Breaking News

ຕຸລີ່ ບິດາລັກ ດຽວນີ້ຈັດວ່າເດັດ ເຜັດກວ່າເກົ່າ ເຊັກຊີ່ຂຶ້ນເປັນກອງ

ແບ່ງປັນ

ການເວລາບໍ່ສາມາດເຮັດຫຍັງ ຕຸລີ່ ບິດາລັກ ສີອັກຄະພົມ ນັກຮ້ອງ-ພິທີກອນຊື່ດັງ ດຽວນີ້ຂໍບອກວ່າສາວຄົນນີ້ຜ່ານໄປຈັກປີນາງກໍ່ຍັງຄົງຄວາມເປັນຕົວຂອງຕົວເອງ ມີເອກກະລັກໂດດເດັ່ນ ແລະ ບອກເລີຍດຽວນີ້ນາງເຊັກຊີ່ຂຶ້ນເປັນກອງ…

ສຳລັບ ຕຸລີ່ ບິດາລັກ ປັດຈຸບັນອາຍຸ 30 ປີ ສາວຄົນເກັ່ງຫຼາກຫຼາຍຄວາມສາມາດຈາກ ນະຄອນຫຼວງພະບາງ ເປັນອີກໜຶ່ງສາວທີ່ເດີນທາງຢູ່ໃນວົງການບັນເທິງມາຫຼາຍປີ ເປັນນັກຮ້ອງທີ່ມີນໍ້າສຽງທີ່ເປັນເອກະລັກ ແຖມມີຄວາມສາມາດຫຼາຍດ້ານ, ເລີ່ມເຂົ້າວົງການບັນເທີງດ້ວຍຄວາມມັກຮັກໃນການຮ້ອງເພງ ແລະ ມີຄວາມສາມາດຂຽນເນື້ອເພງ ໃສ່ທຳນອງເອງ ແລະ ດ້ວຍພອນສະຫວັນ ບວກພອນສະແຫວງ ຈຶ່ງເຮັດໃຫ້ ຕຸລີ່ ອອກອາລະບໍ້າທຳອິດໃນປີ 2008 ເພງຂອງນາງກໍ່ເອີ້ນໄດ້ວ່າມີເພງທີ່ຮິດຕິດຫູແຟນໆຫຼາຍຕໍ່ຫຼາຍເພງ ຮອດປັດຈຸບັນຜົນງານເພງຂອງນາງກໍ່ມີເຖິງ 30 ກວ່າເພງແລ້ວ ແລະ ຮັບຮອງວ່ານາງຈະມີຜົນງານມາຝາກແຟນໆເລື້ອຍໆແນ່ນອນ.

ຮູບພາບຈາກ: target magazine , Bidalack Syackhaphom

ແບ່ງປັນ