Breaking News

ມາຮູ້ຈັກ! ເມ ວະລິສະລາ ນາງງາມສາຍ Strong ລ່າລາງວັນມາແລ້ວທຸກເວທີ ຂວັນໃຈຄົນໃໝ່ຂອງລາວ!

ແບ່ງປັນ

ມີແຟນໆຫຼາຍຄົນທີ່ຄຸ້ນໜ້າຄຸ້ນຕາກັບສາວລາວຄົນເກັ່ງ ເມ ວະລິສະລາ ຕັງສຸວັນ ບາງຄົນກໍ່ຮູ້ນາງຈາກເວທີການປະກວດນັ້ນນີ້ ປີນີ້ໄປເວທີນັ້ນ ປີນັ້ນໄປເວທີນີ້ ແຕ່ຍັງບໍ່ຮູ້ເບື້ອ້ງເລິກວ່າສາວ ເມ ຄົນນີ້ເພິ່ນເປັນໃຜ ມີຄວາມສາມາດແນວໃດ, ດັ່ງນັ້ນ ຊະນີIndy ເລີຍຈັດໃຫ້ແບບເນັ້ນໆ ໄປສາລະແນ… ເອີ້ຍ!!! ໄປຊ໋ອກແຊ໊ກເອົາຂໍ້ມູນຂອງສາວງາມຄົນເກັ່ງຄົນນີ້ມາຝາກກກກ!!!

ສຳລັບ ເມ ວະລິສະລາ ຕັງສຸວັນ ອາຍຸ 27 ປີ ລວງສູງ 170 ຊັງຕີແມັດ ຈົບການສຶກສາປະລິນຍາໂທຈາກ ສປ.ຈີນ ສາຂາ ພົວພັນຕ່າງປະເທດ (International Relationship) ຈາກມະຫາວິທະຍາໄລ ຍຸນນານ, ມີຄວາມສາມາດເວົ້າໄດ້ 3 ພາສາ ອັງກິດ, ຈີນ ແລະ ໄທ, ເປັນເດັກກິດຈະກຳ ແລະ ມີຄວາມຝັນຢາກຈະເຮັດວຽກກັບອົງກອນໃຫ່ຍໆ ທີ່ເປັນອົງການຊ່ວຍເຫຼືອສັງຄົມ.

ຜ່ານມານາງມີຜົນງານໃນວົງການບັນເທີງມາກໍ່ຫຼາຍເລີຍໄດ໋ ທັງເດີນແບບ ຖ່າຍແບບ ຂຶ້ນປົກຕາມວາລະສານດັງໆມາແລ້ວ ແລະ ທີ່ເດັ່ນໆທີ່ເຮັດໃຫ້ຄົນລາວເຮົາຮູ້ຈັກສາວງາມຄົນນີກໍ່ຄືແມ່ນມາຈາກການເດີນທາງໄປປະກວດໃນເວທີອິນເຕີໃນເວທີ MISS TOURISM QUEEN OF THE YEAR INTERNATIONAL 2016 ເຊິ່ງ ເມ ເອງໄດ້ລາງວັນ ນາງງາມມິດຕະພາບ ຈາກສາວງາມທີ່ເຂົ້າຮ່ວມທັງໝົດ 55 ປະເທດ

ຕໍ່ມານາງກໍ່ເດີນສາຍປະກວດຫຼາຍເວທີບໍ່ວ່າຈະເປັນ Miss Chinese World 2017-2018 , Miss Universe Laos 2017 ໄດ້ລາງວັນຮອງອັນດັບ 2, Miss Global 2017 ແລະ ຫຼ້າສຸດສົດໆຮ້ອນໆໃນເວທີ Miss Tourism Queen International 2018 ໄດ້ຮັບລາງວັນ “Miss Skin Beauty” ມາຝາກຄົນລາວເຮົານຳອີກ…

ເອົ້າ!!! ອ້າປາກຄ້າງໃນຄວາມສາມາດຂອງສາວເມເລີຍແມ່ນບໍ່ (555) ຂໍຊົມເຊີຍວ່າເພິ່ນເກັ່ງ ມີຄວາມກ້າສະແດງອອກ ບໍ່ຍອມແພ້ຕໍ່ຄວາມຝັນ ເປັນນາງງາມສາຍ Strong ນັກລ່າເວທີນາງງາມຕົວຈິງສຽງຈິງ.

ສຳລັບນ້ອງໆທີ່ມັກໃນສາຍເວທີນາງງາມ ແລະ ເຫັນ ເອື້ອຍ ເມ ເປັນ ໄອດໍ້ ນາງຍັງມີຂໍ້ຄວາມຝາກມາທາງ ຂວັນໃຈ ແບບ exclusive ນຳເດີ້ວ່າ “ທຸກຄົນມີໂອກາດທີ່ຈະສ້າງຄວາມເປັນໄປໄດ້ ສຳລັບຄົນທີ່ມີຄວາມສະຫຼາດໃນຕົວຢູ່ແລ້ວ ຫາກເຮົາມັກສິ່ງໃດ ເຮົາກໍຕ້ອງປັບຕົວເຂົ້າກັບມັນ ຕົວຢ່າງຄືວ່າ ຖ້າມັກສາຍນາງງາມ ແຕ່ຮູບຮ່າງເຈົ້າຍັງບໍ່ເໝາະສົມ ເຈົ້າກໍສາມາດຮັກສາໂຕເອງ ສ້າງບຸກຂະລິກໃຫ້ຕົນເອງໄດ້ ແລະ ເລື່ອງຄວາມຮູ້ກໍເປັນເລື່ອງສຳຄັນຫຼາຍເລີຍເດີ້ ໃນເວທີນາງງາມ ບອກໄດ້ເລີຍວ່າຄົນທີ່ຈະເປັນນາງງາມ ບໍ່ແມ່ນວ່າເຈົ້າຈະຕ້ອງງາມຢ່າງດຽວ ແຕ່ເຈົ້າຕ້ອງມີພິກໄຫວ ແລະ ຮູ້ຈັກໃຊ້ຄວາມສະຫຼາດຂອງຕົນເອງນຳອີກ ຈຶ່ງຈະເຮັດໃຫ້ເຈົ້າງາມໂດດເດັ່ນຂື້ນມາໄດ້”

ໄດ້ຮູ້ຈັກ ເມ ວະລິສະລາ ແລ້ວເປັນແນວໃດແດ່ ຫຼົງຮັກນາງເລີຍແມ່ນບໍ່ ໃນເວລານີ້ນາງກຳລັງຂຶ້ນແທ່ນເປັນ ຂວັນໃຈຄົນໃໝ່ຂອງລາວ ໄປແລ້ວ…ວ້າວໆໆໆ ເຊຍ ລາວ ສູ້ໆໆໆ!!!

ຂໍຂອບໃຈສຳລັບຮູບພາບ:

ແບ່ງປັນ