Breaking News

ສະຕັ້ນ 3ວິ! ສຸດາ ວັນທອງທິບ ສຸດສະຕຣອງນຸ່ງຊຸດໄໝລາວຖ່າຍແບບຄູ່ຊ້າງທີ່ ສຸລິນ!

ແບ່ງປັນ

ວ້າຍໆໆໆ! ສະຕັ້ນ 3ວິ ອຶ້ງໄປຕາມໆກັນ ສຸດາ ວັນທອງທິບ ນາງແບບ-ເນັດໄອດໍ້ ສາວລາວເຮົາ, ຫຼ້າສຸດໂພສເຟສບຸກອັບເດດຜົນງານການຖ່າຍແບບ ຄຽງຄູ່ກັບນ້ອງຊ້າງ ຊ້າງ ຊ້າງ ນ້ອງເຄີຍເຫັນຊ້າງຫຼືບໍ່? (ເອີ້ຍ! ອັນນັ້ນເປັນເພງແລ້ວ 555) ຫັ້ນແຫລະໆ ສຸດາ ນາງສຸດສະຕຣອງໂພສທ່າຍິ້ມຫວານ ໃສ່ຊຸດໄໝລາວງາມໆ ຄຽງຄູ່ກັບນ້ອງຊ້າງໜ້າຮັກທີ່ ຈັງຫວັດ ສຸລິນ ປະເທດເພື່ອນບ້ານ.

ວ້າວໆໆໆ…ເຫັນແລ້ວຕ້ອງຕົບມືຊົມເຊີຍໃຫ້ ສາວ ສຸດາ ເພິ່ນແດ່ເດີ້ແຟນໆ ໄປໄກເຖິງບ້ານເມືອງເພິ່ນ ແຕ່ກໍ່ຍັງບໍ່ລືມທີ່ຈະໃສ່ຊຸດໄໝລາວງາມໆໄປເຜີຍແຜ່ໃຫ້ຄົນຕ່າງຊາດເຫັນ, ສັງເກດໄດ້ເລີຍວ່າ ຄົນປະເທດອື່ນເພິ່ນກໍ່ໃຫ້ຄວາມສົນໃຈໃນເອກະລັກປະເພນີລາວເຮົາເປັນຢ່າງດີເຊັ່ນກັນ.

ຂໍຂອບໃຈຮູບພາບຈາກ: fb/Souda Vanthongthip . Jumpot Tharungsri ,สันต์ สุดใจ , Weerapon Niawpan

ແບ່ງປັນ