Breaking News

ດວງປະຈຳວັນ ສຸກ ວັນທີ 4 ພຶດສະພາ 2018

ແບ່ງປັນ
  • ວັນອາທິດ

ດ້ານວຽກງານຈະມີໂຊກໃນການເຈລະຈາວຽກ ປາກຈະພາລວຍ, ດ້ານການເງິນເງິນທອງໄຫຼມາເທມາເປັນພິເສດ, ດ້ານຄວາມຮັກຍັງຄົງມີເຂົ້າມາເລື້ອຍໆ ຊ່ວງນີ້ຄວາມຮັກດີບໍ່ມີຂາດ.

  • ວັນຈັນ

ດ້ານວຽກງານໃນມື້ນີ້ມີເລື່ອງທີ່ຕ້ອງໄດ້ເບິ່ງແຍງແລະເອົາໃຈໃສ່ເປັນພິເສດ, ດ້ານການເງິນຍັງບໍ່ມີໂຊກທາງດ້ານການສ່ຽງດວງ ບໍ່ສ່ຽງຈະດີກວ່າ, ດ້ານຄວາມຮັກຮັກແລະມັກໃຜກໍ່ຈະສົມຫວັງດັ່ງໃຈ.

  • ວັນອັງຄານ

ດ້ານວຽກງານຈະໄດ້ເຮັດໂປເຈັກໃໝ່ໆທີ່ບໍ່ໜ້າເບື່ອ, ດ້ານການເງິນຍັງຄົງມີລາຍຈ່າຍເຂົ້າມາເລື້ອຍໆ ແຕ່ລາຍຮັບຍັງຊໍ່າເກົ່າ ຄິດນ້ອຍໃຈວາດສະໜາ, ດ້ານຄວາມຮັກມີເລື່ອງຮັກໆເຂົ້າມາໃຫ້ຫົວໃຈຊຸ່ມຊື່ນຢູ່ເລື້ອຍໆບໍ່ຂາດ.

  • ວັນພຸດ

ດ້ານວຽກງານໃນມື້ນີ້ຮູ້ສຶກເມື່ອຍແລະເກີດທໍ້ແທ້ໃຈໃນເລື່ອງວຽກບາງຢ່າງ, ດ້ານການເງິນຊ່ວງນີ້ມີຄວາມຄິດຢາກເປີດທຸລະກິດເປັນຂອງຕົວເອງ, ດ້ານຄວາມຮັກຄວາມຮັກຫວານຊື່ນ ຄົນຮັກເອົາໃຈເປັນພິເສດ.

  • ວັນພະຫັດ

ດ້ານວຽກງານຈະຕ້ອງມີເລື່ອງທີ່ຕ້ອງໄດ້ແກ້ໄຂບັນຫາແບບກະທັນຫັນ ຕ້ອງມີສະຕິໃຫ້ດີ, ດ້ານການເງິນຍັງຢູ່ໃນເກນດີ ບໍ່ມີບັນຫາ, ດ້ານຄວາມຮັກຍັງຢູ່ໃນຊ່ວງເບິ່ງໃຈ.

  • ວັນສຸກ

ດ້ານວຽກງານຈະພໍໃຈໃນທຸກຢ່າງ ບໍ່ມີບັນຫາຫຍັງໃນຊ່ວງນີ້, ດ້ານການເງິນຢູ່ໃນເກນທີ່ຄົງຕົວ ລາຍຮັບ-ລາຍຈ່າຍຢູ່ໃນເກນທີ່ພໍຮັບໄດ້, ດ້ານຄວາມຮັກຕ້ອງໄດ້ເພິ່ງພາຜູ້ໃຫ່ຍເປັນແມ່ຊື່ໃຫ້.

  • ວັນເສົາ

ດ້ານວຽກງານໃນມື້ນີ້ຍັງຄົງຕ້ອງວຸ້ນວາຍກັບວຽກທີ່ຍັງຄ້າງ, ດ້ານການເງິນມີລາຍຈ່າຍຫຼາຍຈົນບາງເທື່ອເຮັດໃຫ້ເຈັບຫົວ, ດ້ານຄວາມຮັກບໍ່ຄວນໄປຄາດຫວັງ ເພາະຍິ່ງຈະເຮັດໃຫ້ເຈັບຫົວໃຈ.

ແບ່ງປັນ