Breaking News

Oh! ວ້າວໆໆ…ສ່ອງສາວງາມຈາກ 3 ແຂວງ ປະເທດລາວ #ແຊຣໄປໃຫ້ໂລກຮູ້

ແບ່ງປັນ

Oh! ສາວລາວໃຜເຫັນຕ້ອງຮ້ອງ ວ້າວໆໆ… Hello ແຟນໆໃນມື້ນີ້ຈະພາມາສ່ອງນ້ອງໆໜ້າໃໝ່ໃນວົງການບັນເທີງບ້ານເຮົາຈາກ 3 ແຂວງ ປະເທດລາວເຊັ່ນ: ແກ້ວຕາ ພອນປະເສີດ ຈາກແຂວງ ສະຫວັນນະເຂດ, ຕານ້ອຍ ພອນສຸດາ ສີສົມບັດ ຈາກແຂວງ ຫຼວງພະບາງ ແລະ ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ.

ປູເປ້ ລາຊາບຸດ ຈາກ ແຂວງ ຄຳມ່ວນ, ສາວນ້ອຍໜ້າຮັກໜ້າຕາບ໋ອງແບ໋ວ ມີນໍ້າສຽງສຳນຽງ ທ່າແຂກ ອັນເປັນສະເໜ່ ມີເອກະລັກ ຜ່ານມານາງກໍ່ມີຜົນງານທັງເປັນ ພິທີກອນ, ດີເຈ ແລະ ນາງແບບ

ຕານ້ອຍ ພອນສຸດາ ສີສົມບັດ ຈາກ ແຂວງ ຫຼວງພະບາງ, ສາວນ້ອຍໜ້າຫວານ ຜິວຂາວຜ່ອງ ຂວັນໃຈແຟນໆຫຼາຍໆຄົນ ມີສາຍາວ່າຄ້າຍຄືກັບ ຟ່ານປິງໆ ນັກສະແດງຊື່ດັງ ສປ.ຈີນ ບາງຄົນກໍ່ວ່າ ໜ້າຄ້າຍ ໃໝ່ ດາວິກາ ນັກສະແດງຊື່ດັງຂອງປະເທດເພື່ອນບ້ານ, ແຕ່ເບິ່ງມຸມໃດ ຕານ້ອຍ ກໍ່ງາມແບບແມ່ຍິງລາວ ມີເອກະລັກສະເພາະຕົວ ແບບບໍ່ຄືໃຜເດີ້ຂໍບອກ…

ແກ້ວຕາ ພອນປະເສີດ ຈາກ ແຂວງ ສະຫວັນນະເຂດ, ສາວນ້ອຍຜິວໃສ ໜ້າຕາໜ້າຮັກ 1 ໃນເນັດໄອດໍ້ສາວລາວ ມີຄົນຕິດຕາມຢ່າງຫຼວງຫຼາຍ ມີຜົນງານທັງຖ່າຍແບບ ເດີນແບບ ເປັນພີເຊັນເຕີ້ຫຼາຍແບຼນເລີຍຄົນນີ້.

ເປັນແນວໃດແດ່ ງາມ ໜ້າຮັກ ເປັນຕາແພງສຸດໆເລີຍແມ່ນບໍ່ກັບ 3 ສາວ ຈາກ 3 ແຂວງ (ຝາກເປັນກຳລັງໃຈໃຫ້ນ້ອງໆກັນແດ່ເດີ້ແຟນໆ)

ຮູບພາບ: FB/keota Pornprasert ,Pu’pay Lazabout Phonesuda Sisombath

ແບ່ງປັນ