິ້ນເກມ ອ່ານປຶ້ມດີໆ ໃຊ້ຊີວິດຢ່າງມີຄຸນຄ່າ ບໍ່ເປັນພາລະໃຫ້ຄົນອື່ນ ວາງແຜນການເງິນ ແລະແຜນສຸຂະພາບໄວ້ລ່ວງໜ້າ ເຮັດປະກັນໄພໄວ້ ເລືອກກິນອາຫານທີ່ດີ ຮັກສາສຸຂະພາບໃຫ້ແຂງແຮງ ທໍ່ນີ້ຊີວິດເຮົາກໍບໍ່ຕ້ອງກັງວົນຫຍັງອີກແລ້ວ ສຳລັບເປົ້າໝາຍຕໍ່ໜ້າ ກຸກໄກ່ ຢາກປະກອບສ່ວນໃນວຽກງານ ໂດຍສະເພາະແມ່ນເລື່ອງຄວາມສະເໝີພາບຍິງ-ຊາຍຢູ່ໃນສັງຄົມ ຖ້າມີໂອກາດກໍຢາກເຮັດວຽກນີ້ໃຫ້ຫຼາຍຂຶ້ນ

Facebook: Kookai Ps

 

ແບ່ງປັນ