Breaking News

ດວງປະຈຳວັນ ສຸກ, ວັນທີ 18 ພຶດສະພາ 2018

ແບ່ງປັນ

• ວັນອາທິດ
ການເງິນ: ມີເລື່ອງທີ່ຕ້ອງຈ່າຍຕະຫຼອດ ໃນໄລຍະນີ້ບໍ່ສາມາດຫຼີກລ່ຽງລາຍຈ່າຍຕ່າງໆໄດ້ເລີຍ ເພາະເປັນເລື່ອງທີ່ຈໍາເປັນນັ້ນເອງ
ວຽກງານ: ເຖິງຈະຕິດຂັດອຸປະສັກແນ່ ແຕ່ເມື່ອຜ່ານໄປຈະສາມາດສ້າງຜົນງານທີ່ດີໄດ້ ຫຼືມີຄວາມສໍາເລັດທີ່ໜ້າພໍໃຈ
ຄວາມຮັກ: ຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນ ເລື່ອງຄວາມສໍາພັນດ້ານຄວາມຮັກກໍຈະດີຂຶ້ນ ແລະຄວນໄປເຮັດບຸນກັບຄົນຮັກແດ່ ເພາະຜົນບຸນກຸສົນຈະຊ່ວຍໃຫ້ຄວາມສໍາພັນທີ່ມີຕໍ່ກັນດີຂຶ້ນໄດ້

• ວັນຈັນ

ການເງິນ: ມີໂອກາດໃຊ້ຈ່າຍເງິນອອກໄປເພື່ອເຂົ້າສັງຄົມ ຫຼືການສັງສັນກັບໝູ່ຄູ່ ຫຼືບໍລິວານໃນໄລຍະນີ້
ວຽກງານ: ສະຖານະການໃນດ້ານວຽກໄລຍະນີ້ສົ່ງຜົນຕໍ່ຄວາມບໍ່ແນ່ນອນ ຈຶ່ງຄວນມີທີ່ປຶກສາທີ່ດີ ແລະຊ່ວຍວາງແຜນໃນການເຮັດວຽກໃຫ້ຜ່ານພົ້ນໄປໄດ້
ຄວາມຮັກ: ຢາກຈະຕັດສິນໃຈເລືອກໃຜຈັກຄົນ ແຕ່ກໍຍັງລັງເລ ເພາະຍັງບໍແນ່ໃຈວ່າຈະເປັນຄວາມສໍາພັນທີ່ໝັ້ນຄົງແທ້ບໍ່ນັ້ນເອງ

• ວັນອັງຄານ

ການເງິນ: ຈະໄລຍະນີ້ມີເລື່ອງຈ່າຍອອກໄປຕະຫຼອດ ມີຄ່າໃຊ້ຈ່າຍຫຼາຍ ຕ້ອງໃຊ້ເງິນຫຼາຍເປັນພິເສດຢ່າງບໍ່ອາດຫຼີກລ່ຽງໄດ້ນັ້ນເອງ
ວຽກງານ: ໄລຍະນີ້ຈະໂຊກດີ ເພາະໄດ້ພົບທີມງານ ຫຼືບໍລິວານດ້ານວຽກທີ່ຄອຍຊ່ວຍເຫຼືອກັນຢ່າງເປັນໂຊກ ມີປະສິດທິພາບ ແລະເກີດຄວາມສໍາເລັດ
ຄວາມຮັກ: ຖ້າຈະພົບໃຜໃນໄລຍະນີ້ທີ່ເຂົ້າມາ ຈະຫຼາຍກວ່າໜຶ່ງຄົນ ຈຶ່ງຈໍາເປັນຕ້ອງເລືອກໃຜຄົນໃດຄົນໜຶ່ງ ກໍມີໂອກາດເປັນໄປໄດ້
• ວັນພຸດ
ການເງິນ: ຊອກເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ໃນໄລຍະນີ້ໂຊກດີມີໂຊກ ຈະໄດ້ເງິນເຂົ້າມາເພີ່ມຕຶ່ມ ເພີ່ມຂຶ້ນຢ່າງເປັນໂຊກດີ
ວຽກງານ: ມີຄວາມຄິດເລີ່ມສ້າງສັນໃນເລື່ອງຂອງການສ້າງຜົນງານໃໝ່ໆ ຂຶ້ນມາໄດ້ຢ່າງເປັນໂຊກ ໄລຍະນີ້ຈະເຮັດທຸລະກິດສິ່ງໃດກໍຈະເປັນເງິນເປັນຄໍາ ເກີດຄວາມກ້າວໜ້າໄປທຸກຢ່າງ
ຄວາມຮັກ: ໂດດເດັ່ນຖ້າຫາກຈະໄດ້ພົບຄົນທີ່ເຂົ້າມາໃນໄລຍະນີ້ ຈະເປັນຄົນຜິວຂາວ ເຊິ່ງເຂົາຈະນໍາຄວາມສຸກ ແລະຄວາມໂຊກດີມາສູ່ຕົນເອງເຊັ່ນກັນ
ວັນພະຫັດ
ການເງິນ: ຈະຊອກເງິນເຂົ້າມາໄດ້ເລື້ອຍໆ ຢ່າງເປັນກອບເປັນກໍາ ແລະຢ່າງຕໍ່ເນື່ອງ ໄລຍະນີ້ມີການຕັ້ງເປົ້າໝາຍເພື່ອຊອກເງິນເຂົ້າມາເພີ່ມຕຶ່ມ
ວຽກງານ: ມີເກນເດີນທາງຕິດຕໍ່ວຽກຕະຫຼອດໃນໄລຍະນີ້ ບໍລິວານຈະນໍາໂຊກດີເລື່ອງວຽກເຂົ້າມາໃຫ້ ຫຼືຈະໄດ້ພົບຫຸ້ນສ່ວນທີ່ດີ ມີການເຮັດວຽກເປັນທີມທີ່ແຂງແກ່ງ
ຄວາມຮັກ: ຢູ່ໃນສະຖານະການພາວະແຊກຊ້ອນ ຫຼືມີຄົນມາມັກຫຼາຍກວ່າໜຶ່ງຄົນ
• ວັນສຸກ
ການເງິນ: ລະມັດລະວັງເລື່ອງຂອງການໃຊ້ຈ່າຍ ແລະການໃຊ້ເງິນ ເພາະລາຍຈ່າຍມີຫຼາຍ ແຕ່ພາບໂດຍລວມແລ້ວກໍຍັງຢູ່ໃນເກນທີ່ດີ ມີເງິນເຂົ້າມາເລື້ອຍໆນັ້ນເອ
ວຽກງານ: ການເຈລະຈາຕໍ່ລອງຕ່າງໆ ໄລຍະນີ້ຕ້ອງຖ້າຄໍາຕອບ ຈຶ່ງຄວນກຽມຕົວວາງແຜນແນວທາງໄວ້ໃຫ້ດີ ແລະວຽກຍັງຄ້ອນຂ້າງຍາກ ແລະຫຍຸ້ງຍາກເປັນພິເສດ
ຄວາມຮັກ: ຢາກພົບຮັກແທ້ໃນໄລຍະ ແຕ່ກໍຍັງເປັນໄລຍະຖ້າເບິ່ງຫຼາຍກວ່າ ເພາະມີຄວາມສຸກດ້ານອື່ນເຂົ້າມາທົດແທນ ບໍ່ວ່າຈະເປັນການທ່ອງທ່ຽວ ການຢູ່ກັບໝູ່ ຫຼືການຊື້ເຄື່ອງທີ່ຢາກໄດ້
• ວັນເສົາ
ການເງິນ: ມີເລື່ອງຮັບຈ່າຍສະລັບປັບປ່ຽນກັນໄປໃນໄລຍະນີ້ ຈ່າຍອອກໄປຫຼາຍ ໂດຍສະເພາະຄ່າເດີນທາງ ແຕ່ກໍຈະສາມາດຊອກເຂົ້າມາຫຼາຍດ້ວຍເຊັ່ນກັນ
ວຽກງານ: ເຮັດທຸລະກິດສິ່ງໃດຈະປະສົບຄວາມໂຊກດີທຸກຢ່າງ ໃນໄລຍະນີ້ ການປະສົບຄວາມສໍາເລັດຢູ່ໃນເກນທີ່ດີພໍສົມຄວນ
ຄວາມຮັກ: ຍັງບໍ່ລົງຕົວທາງດ້ານຄວາມສໍາພັນດ້ານຄວາມຮັກ ເພາະໃນເລື່ອງຂອງບັນຫາເກົ່າໆ ຫຼືເລື່ອງຂອງໄລຍະທາງທີ່ຍັງສົ່ງຜົນກະທົບຕໍ່ຄວາມສໍາພັນທີ່ເຫີນຫ່າງ

ແບ່ງປັນ