Breaking News

5 ວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກດີໆ!!!

ແບ່ງປັນ

5 ວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກດີໆ

ສາວໆທັງຫຼາຍທີ່ບໍ່ກ້າທີ່ຈະຮັກ ບໍ່ກ້າທີ່ຈະເອົາຄົນອື່ນເຂົ້າມາເປັນສ່ວນໜຶ່ງໃນຊີວິດ ຮີບຟ້າວມາອ່ານທາງນີ້ເລີຍ ເພາະທີມງານຂັວນໃຈ ໄດ້ນໍາເອົາວິທີປ່ຽນຄວາມຢ້ານໃຫ້ເປັນຄວາມຮັກທີດີໆໄດ້ ວ່າຊິປ່ຽນແນວໃດແດ່ນັ້ນລອງໄປອ່ານພ້ອມໆກັນເລີຍ!!

  1. ແນໃສ່ສິ່ງດີໆ

ເຮົາທຸກຄົນລ້ວນແຕ່ມີຄວາມຕ້ອງການ ໃຫ້ທຸກຄົນເບິ່ງເຫັນຄວາມສໍາຄັນ ໄດ້ຍິນສຽງ ແລະ ຍ້ອງຍໍ ສາວໆບໍ່ຈໍາເປັນຕ້ອງໄປຕັດສິນພວກເຂົາ ຫຼື ພະຍາຍາມເວົ້າໃຫ້ພວກເຂົາເຊື່ອໃນສິ່ງໃດສິ່ງໜຶ່ງ ພຽງແຕ່ຢູ່ທາງຂ້າງການສະໜັບສະໜຸນຈະເຮັດໃຫ້ຄວາມສໍາພັນທີ່ເຕັມໄປດ້ວຍຄວາມຮັກຫຼາຍຂຶ້ນ

  1. ຍອມຮັບຄວາມຮູ້ສຶກຂອງຕົວເອງ

ອີກໜຶ່ງວິທີທີ່ມີປະສິດທິພາບໃນການດຶງດູດທັດສະນະຄະຕິດ້ານບວກຄື: ການຍອມຮັບຄວາມຮູ້ສຶກຂອງຕົນເອງແຕ່ຢ່າປ່ອຍໃຫ້ຄວາມຮູ້ສຶກນັ້ນຄວບຄຸມທ່ານ ການຍອມຮັບຄວາມຮູ້ສຶກຂອງຕົວເອງສໍາຄັນກວ່າການພະຍາຍາມໃຫ້ຄົນອື່ນຍອມຮັບອີກ ດັ່ງນັ້ນກໍາຈັດອາລົມຂອງຕົວເອງ ສ່ວນອາລົມຂອງຄົນອື່ນກໍປ່ອຍເຂົາໄປ

  1. ພະຍາຍາມເຂົ້າໃຈກັບສິ່ງທີ່ທ່ານຢ້ານ

ສິ່ງທີ່ຄົນສ່ວນຫຼາຍຢ້ານໃນສິ່ງທີ່ພວກເຂົາບໍ່ເຂົ້າໃຈ ແທນທີ່ຈະຂັບໄລ່ຄວາມຢ້ານໄປແຕ່່ທ່ານຄວນທຳຄວາມເຂົ້າໃຈກັບມັນຕ່າງຫາກ ຖາມຕົວເອງວ່າເປັນຫຍັງທ່່ານຈຶ່ງຢ້ານໃນສິ່ງນັ້ນຫຼາຍໆ ເປັນຮອຍບາດໃນໃຈທີທ່ານຕ້ອງໄດ້ຮັບການຮັກສາ ຫຼື ບໍ່ ສິ່ງເຫຼົ່ານີ້ທີ່ຈະເປີດເຜີຍໃຫ້ເຫັນຄວາມເຊື່ອຂອງທ່ານ ບໍ່ມີຄໍາຕອບທີ່ຜິດມີແຕ່ຄວາມຈິງທີ່ຊ່ອນຢູ່ທາງໃນ ການຊອກຫາຕົ້ນເຫດຂອງຄວາມຢ້ານຂອງສາວໆນັ້ນເປັນເສັ້ນທາງທີ່ນໍາໄປສູ່ຄວາມຮັກ ແລະ ຄວາມສະຫງົບ

  1. ຂໍສິ່ງທີ່ທ່ານໃຫ້ໄດ້ບໍ່ແມ່ນສິ່ງທີ່ທ່ານໄດ້ຮັບ

ແທນທີ່ຈະຕໍ່ສູ້ກັບຄວາມກຽດຊັງດ້ວຍຄວາມຊັງ ທ່ານສາມາດປ່ຽນແປງທຸກຢ່າງໄປໃນທາງບວກໄດ້ດ້ວຍຄວາມຮັກ ຄວາມຊັງຈະເຮັດໃຫ້ທ່ານເວົ້າຮ້າຍ ບໍ່ແມ່ນວິທີແກ້ໄຂບັນຫາແຕ່ຈະຍິ່ງກາຍເປັນຄວາມແຕກແຍກຫຼາຍຂຶ້ນ ນີ້ຄືເວລາທີ່ເໝາະສົມທີ່ສຸດທີ່ທ່ານຄວນມີສ່ວນຮ່ວມກັບອົງກອນທີ່ທ່ານເຊຶ່ອໝັ້ນ ແບ່ງປັນຕົວຕົນທີ່ແທ້ຈິງຂອງທ່ານກັບຄົນທີ່ທ່ານຮັກ ແລະ ເປີດໃຈໃຫ້ກວ້າງແທນທີ່ຈະແຍກຕົວອອກມາ

  1. ຍອມຮັບການເປີດໃຈໃຫ້ກວ້າງ

ເມື່ອໃດທີ່ຮູ້ສຶກຢ້ານທ່ານຈະປິດກັ້ນຕົນເອງຈາກຄວາມຮັກ ຈົ່ງໃຊ້ເວລານີ້ເພື່ອເຝິກການຍອມ ແລະ ເພຶ່ອສະແດງສັດທາໃຫ້ເລິກໃນຮູບລວມທີ່ໃຫຍ່ຂຶ້ນຈາກມູມມອງແຫ່ງຈິດວິນຍານທຸກຢ່າງມັກຈະເປັນລະບຽບແບບແຜນທີ່ເໝາະສົມ ຖ້າທ່ານສາມາດຍອມຮັບໄດ້ກໍຈົ່ງລົງມືເຮັດເພື່ອປ່ຽນແປງມັນ ແຕ່ຈົ່ງເຮັດດ້ວຍຄວາມດີ ຄວາມຮັກ ແລະ ຄວາມຕັ້ງໃຈ.

 

ແບ່ງປັນ