Breaking News

ດວງປະຈຳວັນ ຈັນ ວັນທີ 30 ເມສາ 2018.

ແບ່ງປັນ
  • ວັນອາທິດ

ດ້ານວຽກງານຍັງດີບໍ່ມີບັນຫາ ເຮັດຫຍັງກໍ່ດີ ຜູ້ໃຫ່ຍຮັກ, ດ້ານການເງິນຈະມີໂຊກເຂົ້າມາໃຫ້ໄດ້ເຮກັນຍາວໄປ, ດ້ານຄວາມຮັກຍັງຄົງເບິ່ງແຍງເອົາໃຈໃສ່ກັນດີ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ຕ້ອງເອົາໃຈໃສ່ດ້ານວຽກງານເປັນພິເສດ ເພາະຈະມີເລື່ອງເຮັດໃຫ້ສັບສົນວຸ້ນວາຍກັນແດ່ຈັກໜ້ອຍ, ດ້ານການເງິນຄວາມປ່ຽນແປງທຸກຢ່າງ ເກີດຂຶ້ນໄດ້, ດ້ານຄວາມຮັກຍັງມີເລື່ອງທີ່ເຮັດໃຫ້ບໍ່ເຂົ້າໃຈກັນ.

  • ວັນອັງຄານ

ດ້ານວຽກງານລະວັງໃຫ້ດີຊ່ວງນີ້ຈະມີຄົນທີ່ອິດສາ, ດ້ານການເງິນຈະໄດ້ກຳໄລງາມ ຈາກທຸລະກິດທີ່ເຮັດຢູ່, ດ້ານຄວາມຮັກບໍ່ເຂົ້າໃຈກັນ ຍັງມີເລື່ອງທີ່ຕ້ອງເຄີຍກັນ.

  • ວັນພຸດ

ດ້ານວຽກງານຍັງມີເລື່ອງທີ່ຕ້ອງເຮັດໃຫ້ເຈັບຫົວ ເພາະໝູ່ຮ່ວມງານເຮັດວຽກບໍ່ເປັນທີມ, ດ້ານການເງິນຍັງຄົງຕ້ອງວິ່ງເຕັ້ນຊອກຫາລາຍໄດ້ເພີ່ມ ຄວນຊອກຫາວຽກພິເສດເຮັດເສີມ ເພື່ອລາຍໄດ້ທີ່ໝັ້ນຄົງ, ດ້ານຄວາມຮັກຈະມີຄົນເຂົ້າມາເຮັດໃຫ້ຫົວໃຈຫວັນໄຫວ.

  • ວັນພະຫັດ

ດ້ານວຽກງານຕ້ອງມີຄວາມລະອຽດ ຈະເຮັດຫຍັງກໍ່ຕ້ອງຮອບຄອບ, ດ້ານການເງິນຍັງມີເຂົ້າມາບໍ່ຫຼາຍ ດັ່ງທີ່ຄິດໄວ້, ດ້ານຄວາມຮັກຍັງມີຄວາມຮັກດີໆຈົນຄົນອ້ອມຂ້າງອິດສາ.

  • ວັນສຸກ

ດ້ານວຽກງານຢູ່ໃນເກນດີ ໝັ້ນຄົງ, ດ້ານການເງິນຈະມີວຽກເຂົ້າມາ ເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ, ດ້ານຄວາມຮັກເປັນຊ່ວງເວລາແຫ່ງຄວາມສຸກ ທຸກຢ່າງຢູ່ໃນເກນທີ່ດີ.

  • ວັນເສົາ

ດ້ານວຽກງານຍັງຄົງວຸ້ນວາຍ ກັບວຽກງານທີ່ເຂົ້າມາ, ດ້ານການເງິນຍັງຄ່ອງໂຕ ຈະເຮັດຫຍັງກໍ່ເງິນທອງໄຫຼມາເທມາເລື້ອຍໆຊ່ວງນີ້, ດ້ານຄວາມຮັກລະວັງໃຈຕົນເອງທີ່ມີຄວາມຄິດຢາກໄດ້ຄົນທີ່ມີເຈົ້າຂອງແລ້ວມາເປັນຂອງຕົວເອງ.

ແບ່ງປັນ