Breaking News

ວາລະສານ ຂວັນໃຈ ມອບເງິນຊ່ວຍເຫຼືອສັງຄົມ 74 ລ້ານກວ່າກີບ ໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ

ແບ່ງປັນ

ໃນຕອນບ່າຍມື້ນີ້ ວັນທີ 3 ພຶດສະພາ 2018, ຢູ່ທີ່ ສູນກາງສະຫະພັນແມ່ຍິງລາວ,​ ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ຍອດເງິນບໍລິຈາກ ທັງໝົດ 74.382.000 ກີບ ຈາກໂຄງການ ປັ່ນລົດຖີບເພື່ອການກຸສົນ BIKE FOR HER 2018 ທີ່ຈັດຂຶ້ນໃນວັນທີ 3 ມີນາ 2018 ທີ່ຜ່ານມາ ຢູ່ທີ່ສວນເຈົ້າອານຸວົງ, ຈັດຂຶ້ນໂດຍ ວາລະສານ ຂວັນໃຈ  ຮ່ວມກັບ  ສະຫະພັນລົດຖີບນະຄອນຫຼວງວຽງຈັນ ແລະ ສະມາຄົມ ນັກທຸລະກິດແມ່ຍິງລາວ.  ໂດຍການກ່າວມອບຂອງທ່ານ ນາງ ວັນທະວີ ສຸພານຸວົງ ບັນນາທິການ ວາລະສານຂວັນໃຈ ແລະ ທ່ານ ນາງ ເກດສະຫວັນ ປັນຍາທິບ ຜູ້ອຳນວຍການສ້າງ ວາລະສານ ຂວັນໃຈ ພ້ອມດ້ວຍທີມງາມຮັບຜິດຊອບຈັດງານ ແລະ ໃຫ້ກຽດກ່າວຮັບໂດຍທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານສະຫະພັນແມ່ຍິງລາວ, ຜູ້ຊີ້ນຳສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ໂດຍການເປັນການເປັນສັກຂີພະຍານຂອງທ່ານມຸກດາ ປະຊາມາດ ເລຂາທິການສະຫະພັນລົດຖີບນະຄອນຫຼວງ.

ສຳລັບເງິນບໍລິຈາກທັງໝົດ ຈາກໂຄງການ BIKE FOR HER 2018 ນີ້ ທາງສູນກາງສະຫະພັນແມ່ຍິງລາວ ຈະໄດ້ນຳໄປກໍ່ສ້າງຫ້ອງອາຫານ ແລະ ປັບປຸງເຮືອນຄົວໃຫ້ກັບສູນໃຫ້ຄຳປຶກສາແມ່ຍິງ ແລະ ເດັກນ້ອຍ ເຊິ່ງເປັນສູນແຫ່ງທໍາອິດຂອງ ສປປ ລາວ ທີ່ເຮັດໜ້າທີ່ປົກປ້ອງ ແລະ ສະໜອງການຊ່ວຍເຫຼືອແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງໃນຄອບຄົວ, ຈາກການຄ້າມະນຸດ ແລະ ຈາກການກົດຂີ່ຂູດຮີດທາງເພດ.

ແບ່ງປັນ