Breaking News

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ

ແບ່ງປັນ

ຮ້ານຄໍາພູວົງ ແຈກຄໍາໜັກ 33 ບາດ

ໃນຄໍ່າຄືນຂອງວັນທີ 21 ທັນວາ 2016 ທີ່ພັດທະຄານເຟື້ອງຟ້າ ນະຄອນຫຼວງວຽງຈັນ. ຮ້ານຄຳພູວົງໄດ້ຈັດງານສະເຫຼີມສະຫຼອງຄົບຮອບ 33 ປີ ພ້ອມກັບພິທີຈັບສະຫຼາກໂຊກຊັ້ນທີ 3 ລາງວັນໃຫຍ່ ຄໍາໜັກ 33 ບາດເພື່ອຄືນກຳໄລໃຫ້ລູກຄ້າ. ໃຫ້ກຽດຂຶ້ນເປີດງານໂດຍທ່ານ ພູວົງ ພະມີສິດ ປະທານໃຫຍ່ຮ້ານຄໍາ ພູວົງ ພ້ອມດ້ວຍຄອບຄົວ, ຍາດພີ່ນ້ອງ ແລະ ບັນດາລູກຄ້າເຂົ້າຮ່ວມຈໍານວນຫຼວງຫຼາຍ.

ງານດັ່ງກ່າວ ຮ້ານຄໍາພູວົງຍັງໄດ້ຈັດກິດຈະກໍາການສະແດງແຟຊັ້ນໂຊທີ່ປະດັບດ້ວຍຄໍາຈາກນາງສາວລາວປີ 2016, ນາງສັງຂານນະຄອນຫຼວງ 2016 ແລະ ລາວຊຸບເປີໂມເດວ 2016. ພິເສດສຸດໃນງານ ຍັງໄດ້ຮັບເຊີນຈາກ ກ້ອງ ຫ້ວຍໄຣ່ ສິລະປິນຊື່ດັງຈາກເພື່ອນບ້ານທີ່ມາພ້ອມກັບບົດເພງ ໃສວ່າຊິບໍ່ຖິ້ມກັນ ແລະ ບົດເພງທີ່ກໍາລັງໂດ່ງດັງມີຄົນຟັງຫຼາຍທີ່ສຸດຄື: ຄູ່ຄອງ(ເພງປະກອບລະຄອນເຈົ້າແມ່ນາຄີ) ແລະ ບົດເພງອື່ນໆ ທີ່ມາສ້າງຄວາມມ່ວນຊື່ນຄຶກຄື້ນ ແລະ ຄວາມປະທັບໃຈໃຫ້ກັບຜູ້ທີ່ເຂົ້າຮ່ວມງານ.

ສຳລັບຜູ້ໂຊກດີທີ່ໄດ້ຮັບຄຳ 33 ບາດໄດ້ແກ່ທ້າວ ອິນເດຍ ປະເສີດ ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ລາຍລະອຽດຜູ້ທີ່ໄດ້ຮັບລາງວັນອື່ນໆຂອງໂຄງການດັ່ງກ່າວໃນໄລຍະ 8 ເດືອນຜ່ານມາທີ່ມອບໂຊກ. ສາມາດຕິດຕາມໄດ້ທາງ ເພສ ເຟສບຸກ: ຮ້ານຄຳພູວົງ Phouvong Jewelry.

_mg_0294

_mg_0329

_mg_0389

_mg_0368

_mg_0359

_mg_0398

_mg_0400

_mg_0397

ແບ່ງປັນ