Breaking News

ເລີດໄດ້ອີກ! ຫຼິງຫຼິງ ປິຍະດາ ແລະ ຊົມພູ່ ອາຣາຍາ 2 ເຈົ້າແມ່ແຟຊັ່ນລວມຕົວ ຮ່ວມເຟມຖ່າຍຮູບ!

ແບ່ງປັນ

ເລີດໄດ້ອີກ! ເມື່ອ ຫຼິງຫຼິງ ປິຍະດາ ອິນທະວົງ ສາວປະເພດສອງໝາຍເລກ 1 ຂອງລາວ ແລະ ຊົມພູ່ ອາຣາຍາ ເອຮາເກັດ ນັກສະແດງແຖວໜ້າ-ແຟຊັ່ນນິດຕ້າຂອງປະເທດເພື່ອນບ້ານ ຮ່ວມເຟມຖ່າຍຮູບຮ່ວມກັນ ຢູ່ທີ່ ຊຽງໃໝ່ (ປະເທດເພື່ອນບ້ານ)

ໂດຍຮູບດັ່ງກ່າວໄດ້ຖືກໂພສຜ່ານ ເຟສບຸກ ແລະ ອິນສະຕາແກມ ຂອງ ສາວ ຫຼິງຫຼິງ ແລະ ນາງຍັງຂຽນແຄັບຊັ່ນບອກໃຫ້ແຟນໆໄດ້ຮູ້ວ່າ “ຍິ້ມບໍ່ຫຸບເລີຍ ແມ່ຊົມໜ້າຮັກຫຼາຍ”, ແລະ ນອກຈາກນັ້ນ ຫຼິງຫຼິງ ຍັງໄດ້ຖ່າຍຮູບ ນ້ອງ ສາຍຟ້າ ລູກຊາຍ ຂອງ ແມ່ ຊົມພູ່ ມາຝາກອີກດ້ວຍ, ຂໍບອກເລີຍວ່າໜ້າຮັກຫຼາຍໆ…

ຮູບພາບ: Pitadar Lingling Inthavong

 

ແບ່ງປັນ