Breaking News

ດວງປະຈຳວັນ ອັງຄານ ວັນທີ 8 ພຶດສະພາ 2018

ແບ່ງປັນ
  • ວັນອາທິດ

ດ້ານວຽກງານໃນມື້ນີ້ຍັງມີເລື່ອງໃຫ້ຕ້ອງສັບສົນ ແລະ ຄິດແກ້ໄຂບັນຫາຕໍ່ໄປ, ດ້ານການເງິນມີເລື່ອງໃໝ່ໆ ແລະ ລາຍຮັບໃໝ່ໆເຂົ້າມາໃຫ້ໄດ້ລຸ້ນຢູ່ສະເໝີ, ດ້ານຄວາມຮັກຈະຊອກຄົນໄດ້ດັ່ງໃຈແມ່ນຍັງບໍ່ມີໃນຊ່ວງນີ້.

  • ວັນຈັນ

ດ້ານວຽກງານອາດມີທໍ້ແທ້ໃຈແລະມີບັນຫາກັບເພື່ອນຮ່ວມງານເລັກໜ້ອຍ, ດ້ານການເງິນມີລາຍຈ່າຍແລະລາຍຮັບທີ່ຍັງບໍ່ສົມດຸນກັນ ຄວນຫາລາຍໄດ້ເພີ່ມ, ດ້ານຄວາມຮັກຈະເຈິຄົນທີ່ຖືກໃຈ ເພາະມີໝູ່ແນະນຳຄົນດີໆໃຫ້.

  • ວັນອັງຄານ

ດ້ານວຽກງານໃນມື້ນີ້ມີຄວາມສັບສົນ ແລະ ຄິດໜັກ ທັງໆທີ່ຍັງບໍ່ເກີດເລື່ອງ ແຕ່ຄິດໜັກໄວ້ກ່ອນແລ້ວ, ດ້ານການເງິນຍັງມີລາຍຈ່າຍເຂົ້າມາຫຼາຍ ເຮັດໃຫ້ເຈັບຫົວ, ດ້ານຄວາມຮັກມີຄວາມຄິດຫຼາຍ ເອົາແຕ່ໃຈຕົນ.

  • ວັນພຸດ

ດ້ານວຽກງານບໍ່ແນ່ໃຈໃນບາງເລື່ອງຈົນເຮັດໃຫ້ເກີດຄວາມສັບສົນໃນການແກ້ບັນຫາສະເພາະໜ້າ, ດ້ານການເງິນຍັງຄົງເປັນຕົວຫຼັກຂອງບ້ານທີ່ຕ້ອງຫາລາຍໄດ້ເຂົ້າບ້ານຢ່າງໜັກໜ່ວງ, ດ້ານຄວາມຮັກພີ່ນ້ອງທັງສອງຝ່າຍບໍ່ຄ່ອຍຈະພໍໃຈທີ່ເຫັນພວກເຈົ້າຮັກກັນ.

  • ວັນພະຫັດ

ດ້ານວຽກງານໃນມື້ນີ້ຈະມີການດຳເນີນວຽກໄປໄດ້ຢ່າງສະດວກສະບາຍ, ດ້ານການເງິນມີລາຍຈ່າຍ ແລະ ລາຍຮັບທີ່ໜ້າພໍໃຈ, ດ້ານຄວາມຮັກຫວານຊື່ນຈົນຄົນອ້ອມຂ້າງອິດສາ.

  • ວັນສຸກ

ດ້ານວຽກງານໃນມື້ນີ້ຄວາມເປັນຈິງບາງຢ່າງກຳລັງຖືກປ່ຽນແປງໄປ ຈະພົບເຈິເລື່ອງທີ່ເຮັດໃຫ້ພັດທະນາຕົວເອງໄດ້ເພີ່ມຂຶ້ນ, ດ້ານການເງິນຍັງພໍມີໂຊກເລັກໆໜ້ອຍໆ ແຕ່ບໍ່ຄວນສ່ຽງໂຊກຢ່າງໜັກເພາະຈະເຮັດໃຫ້ໝົດຕົວໄດ້, ດ້ານຄວາມຮັກຊ່ວງນີ້ຮູ້ສຶກເຫງົາ ບາງເທື່ອຄິດນ້ອຍໃຈ ແລະ ຢາກເຈິຄວາມຮັກທີ່ດີ.

  • ວັນເສົາ

ດ້ານວຽກງານໃນມື້ນີ້ເກີດເລື່ອງຂຶ້ນເລັກໜ້ອຍ ແຕ່ບໍ່ມີບັນຫາຫຍັງຮ້າຍແຮງ, ດ້ານການເງິນເກັບເງິນຢູ່ຊ່ວງນີ້ ເພາະເຮັດວຽກຫຼາຍຈົນບໍ່ມີເວລາໃຊ້ຈ່າຍ, ດ້ານຄວາມຮັກມີເຂົ້າມາໃຫ້ໄດ້ເວົ້າໄດ້ລົມ ແຕ່ຍັງບໍ່ແມ່ນ.

ແບ່ງປັນ