Breaking News

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ

ແບ່ງປັນ

ສູນການຄ້າວຽງຈັນເຊັນເຕີສະຫຼອງຄົບຮອບ 1 ປີ

ໃນວັນທີ 21 ທັນວາ 2017, ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດງານ  “Thank you party” ເພື່ອຂອບໃຈສື່ມວນຊົນ, ໂດຍການເປັນປະທານງານຂອງ ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອຳນວຍການໃຫຍ່ວຽງຈັນເຊັນເຕີ, ພ້ອມດ້ວຍບັນດາຫ້າງຮ້ານ, ແຂກທີ່ມີກຽດ ແລະ ສື່ມ່ວນຊົນຈຳນວນຫຼາຍ.

ຈຸດປະສົງຂອງງານນີ້ ແມ່ນຂອບໃຈສື່ມວນຊົນ ທີ່ສະໜັບສະໜູນ ວຽງຈັນເຊັນເຕີ້ ຕະຫຼອດມາ ເຊິ່ງເປັນສ່ວນໜຶ່ງທີ່ສຳຄັນຊ່ວຍພັດທະນາໃຫ້ວຽງຈັນເຊັນເຕີ ຢູ່ຮອດຈົນເຖິງປະຈຸບັນ.

ພາຍໃນງານມີຫຼາກຫຼາຍລາຍການເຊັ່ນ: ການເຕັ້ນຈາກລາວບັ້ງໄຟ , ການເດີນແບບ ແລະ ຊິມອາຫານຈາກຮ້ານອາຫານຫຼາຍກວ່າ 10 ຮ້ານ, ການຈັບສະຫຼາກເພື່ອຊິງໂຊກ ພ້ອມດຽວກັນນີ້ຍັງມີການມອບລົດຈາກບໍລິສັດ Tang Chung Motor (Nissan) ຈໍານວນ 2 ຄັນ ໃຫ້ກັບ ສູນການຄ້າວຽງຈັນເຊັນເຕີເຊິ່ງເປັນສັນຍາລັກແຫ່ງການຜູກມິດສຳພັນການຄ້າລະຫວ່າງ ບໍລິສັດ Tang Chung Motor ແລະ ວຽງຈັນເຊັນເຕີອີກດ້ວຍ.

_mg_0274

_mg_0236

_mg_0267

_mg_0010

_mg_0032

_mg_0184

_mg_0214

ແບ່ງປັນ