Breaking News

ຫວານເວີ້! ມິມີ່ ບິນສະຫວີດສະຫຼອງຄົບຮອບ 5 ປີທີ່ Australia!!! (ຄົນໂສດໃຈບໍ່ແຂງຫ້າມເບິ່ງ)

ແບ່ງປັນ

ມົດຕອມຍົກຮັງ!!! ແນ່…ແນ່ໆ ບໍ່ໃຫ້ມົດຕອມໄດ້ແນວໃດແຟນໆ ຫຼ້າສຸດ ສາວ ມິມີ່ ວິລະພອນ ຮອງອັນດັບສອງ ນາງສາວລາວ 2017 ບິນລັດຟ້າຄວງຫວານໃຈ ໜຸ່ມ ເຈສັນ ໄປສະຫຼອງຄວາມຮັກທີ່ເຕັມໄປດ້ວຍໂລກແຫ່ງສີບົວ ສະຫຼອງຄົບຮອບ 5 ປີ ຄວາມຮັກ2ເຮົາ ໄກເຖິງ ປະເທດ ອອສເຕຣເລຍ (Australia) ແຖມຍັງໂພສຮູບສຸດສະຫວີດຈັບມືໄປ ດິນເນີ້ໄປ ຂຽນກາດໃຫ້ກັນດ້ວຍຂໍ້ຄວາມຫວານໆຊຶ້ງໆ ພ້ອມຂອງຂວັນທັງແຫວນແດ່ ສາຍຄໍແດ່ (ຄົນໂສດໃຈບໍ່ແຂງຫ້າມເບິ່ງ555)  ແຖມຍັງຂຽນແຄັບຊັ່ນຫວານໆ ຜ່ານອິນສະຕາແກຼມໃຫ້ແຟນໆໄດ້ຈິກໝອນ ໃຫ້ຄົນໂສດໄດ້ອິດສາກັນເປັນແຖບ…

ໂອ້ຍຍຍ!!! ເບິ່ງໄປ ຈິກໜອນໄປ ເປັນຄູ່ຮັກທີ່ໜ້າຮັກເໝາະສົມກັນສຸດໆ, ມີຂ່າວດີມື້ໃດຢ່າລືມມາເລົ່າຂ່າວ ຊະນີIndy ກັບແຟນໆຢ່າງດ່ວນເລີຍໂລດເດີ້ ສາວ ມິມີ່ ໜຸ່ມ ເຈສັນ.

ຮູບພາບ: ig/onlymiimiiee

ແບ່ງປັນ