Breaking News

ດວງປະຈໍາວັນ ພະຫັດ, ວັນທີ 24 ພຶດສະພາ 2018.

ແບ່ງປັນ
• ວັນອາທິດ.
ການເງິນ: ລະວັງພົບຄົນອື່ນເອົາປຽບເລື່ອງການເງິນ
ວຽກງານ: ວຽກຫຼາຍ ແລະ ມີເກນພົບຄູ່ແຂ່ງ ທ່ານເລີຍຕ້ອງສ້າງຜົນງານເຂົ້າສູ້
ຄວາມຮັກ: ຄົນໂສດ ມີເກນພົບຄົນບໍ່ຈິງໃຈ ດັ່ງນັ້ນກ່ອນຈະຮັກໃຜຄວນພິຈາລະນາໃຫ້ດີໆ ສ່ວນຄົນມີຄູ່ ເໝືອນລີ້ນກັບແຂ້ວຢູ່ໃກ້ກັນເທື່ອໃດຜິດຖຽງກັນເທື່ອນັ້ນ

• ວັນຈັນ.
ການເງິນ: ຈະມີເລື່ອງດີໆເຂົ້າມາເຊັ່ນ: ມີລາຍໄດ້ຫຼາຍຂຶ້ນ, ມີໂຊກຈາກຜູ້ໃຫຍ່
ວຽກງານ: ອຸປະສັກທີ່ມີຈະຄ່ອຍໆຫາຍໄປ ຮູ້ສຶກວ່າເຮັດວຽກຢ່າງມີຄວາມສຸກຫຼາຍຂຶ້ນ
ຄວາມຮັກ: ຄົນໂສດ ມີເກນວ່າຈະຖືກຕົວະ ຄົນທີ່ເຂົ້າມາລົມເຂົາຫວັງສິ່ງອື່ນຫຼາຍກວ່າຄວາມຮັກ ສ່ວນຄົນມີຄູ່ ແຟນປ່ຽນໄປ ຈົນທ່ານສົງໄສວ່າເຂົາຈະມີຄົນອື່ນແຕ່ກໍຈັບບໍ່ໄດ້ຈັກເທື່ອ
• ວັນອັງຄານ.
ການເງິນ: ບໍ່ຄ່ອຍດີ ມີເກນເສຍເງິນຍ້ອນເລື່ອງບໍ່ເປັນເລື່ອງ
ວຽກງານ: ມີພາລະວຽກຫຼາຍຂຶ້ນ ແລະ ເຈົ້ານາຍຍັງມອບວຽກໃຫ້ຫຼາຍເປັນພິເສດ
ຄວາມຮັກ: ຄົນໂສດ ມີເກນພົບຮັກສາມເສົ້າ ເພາະໄປເປັນກິກກັບຄົນມີເຈົ້າຂອງແລ້ວ ສ່ວນຄົນມີຄູ່ ແມ່ນວ່າຈະຮັກແຟນ ແຕ່ກໍແອບຫວັ່ນໄຫວໄປກັບຄົນອື່ນ
• ວັນພຸດ.
ການເງິນ: ບໍ່ເຖິງກັບດີຫຼາຍ ແຕ່ກໍພໍໝຸນເງິນໄດ້ ລາຍຈ່າຍສ່ວນຫຼາຍຈະເປັນການລົງທຶນເພື່ອອະນາຄົດ
ວຽກງານ: ທ່ານຈະຮູ້ສຶກນ້ອຍໃຈ ເພາະເຮັດວຽກດີປານໃດເຈົ້ານາຍກໍບໍ່ເຄີຍເຫັນຄວາມດີເລີຍ
ຄວາມຮັກ: ຄົນໂສດ ມີແວວວ່າຄົນຮັກເກົ່າໆຈະຍ້ອນກັບມາ ສ່ວນຄົນມີຄູ່ ຮູ້ສຶກວ່າເຮັດດີໄປກໍເທົ່ານັ້ນ ເພາະແຟນມັກຈະເຫັນຄົນອື່ນດີກວ່າຢູ່ຕະຫຼອດ
• ວັນພະຫັດ.
ການເງິນ: ມີການວາງແຜນໃຊ້ຈ່າຍເງິນຫຼາຍຂຶ້ນ ຈຶ່ງເຮັດໃຫ້ມີເງິນທ້ອນ
ວຽກງານ: ຈະໄດ້ຮັບຂ່າວດີທີ່ລໍຄອຍ ມີໂອກາດໄດ້ຮັບຜິດຊອບວຽກທີ່ສໍາຄັນຂຶ້ນ
ຄວາມຮັກ: ຄົນໂສດ ຈະມີເລື່ອງເກົ່າໆ ຫຼື ເລື່ອງຄົນຮັກເກົ່າກັບມາ ສ່ວນຄົນມີຄູ່ ຜິດຖຽງກັນແຕ່ເລື່ອງເກົ່າໆ ໃຫ້ລະວັງຮັກຊ້ອນ
• ວັນສຸກ.
ການເງິນ: ລະວັງມີຄົນມາຕົວະຢືມເງິນ ໃຫ້ຢືມແລ້ວມີເກນບໍ່ໄດ້ຄືນ
ວຽກງານ: ສະຖານະການບໍ່ໜ້າໄວ້ໃຈ ເພາະຄົນອ້ອມຂ້າງບໍ່ຄ່ອຍຈິງໃຈ, ບໍ່ໃຫ້ຄວາມຊ່ວຍເຫຼືອ
ຄວາມຮັກ: ຄົນໂສດ ມີໂອກາດໄດ້ພົບຮັກໃໝ່ກັບຄົນອາຍຸນ້ອຍກວ່າ ສ່ວນຄົນມີຄູ່ ໄດ້ໄປທ່ຽວນໍາກັນ ເຮັດໃຫ້ຄວາມສໍາພັນດີຂຶ້ນ
• ວັນເສົາ.
ການເງິນ: ມີລາຍໄດ້ກ້ອນໃຫຍ່ເຂົ້າມາ ເລີຍມີທາງຊື້ຫຼາຍຂຶ້ນ
ວຽກງານ: ສະພາບຈິດໃຈບໍ່ຄ່ອຍດີປານໃດ ເພາະຮູ້ສຶກວ່າເຮັດດີບູຊາໂທດ ຫຼື ເຮັດດີແລ້ວບໍ່ໄດ້ດີ
ຄວາມຮັກ: ຄົນໂສດ ຈະພົບເນື້ອຄູ່ທີ່ອາຍຸຫຼາຍກວ່າຫຼາຍປີ ສ່ວນຄົນມີຄູ່ ນ້ອຍໃຈວ່າແຟນບໍ່ມີເວລາໃຫ້ ຈຶ່ງມັກຫາເລື່ອງຜິດຖຽງກັນ
ແບ່ງປັນ