Breaking News

ຮືຮາກັນຖ້ວນໜ້າ! ເມື່ອ Sinon Loresca  ເຈົ້າຂອງສາຍາ “King Of Catwalk” ເຊັກອິນທີ່ປະເທດລາວ!

ແບ່ງປັນ

ສ້າງຄວາມຮືຮາ Surprise! ແຟນໆຊາວລາວກັນສຸດໆ ເມື່ອ Sinon Loresca ຫຼື ເຈົ້າຂອງສາຍາ  “King Of Catwalk”  ໄດ້ໂພສຄລິບຜ່ານເພສເຟສບຸກຫຼັກຂອງເພິ່ນ ແລະ ຍັງເດີນແບບວາດລວດລາຍການເດີນແບບສຸດອໍລະຊອນ ພ້ອມທັງຈູງນ້ອງໝາ ຢູ່ທີ່ ປະຕູໄຊ ນະຄອນຫຼວງວຽງຈັນ, ໃນວັນທີ 29 ເມສາ 2018 ທີ່ຜ່ານມາ…

My Famous Catwalk in the Exotic Country LAOS ?? #laos #sinonloresca #kingofcatwalk #thekingofcatwalk #fashionshow #catwalk #viralFor Work Inquiries Please Email Me thekingofcatwalk88@hotmail.com

โพสต์โดย Sinon Loresca เมื่อ 29 เมษายน 2018

 

ແລະ Sinon Loresca ຍັງໄດ້ໂພສບອກແຟນໆຊາວລາວອີກວ່າ “ມີໂອກາດໄດ້ອ່ານຄອມເມັ້ນດີໆໃນດ້ານບວກຂອງແຟນໆແລ້ວ ເຮັດໃຫ້ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍໃນເວລານີ້, ຂໍຂອບໃຈທີ່ມັກໃນຄລິບວິດີໂອຂອງຂ້ອຍ ໂດຍສະເພາະແຟນໆຊາວລາວ, ພວກເຈົ້າສຸດຍອດຫຼາຍໆ…ຮັກພວກເຈົ້າທຸກຄົນເລີຍ”, ແຟນໆຊາວລາວຫຼາຍຕໍ່ຫຼາຍຄົນກໍ່ເຂົ້າໄປຄອມເມັ້ນຍິນດີຕ້ອນຮັບ  “King Of Catwalk” ເຂົ້າສູ່ປະເທດລາວກັນຢ່າງຫຼວງຫຼາຍ.

ສຳລັບ Sinon ອາຍຸ 29 ປີ ເປັນເນັດໄອດໍ້ຂອງ ປະເທດ ຟິລິບປິນ ຜູ້ມີເອກະລັກສະເພາະຕົວ ໂດ່ງດັງມາຈາກການອັດຄລິບວິດີໂອເດີນແບບປອບໃຈນາງງາມຜູ້ເຂົ້າປະກວດ Miss Universe 2016 ຈົນເຮັດໃຫ້ຄລິບດັ່ງກ່າວມີຍອດວິວເປັນ 10 ກວ່າລ້ານວິວ.

ຮູບພາບ: Sinon Loresca

 

 

ແບ່ງປັນ