Breaking News

ເລີດໆໆ! ມິມີ່ ພູນຊັບ ຮ່ວມເປັນຄະນະກຳມະການຂອງເວທີລະດັບໂລກ  (Mister National Univers​e​ 2018)

ແບ່ງປັນ

ມີມີ່ ພູນຊັບ ພົນໂຍທາ Miss International Laos 2017 ໄດ້ຮັບກຽດເປັນໜຶ່ງໃນຄະນະກຳມະການຕັດສິນການປະກວດ Mister National Univers​e​ 2018 ເຊິ່ງຈັດຂຶ້ນທີ່ ຫົວຫິນ ປະເທດໄທ ໃນວັນທີ 18 ມິຖຸນາ 2018 ທີ່ຜ່ານມາ.

ເຊິ່ງຫຼ້າສຸດ ມີມີ່ ພູນຊັບ ກໍ່ໄດ້ອອກມາໂພສຮູບພາບ ແລະ ແຄັບຊັ່ນຜ່ານເຟສບຸກ ແລະ ອິນສະຕາແກຼມສ່ວນຕົວວ່າ : “ມີມີ່ໄດ້ຮັບກຽດເປັນຄະນະກຳມະການຕັດສິນໃນການປະກວດ​ Mister National Univers​e​ 2018 ໃນເວທີ່ລະດັບໂລກທີຫົວຫິນ ປະເທດໄທ?18/6/2018″ ເຮັດໃຫ້ມີແຟນໆເຂົ້າໄປສະແດງຄວາມ ຍິນດີ ກັບການໄປເປັນກຳມະການຂອງ ມີມີ່ ໃນເທື່ອນີ້ກັນຢ່າງຫຼວງຫຼາຍ.

ຮູບພາບ: Phounsap Phonnyotha

ແບ່ງປັນ