Breaking News

ດວງປະຈໍາວັນ ພຸດ, ວັນທີ 9 ພຶດສະພາ 2018

ແບ່ງປັນ
  • ວັນອາທິດ.
    ການເງິນ: ດີຂຶ້ນເລື້ອຍໆ ຈະໄດ້ເງິນກ້ອນໃຫຍ່ ແລະ ໄດ້ໂຊກແບບບໍ່ທັນຕັ້ງຕົວ
    ວຽກງານ: ຈະໄດ້ຂ່າວດີເລື່ອງວຽກ ຫຼື ເຈົ້ານາຍມອບວຽກໃຫ້ທ່ານໄດ້ສະແດງສີມືຫຼາຍຂຶ້ນ
    ຄວາມຮັກ: ຄົນໂສດ ຈະມີຄົນແນະນໍາໃຫ້ຮູ້ຈັກກັບຄົນທີ່ໜ້າສົນໃຈ ແຕ່ຈະກາຍເປັນຮັກສາມເສົ້າ ສ່ວນຄົນມີຄູ່ ພໍມີຄົນອື່ນເຂົ້າມາລົມດີນໍາທ່ານກໍລືມແຟນຈົນເຖິງຂັ້ນຢາກເລີກກັບແຟນ
    • ວັນຈັນ.
    ການເງິນ: ການເງິນດີຂຶ້ນເລື້ອຍໆ ເພາະມີລາຍໄດ້ພິເສດເຂົ້າມາ
    ວຽກງານ: ລະວັງໝູ່ຮ່ວມວຽກ ຈະນໍາເລື່ອງເດືອດຮ້ອນໃຈມາໃຫ້
    ຄວາມຮັກ: ຄົນໂສດ ຄວາມຮັກຍັງບໍ່ຄ່ອຍໂດດເດັ່ນ ມີແຕ່ຄົນຕົວະໃຊ້ ສ່ວນຄົນມີຄູ່ ແຟນມັກໃຊ້ຄໍາຫວານຕົວະໃຫ້ທ່ານຕາຍໃຈ ແລະ ຍັງໄປວ່ານສະເໜ່
  • ວັນອັງຄານ.
    ການເງິນ: ບໍ່ຄ່ອຍດີ ມີແຕ່ຄົນເອົາປຽບດ້ານການເງິນ
    ວຽກງານ: ມີເກນໄດ້ຂ່າວດີເລື່ອງວຽກ ມີໂອກາດເລື່ອນຂັ້ນເລື່ອນຕໍາແໜ່ງ
    ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນຕ່າງໄວ ແຕ່ກໍເຂົ້າໃຈກັນໄດ້ດີ ສ່ວນຄົນີຄູ່ ນ້ອຍໃຈ ເພາະແຟນບໍ່ຄ່ອຍມີເວລາໃຫ້ ແຕ່ຍັງດີທີ່ສາມາດປັບຄວາມເຂົ້າໃຈກັນໄດ້
    • ວັນພຸດ.
    ການເງິນ: ໃຊ້ເງິນຫຼາຍ ຈົນເດືອດຮ້ອນຕາມຫຼັງ
    ວຽກງານ: ວຽກຫຼາຍ ທັງວຽກຫ້ອງການ ແລະ ວຽກສ່ວນຕົວທີ່ເຂົ້າມາໃນເວລາດຽວກັນ
    ຄວາມຮັກ: ຄົນໂສດ ຜິດຫວັງເພາະຖືກຕົວະໃຫ້ຫຼົງຮັກຄົນມີເຈົ້າຂອງ ສ່ວນຄົນມີຄູ່ ມີເກນວ່າແຟນປັນໃຈໃຫ້ຄົນອື່ນແຕ່ເພາະຮັກເຂົາຫຼາຍ ທ່ານຈຶ່ງພະຍາຍາມຕົວະຕົນເອງວ່າເຂົາບໍ່ມີໃຜ
    ວັນພະຫັດ.
    ການເງິນ: ແມ່ນວ່າຈະໄດ້ເງິນມາຫຼາຍ ແຕ່ກໍມີລາຍຈ່າຍລໍຖ້າທ່ານຢູ່ຄືກັນ
    ວຽກງານ: ວຽກຫຼາຍ ແຕ່ໃຈທ່ານຍັງບໍ່ທໍ້ຖອຍ ຈຶ່ງເຮັດໃຫ້ສາມາດຈັດການວຽກໄດ້ເປັນຢ່າງດີ
    ຄວາມຮັກ: ຄົນໂສດ ມີເກນພົບຮັກກັບຄົນທີ່ມີອາຍຸຫຼາຍກວ່າຫຼາຍປີ ສ່ວນຄົນມີຄູ່່ ສະຖານະການດີຂຶ້ນ ແຟນເອົາໃຈທ່ານຫຼາຍກວ່າເກົ່າໃຫ້ຄົນອື່ນອີກ
    ວັນສຸກ.
    ການເງິນ: ຂ້ອນຂ້າງດີ ມີເກນໄດ້ສິ່ງຂອງທີ່ຖືກໃຈ ຫຼື ໄດ້ຂອງຂວັນ
    ວຽກງານ: ເຈັບຫົວ ທັງເລື່ອງວຽກ ແລະ ເລື່ອງຄົນ ເລື່ອງວຽກກໍຄືວຽກຫຼາຍຈົນເຮັດບໍ່ທັນ ສ່ວນເລື່ອງຄົນກໍມີແຕ່ເວົ້າໃສ່ຮ້າຍໃຫ້ຄົນອື່ນເຂົ້າໃຈທ່ານຜິດ
    ຄວາມຮັກ: ຄົນໂສດ ໄປມັກຄົນມີເຈົ້າຂອງຢູ່ແລ້ວ ສ່ວນຄົນມີຄູ່ ມີແວວອົກຮັກ ເພາະແຟນທ່ານປັນໃຈໃຫ້ຄົນອື່ນ
    • ວັນເສົາ.
    ການເງິນ: ມີໂອກາດໄດ້ໃຊ້ເງິນກ້ອນໃຫຍ່ ເພື່ອເຮັດບາງຢ່າງເຊັ່ນ: ລົງທຶນເພີ່ມ ຫຼື ຊື້ສິ່ງຂອງທີ່ຢາກໄດ້ ແຕ່ລະວັງໝຸນເງິນບໍ່ທັນຕອນຫຼັງ
    ວຽກງານ: ເມື່ອກັບຄົົນອ້ອມຂ້າງທີ່ມັກເອົາບັນຫາມາໃຫ້ທ່ານແກ້ໄຂ ແລະ ຍັງເຮັດໃຫ້ທ່ານເດືອດຮ້ອນໃຈອີກຕ່າງຫາກ
    ຄວາມຮັກ: ຄົນໂສດ ມີຄົນເຂົ້າມາລົມຫຼາຍຄົນ ແບບວ່າງາມເລືອກໄດ້ ສ່ວນຄົນມີຄູ່ ມີເກນພົບຮັກສາມເສົ້າ ລະວັງຫວັ່ນໄຫວໄປກັບຄົນອື່ນ ຈົນລືມແຟນ
ແບ່ງປັນ